WHO ເຕືອນ ເອີຣົບສ່ຽງຕໍ່ການລະບາດຮອບໃໝ່

488

ອົງການອະນາໄມໂລກ ( WHO ) ອອກມາເຕືອນວ່າ: ທະວີບເອີຣົບມີຄວາມສ່ຽງສູງທີ່ອາດເກີດການລະບາດຂອງພະຍາດໂຄວິດ – 19 ຮອບໃໝ່ ຫຼັງຈາກພົບຜູ້ຕິດເຊື້ອເພີ່ມຂຶ້ນ 10% ໃນອາທິດດຽວ ເຊິ່ງກ່ອນໜ້ານີ້ມີຜູ້ຕິດເຊື້ອຫຼຸດລົງຢ່າງຕໍ່ເນື່ອງໃນໄລຍະ 2 ເດືອນຜ່ານມາ, ຄວາມສ່ຽງຍິ່ງເພີ່ມສູງຂຶ້ນ ເມື່ອປະຊາຊົນບໍ່ຄ່ອຍໃຫ້ຄວາມສຳຄັນຕໍ່ການສັກວັກແຊັງປ້ອງກັນໂຄວິດ – 19 ລວມທັງປະຊາຊົນເລີ່ມກັບມາມີປະຕິສຳພັນໃຊ້ຊີວິດຕາມປົກກະຕິ ຫຼັງຫຼາຍປະເທດໄດ້ຜ່ອນຜັນມາດຕະການຄວບຄຸມ, ໃນຂະນະທີ່ໂຄວິດກາຍພັນໄດ້ເລີ່ມກັບມາລະບາດ.

ນອກຈາກນີ້, ການແຂ່ງຂັນເຕະບານຢູໂຣ 2020 ທີ່ກຳລັງແຂ່ງຂັນໃນຂະນະນີ້ ກໍມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂຶ້ນ ເນື່ອງຈາກມີລາຍງານວ່າແຟນບານ ( ກອງເຊຍ ) ຫຼາຍຮ້ອຍຄົນທີ່ກັບຈາກການໄປຊົມການແຂ່ງຂັນເຕະບານໃນນະຄອນຫຼວງລອນດອນຂອງອັງກິດ ແລະ ນະຄອນເຊັນປີເຕີສະເບີກຂອງຣັດເຊຍ ຈຳນວນໜຶ່ງກວດພົບວ່າຕິດເຊື້ອໂຄວິດ – 19.

ທ່ານ ແຄນເທີຣີນ ສະມອລວູດ ເຈົ້າໜ້າທີ່ອາວຸໂສຝ່າຍສະຖານະການສຸກເສີນຂອງອົງການອະນາໄມໂລກ ໄດ້ຮຽກຮ້ອງໃຫ້ເມືອງທີ່ຈັດການແຂ່ງຂັນຢູໂຣ 2020 ໃຫ້ຄວບຄຸມການເຄື່ອນໄຫວຂອງແຟນບານເຂັ້ມງວດຂຶ້ນກວ່ານີ້ ເນື່ອງຈາກຫຼັງຈາກຊົມເກມການແຂ່ງຂັນແລ້ວແຟນບານເຫຼົ່ານີ້ພາກັນເຂົ້າຮ້ານບັນເທີງ.

ໂຄວິດສາຍພັນເດວຕ້າ ເປັນໄພຄຸກຄາມອັນໃຫຍ່ຫຼວງຂອງເອີຣົບ ໂດຍສຳນັກງານຄວບຄຸມພະຍາດຂອງສະຫະພາບເອີຣົບປະເມີນວ່າ ໂຄວິດສາຍພັນເດວຕ້າ ອາດຈະແຜ່ລະບາດ ກວມເອົາ 90% ຂອງຈຳນວນຜູ້ຕິດເຊື້ອໃນເດືອນສິງຫາຈະເຖິງນີ້.