ເປີດນຳໃຊ້ແອັບ “ລາວ ສູ້ສູ້” ສາມາດລົງທະບຽນຈອງຄິວສັກວັກແຊັງ ກວດເຊື້ອ ແລະ ອີກຫຼາຍຄຸນສົມບັດ

2681

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດການນຳໃຊ້ລະບົບປະຕິບັດການຕ້ານໂຄວິດ-19 ລາວ ສູ້ສູ້ ຂຶ້ນທີ່ຊັ້ນ 6 ກະຊວງສາທາລະນະສຸກ ໃນວັນທີ 5 ກໍລະກົດ 2021  ໂດຍການເຂົ້າຮ່ວມຂອງທ່ານ ສັນຕິສຸກ ສິມມະລາວົງ ຮອງລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ; ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນສຸກ, ຕາງໜ້າຈາກກະຊວງຖະແຫຼວງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ; ມີບັນດາທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າສູນ, ຮອງສູນຈາກກະຊວງທີ່ກ່ຽວຂ້ອງ ແລະ ແຂກທຸກໆທ່ານທີ່ມາຮ່ວມ.

ທ່ານ ສັນຕິສຸກ ສິມມະລາວົງ ຮອງລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວວ່າ: ນັບແຕ່ຕົ້ນປີ 2020, ພະຍາດ ໂຄວິດ-19 ໄດ້ລະບາດໃນທົ່ວໂລກ ແລະ ໃນ ສປປ ລາວ ປັດຈຸບັນ ແມ່ນມີການລະບາດໃນວົງກວ້າງ ກະທົບກັບການດຳລົງຊີວິດຂອງປະຊາຊົນທັງຊາດ ທັງດ້ານເສດຖະກິດ ແລະ ຊີວິດປະຈຳວັນຂອງປະຊາຊົນ. ແຕ່ສະພາບການດັ່ງກ່າວ ພັດໄດ້ເລັ່ງເຮັດໃຫ້ການນຳໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ດິຈິຕອນ ແລະ ການດຳເນີນທຸລະກິດຕ່າງໆ ຍັງສາມາດດຳເນີນໄປໄດ້ ແລະ ມີການຂະຫຍາຍຕົວຢ່າງວ່ອງໄວກວ່າເກົ່າ ບໍ່ວ່າພາກລັດ, ພາກທຸລະກິດ ແລະ ພາກສັງຄົມທົ່ວໄປ. ສະເພາະ ພາກລັດເອງ, ກໍໄດ້ມີການປັບປ່ຽນວິທີການດຳເນີນງານໃຫ້ຮັບປະກັນສະພາບການ ໂດຍການນຳໃຊ້ເຄື່ອງມືທັນສະໄໝຕ່າງໆ ເປັນຕົ້ນ ລະບົບກອງປະຊຸມທາງໄກ (Video Conference), ລະບົບຫ້ອງການລັດທັນສະໄໝ (e-Office) ແລະ ລະບົບສື່ສານພາກລັດ (G-Chat) ເຊິ່ງມັນໄດ້ກາຍເປັນເຄື່ອງມືທີ່ສຳຄັນ ໃນການຕິດຕໍ່ສື່ສານ ແລະ ການຈັດກອງປະຊຸມ ຂອງອົງການຈັດຕັ້ງພັກ-ລັດ ທັງພາຍໃນ ແລະ ສາກົນ, ແລະ ກາຍເປັນສ່ວນໜຶ່ງຂອງສັງຄົມ (New Normal).

ເພື່ອຕອບຕ້ານ ການແຜ່ລະບາດຂອງພະຍາດ Covid-19, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມມືກັບ ກະຊວງສາທາລະນະສຸກ ແລະ ບໍລິສັດ ເອັສບີເລັບ  856 ຈໍາກັດ ເຊິ່ງເປັນນັກພັດທະນາໂປຣແກຣມ ຄົນລາວ ຊ່ວຍກັນພັດທະນາເຄື່ອງມື ເພື່ອຕອບຕ້ານ ການລະບາດຂອງພະຍາດ Covid-19 ຊຶ່ງພວກເຮົາເອີ້ນບໍລິການນີ້ວ່າ “ລາວ ສູ້ສູ້” ໂດຍການນຳໃຊ້ຜ່ານລະບົບໂປຣແກຣມ LaoKYC ຊຶ່ງເປັນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍ ເພື່ອສ້າງຄວາມແນ່ນອນ, ຊັດເຈນ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະແພດໝໍໄດ້ ໃນການຕິດຕາມການເດີນທາງ ຫຼື ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ຜູ້ມີຄວາມສ່ຽງ ໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ. ພ້ອມດຽວກັນນີ້ ໃນອະນາຄົດຍັງມີຫຼາຍພາກສ່ວນ ເປັນຕົ້ນ ສະມາຄົມການຄ້າໄອຊີທີລາວ, ບັນດາບໍລິສັດໂທລະຄົມ, ແລະ ບໍລິສັດ ICT ອື່ນໆ ກໍຈະໄດ້ຊ່ວຍສືບຕໍ່ພັດທະນາລະບົບອື່ນຕື່ມອີກໃນການຕອບຕ້ານພະຍາດໂຄວິດນີ້ ແລະ ຖືໂອກາດນີ້ ເຊີນຊວນທຸກພາກສ່ວນເຂົ້າມາຮ່ວມແຮງຮ່ວມໃຈກັນໃນການພັດທະນາບັນດາລະບົບປະຕິບັດການທີ່ເປັນປະໂຫຍດໃນການຕອບຕ້ານພະຍາດໂຄວິດ ຫຼື ລະບົບອື່ນທີ່ເປັນປະໂຫຍດໃນການສ້າງສາພັດທະນາປະເທດເຮົາ.

ສຳລັບບໍລິການ “ລາວ ສູ້ສູ້” ມີໜ້າທີ່ ແລະ ອົງປະກອບຄື:

–     iFeel (ອາການຂ້ອຍ): ເພື່ອໃຫ້ທ່ານສາມາດລາຍງານອາການຂອງຕົນເອງໃນການກັກຕົວຢູ່ເຮືອນ ຫຼື ສະຖານທີ່ກັກຕົວ ເຊັ່ນ ລາຍງານ ອຸນນະພູມຮ່າງກາຍ, ອາການ ໄຂ້, ໄອ, ເມື່ອຍ, ແລະ ອື່ນໆ.

–     iGo (ໄປໃສ): ເພື່ອ Check-In ກ່ອນເຂົ້າສະຖານທີ່ໃດໜຶ່ງ ໂດຍການສະແກນ QR Code, ແລະ ລະບົບສາມາດຕິດຕໍ່ແຈ້ງເຕືອນທ່ານໄດ້ ຖ້າມີຄົນກຸ່ມສ່ຽງໄປສະຖານທີ່ດັ່ງກ່າວ

–     Timeline (ການເຄື່ອນໄຫວ): ເພື່ອເບິ່ງທາມລາຍທ່ານເອງ ແລະ ໃຊ້ລາຍງານ ແພດໝໍໄດ້.

–     iVac (ສັກວັກແຊັງ): ເພື່ອລົງທະບຽນ ແລະ ຈອງຄິວສັກວັກແຊັງລ່ວງໜ້າ.

–     iTest (ໄປກວດ): ເພື່ອລົງທະບຽນ ແລະ ຈອງຄິວເຂົ້າກວດເຊື້ອ Covid-19

ທ່ານກ່າວຕື່ມວ່າ: ເຊື່ອໝັ້ນວ່າ ບໍລິການດັ່ງກ່າວນີ້ ແມ່ນມີຄວາມໝາຍ ຄວາມສຳຄັນ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງສະພາບການໃນປັດຈຸບັນ ທີ່ມີການແຜ່ລະບາດຂອງພະຍາດ Covid-19 ແບບວົງກວ້າງຢູ່ ສປປ ລາວ, ແລະ ຍັງສອດຄ່ອງກັບ ຄໍາສັ່ງແນະນໍາ ຂອງທ່ານ ຮອງນາຍົກລັດຖະມົນຕີ ສະບັບ ເລກທີ 3725/ສພກ, ລົງວັນທີ 26 ມິຖຸນາ 2021. ພວກເຮົາຫວັງວ່າ ພາຍຫຼັງທີ່ລະບົບດັ່ງກ່າວໄດ້ຖືກນຳໃຊ້ຢ່າງກວ້າງຂວາງ ກໍຈະຊ່ວຍຄະນະແພດໝໍ ໃນການຕິດຕາມອາການ, ການເດີນທາງ ຫຼື ການເຄື່ອນໄຫວຂອງຜູ້ຕິດເຊື້ອ, ສາມາດເຮັດການຢັ້ງຢືນຕົວຕົນຂອງຜູ້ຕິດເຊື້ອ ຫຼື ຜູ້ສຳພັດໃກ້ຊິດ ຜ່ານເບີໂທລະສັບມືຖືໄດ້. ນອກນັ້ນ, ຍັງອໍານວຍຄວາມສະດວກໃນການສັກວັກແຊັງ ແລະ ກວດເຊື້ອ Covid-19 ໃຫ້ເປັນລະບຽບ, ວ່ອງໄວ ແລະ ປອດໄພ ຕໍ່ທັງປະຊາຊົນ ແລະ ແພດໝໍ ທີ່ໃຫ້ບໍລິການ.

ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນສຸກ ໄດ້ກ່າວວ່າ: ເປັນໂອກາດອັນດີທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ພັດທະນາເຄື່ອງມືທີ່ມີຊື່ວ່າ “ລາວ ສູ້ສູ້” ເຂົ້າມາຊ່ວຍ ໃນການຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນລາວ; ຂ້າພະເຈົ້າໃນນາມກະຊວງສາທາລະນະສຸກ ຮູ້ສຶກດີໃຈທີ່ມີເຄື່ອງມືນີ້ເຂົ້າມາຊ່ວຍເພື່ອເຮັດໜ້າທີີ່ ໃນການລາຍງານອາການຂອງຕົນເອງໃນເວລາກັກຕົວຢູ່ເຮືອນ ຫຼື ສະຖານທີີ່ກັກຕົວເຊັ່ນ ອຸນນະພູມຮ່າງກາຍ, ອາການໄຂ້, ໄອ, ເມື່ອຍ, ແລະ ອື່ນໆ ຫຼື ທີ່ເອີ້ນວ່າ iFeel (ອາການຂ້ອຍ); ຕິດຕາມການເດີນທາງຂອງຄົນເພື່ອໃຫ້ຮູ້ວ່າໄປສະຖານທີ່ໃດໂດຍການສະແກນ QR Code ແລະ ລະບົບຈະແຈ້ງເຕືອນ ຖ້າມີກຸ່ມສ່ຽງໄປສະຖານທີີ່ດັ່ງກ່າວ ຫຼື ທີ່ເອີ້ນວ່າ iGo (ໄປໃສ); ເບິິ່ງການເຄື່ອນໄຫວຂອງເຮົາເອງ ເພື່ອລາຍງານແພດໝໍ ຫຼື ທີ່ເອີ້ນວ່າ Timeline (ການເຄື່ອນໄຫວ); ໃຊ້ໃນການ ລົງທະບຽນ ແລະ ຈອງຄິວສັກວັກແຊັງລ່ວງໜ້າ ຫຼື ທີ່ເອີ້ນວ່າ iVac (ສັກວັກຊິນ) ເຊິ່ງຈະຊ່ວຍ ຫຼຸດຄວາມແອອັດຂອງປະຊາຊົນທີ່ຕ້ອງການມາຮັບວັກແຊັງ; ໃຊ້ໃນການ ລົງທະບຽນ ແລະ ຈອງຄິວເຂົ້າກວດເຊື້ອ ໂຄວິດ-19 ຫຼື ທີ່ເອີ້ນວ່າ iTest (ໄປກວດ) ນີ້ກໍເພື່ອ ຊ່ວຍລົດຄວາມແອອັດໃນການເຂົ້າມາກວດຫາເຊື້ອ ໂຄວິດ-19 ຂອງກຸ່ມສຳພັດໃກ້ຊິດໄດ້ເຊັ່ນກັນ.

“ລາວ ສູ້ສູ້” ຖືວ່າເປັນເຄື່ອງມືທີ່ສຳຄັນໃນກາໝູນໃຊ້ເຕັກໂນໂລຊີທີີ່ທັນສະໄໝເຂົ້າມາຊ່ວຍອໍານວຍຄວາມສະ ດວກໃຫ້ແກ່ພະນັກງານແພດໝໍໃນເວລາເກີດການລະບາດໃນຊຸມຊົນ, ທີມງານແພດສາມາດໃຊ້ເຄື່ອງມືນີ້ ເພື່ອ ກວດ, ກັ່ນກອງຊອກຫາຜູ້ຕິດເຊື້ອ ເປັນຕົ້ນແມ່ນຕິດຕາມຜູ້ທີ່ເດີນທາງເຂົ້າມາປະເທດ, ການເດີນທາງຂອງຄົນໃນ ປະເທດ, ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງ ໄດ້ຢ່າງວ່ອງໄວ, ຊັດເຈນ ແລະ ມີປະສິດທິພາບ, ກະຊວງສາທາລະນະສຸກເຊື່ອໝັ້ນວ່າ ເຄື່ອງມື “ລາວ ສູ້ສູ້” ຈະສາມາດຊ່ວຍໃຫ້ພວກເຮົາສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຕາມວັດຖຸປະສົງ ແລະ ເປົ້າໝາຍທີ່ຕັ້ງໄວ້.

ໃນນາມກະຊວງສາທາລະນະສຸກຕ້ອງຂໍຂອບໃຈມາຍັງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ ພັດທະນາເຄື່ອງມືທີ່ສຳຄັນນີ້ຂຶ້ນມາ, ກະຊວງຂອງພວກເຮົາຈະນຳໃຊ້ເຄື່ອງມືດັ່ງກ່າວໃຫ້ມີປະສິດທິຜົນສູງທີ່ສຸດ ແລະ ຫວັງວ່າທາງກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະບໍ່ຢຸດພັດທະນາພຽງແຕ່ເທົ່ານີ້, ນອກຈາກນັ້ນ ຂໍຂອບ ໃຈຫ້ອງວ່າການສຳນັກງານນາຍົກລັດຖະມົນຕີທີ່ໃຫ້ການຊີ້ນຳ, ບັນດາກະຊວງຕ່າງໆທີ່ໄດ້ໃຫ້ການຮ່ວມມືໃນການ ຜັນຂະຫຍາຍຄຳສັ່ງ, ຂໍ້ແນະນຳຕ່າງໆໃນຂະແໜງການຂອງຕົນເອງ; ພິເສດ ກະຊວງຖະແຫຼງຂ່າວວັດທະນາທຳ ແລະ ທ່ອງທ່ຽວ, ບັນດາສື່ມວນຊົນທີ່ໄດ້ເຮັດການໂຄສະນາຢ່າງແຂງຂັນ ເພື່ອໃຫ້ຂໍ້ມູນຂ່າວສານໄດ້ເຂົ້າເຖິງມວນຊົນ ຢ່າງທົ່ວເຖິງ.