ແຕ່ງຕັ້ງ ທ່ານນາງ ປອ ສີສຸກ ວົງວິຈິດ ເປັນຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ

2109

ກະຊວງສຶກສາທິການ ແລະ ກິລາ ປະກາດແຕ່ງຕັ້ງ ຕຳແໜ່ງຮອງລັດຖະມົນຕີ ໂດຍແມ່ນທ່ານນາງ ປະລິນຍາເອກ ສີສຸກ ວົງວິຈິດ, ຄະນະປະຈຳພັກກະຊວງ, ຫົວໜ້າກົມສາມັນສຶກສາ ຂຶ້ນມາເປັນຮອງລັດຖະມົນຕີ.

ວັນທີ 5 ກໍລະກົດ 2021 ຄະນະພັກກະຊວງສຶກສາທິການ ແລະ ກິລາ ໄດ້ໄຂກອງປະຊຸມຄະນະບໍລິຫານງານພັກກະຊວງເປີດກວ້າງ ຄັ້ງທີ 01 ສະໄໝທີ IX ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຂຶ້ນທີ່ຫ້ອງປະຊຸມໃຫຍ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພາຍໃຕ້ການເປັນປະທານຂອງສະຫາຍ ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.


ໃນກອງປະຊຸມ ໄດ້ຮັບຟັງບົດສະຫລຸບຕີລາຄາການຊີ້ນໍາ-ນໍາພາ ວຽກງານຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການຊີ້ນໍາ-ນໍາພາ ປະຈໍາ 6 ເດືອນທ້າຍປີ ພ້ອມທັງຜ່ານໂຄງສ້າງຂອບແນວຄວາມຄິດກ່ຽວກັບການຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານຂອງຂະແໜງການສຶກສາ ແລະ ກິລາ ເພື່ອໃຫ້ບັນດາຄະນະພັກ ແລະ ເລຂາໜ່ວຍພັກປະກອບຄໍາເຫັນໃສ່ໂຄງສ້າງດັ່ງກ່າວ ແລະ ມອບໃບຍ້ອງຍໍໃຫ້ແກ່ບັນດາຮາກຖານພັກ ແລະ ອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຈໍານວນ 36 ພາກສ່ວນ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດເນື້ອໃນແຂ່ງຂັນສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ9 ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ.

ໂອກາດນີ້ ທ່ານ ສີອໍາພອນ ຈັນລາຕີ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ອ່ານດຳລັດຂອງນາຍົກລັດຖະມົນຕີ ເລກທີ 432/ນຍ, ລົງວັນທີ 21.06.2021 ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເຊິ່ງແຕ່ງຕັ້ງ ທ່ານນາງ ປະລິນຍາເອກ ສີສຸກ ວົງວິຈິດ, ຄະນະປະຈຳພັກກະຊວງ, ຫົວໜ້າກົມສາມັນສຶກສາ ເປັນຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນທີ 3.

ແນວໃດກໍ່ຕາມ ທ່ານນາງ ປະລິນຍາເອກ ສີສຸກ ວົງວິຈິດ ກໍ່ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ່ຄະນະພັກ- ຄະນະນໍາ ແລະ ການຈັດຕັ້ງທຸກຂັ້ນ ທີ່ໃຫ້ການສະໜັບສະໜູນ, ກໍ່ສ້າງ ຊ່ວຍເຫຼືອ ສຶກສາອົບຮົມ, ໃຫ້ຄວາມເຊື່ອໝັ້ນ ແລະ ໄວ້ວາງໄຈ ມອບໝາຍໜ້າທີ່ອັນສໍາຄັນໃນຄັ້ງນີ້ໃຫ້ທ່ານ. ພ້ອມທັງຂອບໃຈເພື່ອມິດສະຫາຍ ແລະ ເພື່ອນຮ່ວມງານທຸກຄົນ ທີ່ໄດ້ກໍ່ສ້າງ ຊ່ວຍເຫຼືອທ່ານມາໂດຍຕະຫຼອດ.