ໜ້າຫ່ວງ ຜູ້ຕິດເຊື້ອໃນຊຸມຊົນ ໃນລາວ ນັບມື້ຫຼາຍຂຶ້ນ 5 ກໍລະກົດ ພົບ 56 ຄົນ

369

ວັນທີ 5 ກໍລະກົດ 2021 ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ມາຮອດປະຈຸບັນຕົວເລກສະສົມຜູ້ຕິດເຊື້ອໃນ ສປປ ລາວ ມີທັງໝົດ 2.300 ຄົນ, ມີຕົວເລກສະສົມຜູ້ເສຍຊີວິດ 3 ຄົນ, ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 50 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 3.764 ຄົນ, ຍັງມີຜູ້ຕິດເຊື້ອຍັງນອນປິ່ນປົວ 222 ຄົນ. ຜ່ານການວຽກງານວິເຄາະ ໃນວັນທີ 4 ກໍລະກົດ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ ໂຄວິດ-19 ທັງໝົດ 843 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 56 ກໍລະນີ, ໃນນັ້ນນະຄອນຫຼວງວຽງຈັນ 4 ຄົນ, ສະຫວັນນະເຂດ 8 ຄົນ, ຈໍາປາສັກ 32 ຄົນ, ແຂວງວຽງຈັນ 11 ຄົນ ແລະ ຄໍາມ່ວນ 1 ຄົນ (ຕິດເຊື້ອໃນຊຸມຊົນ 12 ຄົນ ຈາກ ນະຄອນຫຼວງ 1 ຄົນ ແລະ ແຂວງວຽງຈັນ 11 ຄົນ ແລະ ເປັນກໍລະນີນຳເຂົ້າຈາກແຮງງານລາວທີ່ເດີນທາງມາຈາກປະເທດໃກ້ຄຽງ ມີ 44 ຄົນ)

ດ້ານຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃໝ່ 56 ຄົນ: ສໍາລັບ ນະຄອນຫຼວງວຽງຈັນ 1 ຄົນ ແລະ ແຂວງວຽງຈັນ 11 ຄົນ ແມ່ນມີປະຫວັດສໍາຜັດໃກ້ຊິດ ກັບຜູ້ຕິດເຊື້ອເກົ່າ ກຸ່ມບ້ານບົວ. ສ່ວນ ສະຫວັນນະເຂດ 8 ຄົນ, ຈໍາປາສັກ 32 ຄົນ, ຄໍາມ່ວນ 1 ຄົນ ແລະ ນະຄອນຫຼວງ 3 ຄົນ ແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາ ຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກໍານົດໄວ້.

ທ່ານກ່າວຕື່ມວ່າ: ມື້ນີ້ ແມ່ນມື້ທໍາອິດຂອງການສືບຕໍ່ ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ 19 ໃນປະເທດຂອງພວກເຮົາ ຕາມແຈ້ງການ ຂອງຫ້ອງການສໍານັກງານນາຍົກ ລັດ ຖະມົນຕີ ສະບັບເລກທີ 745 \ຫສນຍ ລົງວັນທີ 4 ກໍລະກົດ 2021 ເຊິ່ງເລີ່ມປະຕິບັດແຕ່ມື້ນີ້ ເຖິງວັນທີ 19 ກໍລະກົດ 2021, ແຈ້ງການສະບັບດັ່ງກ່າວແມ່ນມີ 8 ມາດຕະການທີ່ສືບຕໍ່ປະຕິບັດ ແລະ ມີ 13 ມາດຕະການຜ່ອນຜັນ, ໃນມາດຕະການທີ່ສືບຕໍ່ປະຕິບັດ ແມ່ນ ໄດ້ລະບຸ ລາຍລະອຽດເພີ້ມ ເຕີມຄື: ສໍາລັບຢູ່ນະຄອນ ຫຼວງວຽງຈັນ ຫຼື ແຂວງໃດທີ່ມີການລະບາດໃນຊຸມຊົນ ແມ່ນ ຫ້າມຫຼີ້ນກິລາທີ່ ຮ່າງກາຍມີການສໍາພັດກັນ ເຊັ່ນ : ເຕະບານ , ຕີມວຍ ແລະ ອື່ນໆ ແລະ ການເດີນທາງ ເຂົ້າ ອອກ ນະຕອນຫຼວງວຽງຈັນ ແລະ ແຂວງມີການລະບາດໃນຊຸມຊົນ ແລະ ມາດຕະການຜ່ອນຜັນ ທີ່ເພີ້ມຈາກແຈ້ງການສະບັບ 671 \ຫສນຍ ແມ່ນ ຜ່ານມາແມ່ນ ມີ 2 ມາດຕະການ: 1. ການອະນຸຍາດໃຫ້ເປີດຮຽນຄືນປີສຸດທ້າຍ ການສຶກສາຄຸ ພາລະ-ສິນລະປະ ແລະການສຶກສາຊັ້ນສູງຢູ່ນະຄອນຫຼວງວຽງຈັນ ໂດຍຕ້ອງປະຕິບັດຕາມມາດຕະການປ້ອງກັນຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ 19 ຢ່າງເຂັ້ມງວດ; 2. ອະນູຍາດເປີດສູນກີລາໃນຮົ່ມຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແມ່ນເຈົ້າຂອງກິດຈະການ ຕ້ອງສະເໜີຂໍອະນຸຍາດຈາກ ຄະນະສະເພາະກິດສູນກາງ ໂດຍຜ່ານ ຂະແໜງ ສຶກສາທິການ ແລະ ກີລາ ,ສ່ວນແຂວງທີ່ມີການລະບາດໃນຊຸມຊົນໃຫ້ສະເໜີຂໍອະນຸ ຍາດ ຈາກ ຄະນະສະເພາະກິດແຂວງໂດຍຜ່ານ ຂະແໜງ ສຶກສາທິການ ແລະ ກີລາ ແລະ ຕ້ອງໄດ້ລົງກວດສະຖານທີ່ ແລະ ເງື່ອນໄຂການຈັດຕັ້ງປະຕິບັດມາດຕະການ ກ່ອນອະນຸຍາດເປີດບໍລິການ ແລະ ຫຼັງການ ການເປີດບໍລິການເຊິງເຊິ່ງທຸກມາດຕະການທີ່ສືບຕໍ່ແລະຜ່ອນຜັນ ແມ່ນສອດຄ່ອງ ແລະ ແທດເໝາະ ກັບສະພາບການລະບາດຕົວຈິງຂອງພະຍາດໃນປະຈຸບັນ.

ຮອດປະຈຸບັນສະພາບການລະບາດພະຍາດໃນປະເທດ ຕາມການລາຍງານຕົວເລກການຕິດເຊື້ອປະຈໍາວັນ ເຫັນວ່າ ເລີ້ມແຕ່ທ້າຍເດືອນ ມິຖຸນາ 2021 ການຕິດເຊື້ອໃນຊຸມຊົນຢູ່ ນະຄອນຫຼວງວຽງຈັນແມ່ນມີທ່າອຽງຫຼຸດລົງ ທີ 29\6 -3\7 ບໍ່ມີຕິດເຊື້ອໃນຊຸມຊົນ ແລ ມື້ວານນີ້ພົບ 1 ກໍລະນີເປັນກຸ່ມພັດ ກັບບ້ານບົວ, ແລະ ຢູ່ແຂວງວຽງຈັນຍັງມີການລາຍງານການຕິດເຊື້ອໃນຊຸມຊົນ ເລີ້ມແຕ່ມື້ມີການຕິດເຊື້ອຈາກນະຄອນຫຼວງວຽງຈັນ ແລະ ກໍຍັງມີການລາຍງານຕົວເລກ ຕິດເຊື້ອຂອງແຮງງານທີ່ເດີນທາງເຂົ້າມາຈາກປະເທດໃກ້ຄຽງໃນແຕ່ລະວັນເຊງໃນຕົ້ນເດືອນກໍລະກົດ 2021 ເຫັນວ່າແຮງງານຕິດເຊື້ອມາຈາກຕ່າງປະເທດ ແມ່ນມີຈໍານວນເພີ້ມຂຶ້ນ ຖ້າທຽບໃສ່ໄລຍະເດືອນມິຖຸນາ ໂດຍສະເພາະແຂວງ ສະຫວັນນະເຂດ ແລະ ຈໍາປາສັກ ເຊິ່ງແມ່ນພົວພັນກັບການປະຕິບັດມາດຕະການປີດເມືອງຂອງປະເທດໃກ້ຄຽງ ເຮັດໃຫ້ຈໍານວນ ແຮງງານລາວ ທີ່ວາງງານ ບໍ່ມີວຽກເຮັດ ກັບຄືນປະເທດ ເພີ້ມຫຼາຍຂື້ນ ພ້ອມດຽວກັນ ຍັງມີສະພາບການຕິດເຊື້ອ ໂຄວິດ 19 ສາຍພັນແດ້ວຕາ ຈາກແຮງງານ ຢູ່ນະຄອນຫຼວງວຽງຈັນ ຄໍາມ່ວນ ແລະ ຈຳປາສັກ ສົມທົບກັບສະພາບການລະບາດພະຍາດໂຄວິດ-19ໃນບັນດາປະເທດໃກ້ຄຽງ ກັບ ສປປລາວ ຍັງສືບຕໍ່ມີການລະບາດຂອງພະຍາດ ໂຄວິດ 19 ສາຍພັນໃໝ່ອອກເປັນວົງກ້ວາງ ແລະ ມີການລາຍງານກໍລະນີຕິດ ເຊື່ອໃໝ່ ແລະ ເສຍຊີວິດໃໝ່ ໃນແຕ່ລະວັນ.

ທ່ານໃຫ້ຮູ້ຕື່ມວ່າ: ສະຖານທີ່ ການເກັບຕົວຢ່າງ ເພື່ອກວດຫາເຊື້ອ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນມີໂຮງໝໍສູນກາງຈຸດກວດ ຢູ່ ມສ ສີໂຄດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນເຖິງ ວັນອາທິດ) ນອກຈາກນັ້ນທີມງານເຝົ້າລະວັງຍັງມີການຄົ້ນຫາກໍລະນີຜູ້ຕິດເຊື້ອໃໝ່ແບບບຸກ (Activecase finding) ໂດຍການເຄື່ອນທີ່ໄປເກັບຕົວຢ່າງ ໃນຈຸດ ທີ່ ເປັນ ບ້ານເຂດແດງສໍານັກງານອົງການ,ສະຖາບັນການສຶກສາ, ຕະຫຼາດສົດ, ລວມທັງບາງໂຮງງານ ແລະ ສະຖານທີ່ ທີ່ມີ ແຮງງານກໍາມະກອນຈໍານວນຫຼາຍ.

ໜ້າຫ່ວງ ຜູ້ຕິດເຊື້ອໃນຊຸມຊົນ ໃນລາວ ນັບມື້ຫຼາຍຂຶ້ນ 5 ກໍລະກົດ ພົບ 56 ຄົນ

ປະຈຸບັນທົ່ວປະເທດຍັງສືບຕໍ່ສັກວັກຊີນເຂັ້ມທີ 2 ຮອບເກົ່າ (ຊີໂນຟາມ ແລະ ອາສຕາເຊນີກາ) ທ່ານສາມາດໄປສັກວັກຊີນ ເຂັ້ມ 2 ໄດ້ຢູ່ໂຮງໝໍສູນກາງ ແລະ ໂຮງໝໍເມືອງ ແລະ ສະຖານທີ່ບໍລິການທີ່ທາງຄະນະສະເພາະກິດກໍານົດໄວການໄປ ຂໍໃຫ້ທຸກທ່ານປະຕິບັດການຮັກສາໄລຍະຫ່າງ ແລະ ມາດຕະການປ້ອງກັນໂຕເອງ ເພື່ອຄວາມປອດໄພຂອງທ່ານ ແລະ ທຸກຄົນທີ່ໄປຮັບວັກຊິນ ຕາມຈຸດບໍລິການທີ່ທາງຄະນະສະເພາະກິດກໍານົດໄວ້.