5 ກໍລະກົດ ມີກໍລະນີຕິດເຊື້ອໃໝ່ 56 ຄົນ ໃນນີ້ຕິດເຊື້ອໃນຊຸມຊົນ 12 ຄົນໃນ 2 ແຂວງ

1153

5 ກໍລະກົດ ສປປລາວ ພົບກໍລະນີຕິດເຊື້ອໂຄວິດ-19ໃໝ່ 56 ຄົນ; ໃນນີ້ລະບາດໃນຊຸມຊົນ 12 ຄົນ ປະກອບມີແຂວງວຽງຈັນ 11 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 5 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກວ່າ:ໃນວັນທີ 4 ກໍລະກົດ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ ໂຄວິດ-19 ທັງໝົດ 843 ຕົວຢ່າງ ກວດພົບຜູ້ຕິດເຊື້ອໃໝ່ 56 ກໍລະນີ, ໃນນັ້ນນະຄອນຫຼວງວຽງຈັນ 4 ຄົນ, ສະຫວັນນະເຂດ 8 ຄົນ, ຈໍາປາສັກ 32 ຄົນ, ແຂວງວຽງຈັນ 11 ຄົນ ແລະ ຄໍາມ່ວນ 1 ຄົນ.


ສໍາລັບ ນະຄອນຫຼວງວຽງຈັນ 1 ຄົນ ແລະ ແຂວງວຽງຈັນ 11 ຄົນ ແມ່ນມີປະຫວັດສໍາຜັດໃກ້ຊິດ ກັບຜູ້ຕິດເຊື້ອເກົ່າ ກຸ່ມບ້ານບົວ. ສ່ວນ ສະຫວັນນະເຂດ 8 ຄົນ, ຈໍາປາສັກ 32 ຄົນ, ຄໍາມ່ວນ 1 ຄົນ ແລະ ນະຄອນຫຼວງ 3ຄົນ ແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະຈຳກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກໍານົດໄວ້.


ມາຮອດປັດຈຸບັນຕົວເລກສະສົມຜູ້ຕິດເຊື້ອໃນ ສປປ ລາວ ມີທັງໝົດ 2.300 ຄົນ, ມີຕົວເລກສະສົມຜູ້ເສຍຊີວິດ 3 ຄົນ, ຍັງມີຜູ້ຕິດເຊື້ອຍັງນອນປິ່ນປົວ 222 ຄົນ.

ຮອດປັດຈຸບັນສະພາບການລະບາດພະຍາດໃນປະເທດ ຕາມການລາຍງານຕົວເລກການຕິດເຊື້ອປະຈໍາວັນ ເຫັນວ່າ ເລີ່ມແຕ່ທ້າຍເດືອນ ມິຖຸນາ 2021 ການຕິດເຊື້ອໃນຊຸມຊົນຢູ່ ນະຄອນຫຼວງວຽງຈັນແມ່ນມີທ່າອຽງຫຼຸດລົງ ທີ 29\6 -3\7 ບໍ່ມີຕິດເຊື້ອໃນຊຸມຊົນ ແລະ ມື້ວານນີ້ພົບ 1 ກໍລະນີເປັນກຸ່ມສຳພັດ ກັບບ້ານບົວ, ແລະ ຢູ່ແຂວງວຽງຈັນຍັງມີການລາຍງານການຕິດເຊື້ອໃນຊຸມຊົນ ເລີ່ມແຕ່ມື້ມີການຕິດເຊື້ອຈາກນະຄອນຫຼວງວຽງຈັນ.

ນອກນັ້ນກໍຍັງມີການລາຍງານຕົວເລກ ຕິດເຊື້ອຂອງແຮງງານທີ່ເດີນທາງເຂົ້າມາຈາກປະເທດໃກ້ຄຽງໃນແຕ່ລະວັນເຊິ່ງໃນຕົ້ນເດືອນກໍລະກົດ 2021 ເຫັນວ່າແຮງງານຕິດເຊື້ອມາຈາກຕ່າງປະເທດ ແມ່ນມີຈໍານວນເພີ່ມຂຶ້ນ ຖ້າທຽບໃສ່ໄລຍະເດືອນມິຖຸນາ ໂດຍສະເພາະແຂວງ ສະຫວັນນະເຂດ ແລະ ຈໍາປາສັກ ເຊິ່ງແມ່ນພົວພັນກັບການປະຕິບັດມາດຕະການປີດເມືອງຂອງປະເທດໃກ້ຄຽງ ເຮັດໃຫ້ຈໍານວນ ແຮງງານລາວ ທີ່ວາງງານ ບໍ່ມີວຽກເຮັດ ກັບຄືນປະເທດ ເພີ່ມຫຼາຍຂຶ້ນ ພ້ອມດຽວກັນ ຍັງມີສະພາບການຕິດເຊື້ອ ໂຄວິດ 19 ສາຍພັນເດວຕາ ຈາກແຮງງານ ຢູ່ນະຄອນຫຼວງວຽງຈັນ, ຄໍາມ່ວນ ແລະ ຈຳປາສັກ ສົມທົບກັບສະພາບການລະບາດພະຍາດໂຄວິດ-19ໃນບັນດາປະເທດໃກ້ຄຽງ ກັບ ສປປລາວ ຍັງສືບຕໍ່ມີການລະບາດຂອງພະຍາດ ໂຄວິດ 19 ສາຍພັນໃໝ່ອອກເປັນວົງກວ້າງ ແລະ ມີການລາຍງານກໍລະນີຕິດ ເຊື່ອໃໝ່ ແລະ ເສຍຊີວິດໃໝ່ ໃນແຕ່ລະວັນ.

ໂດຍອີງໃສ່ສະພາບທີ່ກ່າວມານັ້ນ ປະເທດຂອງພວກເຮົາ ແມ່ນ ຄວາມສ່ຽງສູງ ທີ່ອາດຈະເກີດມີການ ລະບາດ ຂອງພະຍາດ ສາຍພັນເດວຕາ ອອກເປັນວົງກວ້າງ ພາຍ ໃນປະເທດ ເຊິ່ງ ຈະເຮັດ ໃຫ້ການສະກັດກັ້ນ ແລະຄວບຄຸມ ພົບຄວາມຫຍຸ້ງຍາກ ຫຼື ອາດບໍ່ສາມາດຄວບຄຸມການລະບາດຂອງພະຍາດໄດ້ຄືກັບຫຼາຍປະເທດກໍາລັງປະສົບກັບບັນຫາດັ່ງກ່າວ.

ດັ່ງນັ້ນຈຶ່ງຂໍຮຽກຮ້ອງມາຍັງບັນດາທ່ານ ທຸກພາກສ່ວນ ຈົງໄດ້ ໃຫ້ການ ຮ່ວມມື ໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານ ແລະຄະນະສະເພາະກກິດໃນແຕ່ລະຂັ້ນ ວາງອອກໃນແຕ່ລະໄລຍະ ຢ່າງເຂັ້ມງວດ ດ້ວຍຄວາມ ເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງ.

ການປະຕິບັດ ການຮັກສາໄລຍະຫ່າງໃນສັງຄົມ ແລະ ການປະຕິບັດມາດ ຕະການປ້ອງກັນຕົນເອງ ໂດຍການໃສ່ຜ້າອັດປາກ ອັດດັງ ແລະ ລ້າງມື ດ້ວຍເຈວ ແລະເຫຼົ້າ70 ເລື້ອຍໆ ຍັງແມ່ນມາດຕະການຫຼັກທີ່ໄດ້ຮັບຜົນດີ ໃນການປ້ອງກັນພະຍາດໂຄວິດ19 ທຸກສາຍ ພັນ ເພື່ອເຮັດແນວໃດ ໃຫ້ ສະພາບການຕິດເຊື້ອພະຍາດ ຄ່ອຍຫຼຸດລົງ ໂດຍການເລີ່ມຈາກ ການຫຼຸດຜ່ອນຈໍານວນຜູ້ຕິດເຊື້ອໃນຊຸມຊົນໃຫ້ມີຫນ້ອຍທີ່ສຸດ ຈົນກ້າວ ໄປ ເຖິງ ບໍ່ມີການຕິດເຊື້ອ ໃນຊຸມຊົນໃນທົ່ວປະເທດ ເຮັດໃຫ້ທຸກຄົນ ໃນສັງຄົມ ຄ່ອຍກັບໄປສູ່ການດໍາລົງຊີວິດປົກກະຕິໃໝ່ ແບບໃຫມ່ ໄດ້ໂດຍໄວ .