ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຄື່ອນໄຫວເຮັດວຽກທີ່ແຂວງເຊກອງ

729

ໃນລະຫວ່າງວັນທີ 1-2 ກໍລະກົດ 2021 ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ນຳພາຄະນະ ໄດ້ລົງໄປເຄື່ອນໄຫວເຮັດວຽກ ຢູ່ແຂວງເຊກອງ.

ໂດຍໃນຕອນບ່າຍຂອງວັນທີ 1 ກໍລະກົດ 2021 ໄດ້ພົບປະໂອ້ລົມກັບ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ. ຫຼັງຈາກນັ້ນກໍ ໄປຢ້ຽມຢາມເບິ່ງ ບໍ່ຖ່ານຫີນ ຂອງບໍລິສັດ ພອນສັກກຣຸບ ທີ່ຕັ້ງຢູ່ເຂດເມືອງກະລຶມເກົ່າ ໂດຍແມ່ນທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດພອນສັກ ໃຫ້ກຽດຕ້ອນຮັບ ຊຶ່ງມາຮອດປະຈຸບັນການຂຸດຄົ້ນບໍ່ຖ່ານ ສາມາດຂຸດຄົ້ນໄດ້ 2 ລ້ານກວ່າໂຕນ, ຈຸດປະສົງຫຼັກໃນການຂຸດຄົ້ນນີ້ ກໍແມ່ນເພື່ອສ້າງຕັ້ງໂຮງງານພະລັງງານໄຟຟ້າຄວາມຮ້ອນຖ່ານຫີນ 1.800 ເມກາວັດ ເພື່ອຈະຂາຍໄປຍັງປະເທດກຳປູເຈຍ ຕາມການຕົກລົງຂອງລັດຖະບານ ແລະ ມີຕະຫຼາດຈຳໜ່າຍສົ່ງອອກໄປຍັງປະເທດຫວຽດນາມຕື່ມອີກ.


ໃນຕອນເຊົ້າວັນທີ 2 ກໍລະກົດ 2021 ທ່ານ ສົມແພງ ໄຊສົມແພງ ພ້ອມຄະນະ ລົງຢ້ຽມຢາມພົບປະ ຢູ່ພະແນກ ອຄ ແຂວງເຊກອງ.ທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກ ອຄ ແຂວງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານການພັດທະນາຂະແໜງ ອຄ ແຂວງເຊກອງ ໄລຍະ 6 ເດືອນຕົ້ນປີ

ຈາກນັ້ນ ທ່ານ ຄຳແພງ ໄຊສົມແພງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການປະຕິບັດໜ້າທີ່ວຽກງານ ຂອງຄະນະພັກ-ຄະນະພະແນກ ກໍຄືພະນັກງານລັດຖະກອນພະແນກ ອຄ ແຂວງເຊກອງ. ຄຽງຄູ່ກັນນີ້, ທ່ານຍັງໄດ້ຊີ້ນໍາໃຫ້ເອົາໃຈໃສ່ ແລະ ໄດ້ເນັ້ນໜັກຕື່ມບາງວຽກງານສະເພາະໜ້າ ໃນນາມເປັນຂະແໜງການຮັບຜິດຊອບ ເສດຖະກິດ ພວມສຸມໃສ່ການສົ່ງເສີມການຜະລິດ-ບໍລິການ ເພື່ອຊົມໃຊ້ພາຍໃນ, ຫຼຸດຜ່ອນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ (ຫັນປ່ຽນໄປສູ່ສັງຄົມການຜະລິດ) ສ້າງສະພາບແວດລ້ອມທີ່ເອື້ອອຳນວຍແກ່ການດຳເນີນທຸລະກິດ, ຫຼຸດຜ່ອນຂັ້ນຂອດ ແລະ ໄລຍະເວລາໃນການອະນຸຍາດດໍາເນີນທຸລະກິດ ແລະ ສ້າງຄວາມສະດວກໃນຂອດການຈໍລະຈອນສິນຄ້າ ເຊິ່ງຕິດພັນກັບ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ທີ່ລັດຖະບານພວມຂຸ້ນຂ້ຽວ ຊີ້ນຳເພື່ອຈັດຕັ້ງປະຕິບັດ ໃນປັດຈຸບັນ. ເປັນຕົ້ນແມ່ນແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ (2021-2025) ເວົ້າລວມ, ເວົ້າສະເພາະ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ (2021-2025)