ສປປ ລາວ ແລະ ສປປ ເກົາຫຼີເຊັນບົດບັນທຶກຄວາມເຂົ້າໃຈດ້ານການສືກສາ

1194

ວັນທີ 02 ກໍລະກົດ 2021 ຜ່ານມານີ້ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ສປປລາວ ແລະ ຄະນະກໍາມາທິການໆສຶກສາແຫ່ງຊາດ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ (ເກົາຫຼີເໜືອ) ເພື່ອຮ່ວມມືໃນວຽກງານການສືກສາໃນອະນາຄົດ.

ບາດກ້າວໃໝ່ໃນການຮ່ວມມືຂອງສອງປະເທດ

ການຮ່ວມລົງນາມຄັ້ງນີ້, ສປປລາວ ນຳໂດຍທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ສປປເກົາຫຼີ ນຳໂດຍທ່ານ ລີຢົງ ຊົນ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດປະຊາຊົນປະຊາທິປະໄຕເກົາຫຼີ ປະຈຳ ສປປລາວ.


ກິດຈະກໍາສ່ວນໜື່ງຂອງບົດບັນທຶກຄວາມເຂົ້າໃຈການຮ່ວມມືສະບັບນີ້ປະກອບດ້ວຍ: ການເຊີນ ແລະ ສົ່ງຄູອາຈານ ແລະ ນັກຄົ້ນຄວ້າໃຫ້ກັນ ແລະ ກັນ, ເພື່ອການຄົ້ນຄວ້າວິໄຈດ້ານການສຶກສາຮ່ວມກັນ ແລະ ການສຶກສາຄົ້ນຄວ້າທຶນການສຶກສາຕ່າງໆ ໃນຂົງເຂດທີ່ເຫັນວ່າມີຄວາມສົນໃຈ ໂດຍການເຫັນດີຂອງຄູ່ຮ່ວມມືທັງສອງຝ່າຍ, ການສົ່ງ ຫຼື ຮັບນັກສຶກສາ ຈຳນວນ 02 ຄົນຕໍ່ປີ.