ຍັງໜ້າຫ່ວງ 4 ກໍລະກົດ ລາວ ຕິດເຊື້ອ 32 ຄົນ ໂດຍມີແຂວງວຽງຈັນ ແລະ ສາລະວັນ ແມ່ນຕິດເຊື້ອໃນຊຸມຊົນ

474

ໃນວັນທີ 4 ກໍລະກົດ 2021 ໂດຍການຮ່ວມຖະແຫຼງໂດຍທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ມາຮອດປະຈຸບັນຕົວເລກຜູ້ຕິດເຊື້ອສະສົມໃນລາວມີທັງໝົດ 2.244 ຄົນ, ພ້ອມມີຕົວເລກສະສົມຜູ້້ເສຍຊີວິດ 3 ຄົນ, ສຳລັບຕົວເລກຜູ້ກໍາລັງປິ່ນປົວ ທັງໝົດ 210 ຄົນ, ປະຈຸບັນຍັງມີສູນຈຳກັດບໍລິເວນທັງໝົດ 51 ສູນ ມີຜູ້ຈຳກັດບໍລິເວນທັງໝົດ 3.589 ຄົນ. ວັນທີ 3 ກໍລະກົດ ມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2.969 ຄົນ ແລະ ໄດ້້ເກັບຕົວຢ່າງມາກວດທັງໝົດ 1.717 ກໍລະນີ ພົບຜູ້ຕິດເຊື້ອ 32 ຄົນ ໃນນັ້ນ ຢູ່ສະຫວັນນະເຂດ 9 ຄົນ, ຈຳປາສັກ 17 ຄົນ, ສາລະວັນ 1 ຄົນ, ແຂວງວຽງຈັນ 2 ຄົນ ແລະ ຄຳມ່ວນ 3 ຄົນ ສຳລັບ ສະຫວັນນະເຂດ, ຈຳປາສັກ ແລະ ຄຳມ່ວນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າສ່ວນ ແຂວງວຽງຈັນ ແລະ ສາລະວັນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ. ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 12 ບ້ານ ໃນ 06 ເມືອງ ຄື: ເມືອງຈັນທະບູລີ, ສີສັດຕະນາກ,​ ໄຊທານີ, ສີໂຄດຕະບອງ, ໄຊເສດຖາ ແລະ ນາຊາຍທອງ.

ການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່ນີ້ ສັງເກດເຫັນວ່າ ຢູ່ທົ່ວໂລກ ແມ່ນຫຼຸດລົງເລັກນ້ອຍ ແຕ່ປະເທດອ້ອມຂ້າງ ທີ່ມີຊາຍແດນຕິດຈອດກັບ ສປປ ລາວເຮົາ ຍັງສືບຕໍ່ມີການລະບາດພາຍໃນຊຸມຊົນຢ່າງຕໍ່ເນື່ອງ ມີລາຍງານຜູ້ຕິດເຊື້ອໃໝ່ 6 ພັນກວ່າຄົນ ພາຍໃນມື້ດຽວ ເຊິ່ງມີຄວາມສ່ຽງສູງ ທີ່ຜູ້ເດີນທາງຈາກປະເທດດັ່ງກ່າວ ເຂົ້າມາ ສປປ ລາວ ຈະນຳເອົາເຊື້ອໂຄວິດ-19 ສາຍພັນໃໝ່ ເຂົ້າມາແຜ່ລະບາດໃນປະເທດຂອງພວກເຮົາ; ຕໍ່ກັບສະພາບການດັ່ງກ່າວ,​ ຈຶ່ງຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງເຂັ້ມງວດໃນການກວດກາ,​ ລາດຕະເວນ ຮັບປະກັນບໍ່ໃຫ້ມີຜູ້ລັກລອບເຂົ້າມາ ສປປ ລາວ ຕາມຊ່ອງທາງທຳມະຊາດ ເຊິ່ງພວກທ່ານ ຈະເຫັນໄດ້ຈາກສື່ຕ່າງໆທີ່ເປັນທາງການ ໄດ້ປະກາດຫາ ຜູ້ທີ່ລັກລອບເຂົ້າມາ, ຖ້າຫາກທ່ານພົບເຫັນບຸກຄົນດັ່ງກ່າວ ໃຫ້ຮີບຮ້ອນລາຍງານແກ່ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຈະໄດ້ນຳພວກກ່ຽວເຂົ້າໄປຈຳກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ພ້ອມທັງ ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ສາຍພັນ ຢ່າງທັນການ.

ອີກເທື່ອໜຶ່ງ, ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງຍົກສູງສະຕິ ເປັນເຈົ້າຕົນເອງ ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຄັ່ງຄັດ ເປັນຕົ້ນແມ່ນ ການດຳລົງຊີວິດປົກກະຕິແບບໃໝ່, ການຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວທີ່ມີສ່ວນຜະສົມເຫຼົ້າ 70 % ຂຶ້ນໄປ, ຫຼີກລ້ຽງການເດີນທາງໄປສະຖານທີ່ແອອັດ ແລະ ທີ່ມີຄວາມສ່ຽງ. ຖ້າຫາກທ່ານຮູ້ສຶກບໍ່ສະບາຍ ຫຼື ມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເດີນທາງໄປຍັງສະຖານທີ່ ທີ່ຜູ້ຕິດເຊື້ອເດີນທາງໄປ ໃຫ້ທ່ານຮີບຮ້ອນໄປພົບແພດ ເພື່ອເກັບຕົວຢ່າງກວດຊອກຫາເຊື້ອ ແລະ ຈຳກັດບໍລິເວນຕົນເອງ 14 ວັນ ເຊິ່ງການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ມີການລະບາດຮອບໃໝ່.

ຍັງໜ້າຫ່ວງ 3 ກໍາລະກົດ ລາວ ຕິດເຊື້ອ 32 ຄົນ ໂດຍມີແຂວງວຽງຈັນ ແລະ ສາລະວັນ ແມ່ນຕິດເຊື້ອໃນຊຸມຊົນ