ເລີ່ມລົງມືກໍ່ສ້າງອາຄານ ສໍານັກງານກອງບັນຊາການທະຫານອາກາດ

944

ພິທີວາງສີລາລຶກກໍ່ສ້າງອາຄານ ສໍານັກງານກອງບັນຊາການທະຫານອາກາດໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2021 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ  ຮອງລັດຖະມົນຕີ ກະ ຊວງປ້ອງກັນປະເທດ; ມີ ສະຫາຍ ພົນຈັດຕະວາ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ສະຫາຍ ພັນເອກ ພິເສດ ຫຼີປິ້ງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສປຈີນ ປະຈໍາລາວ, ທ່ານ ນາງ ສຸ້ຍ ຈີ້ໝີງ ຄະນະບໍລິຫານກຸ່ມບໍລິສັດຟຣອນທີເອີຜູ້ຮັບເໝົາກໍ່ສ້າງ ພ້ອມດ້ວຍພະນັກງານທີ່ກ້ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


ໃນພິທີ ສະຫາຍ ພົນຈັດຕະວາ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດໄດ້ກ່າວວ່າ: ໂຄງການກໍ່ສ້າງອາຄານ ກອງບັນຊາການທະຫານອາກາດ ຄັ້ງນີ້ເປັນຈຸດເລີ່ມຕົ້ນ ແລະ ເປັນສັນຍານທີ່ດີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວເຮົາ ກໍຄືກອງບັນຊາການທະຫານອາກາດໃນການເປັນເຈົ້າປ້ອງກັນນ່ານຟ້າຕາມແນວທາງນະໂຍບາຍທີ່ພັກແລະລັດຖະບານ ໄດ້ກໍານົດໄວ້ນັ້ນຄື: ຫັນກອງທັບເຂົ້າສູ່ແບບແຜນທັນສະໄໝສາມາດຮັບໃຊ້ການບິນ ແລະ ບິນສູ້ຮົບປົກປັກຮັກສານ່ານຟ້າຂອງ ສປປ ລາວ; ການກໍ່ສ້າງອາຄານ,ສໍານັກງານກອງບັນຊາການທະຫານອາກາດໃນຄັ້ງນີ້ແມ່ນການຊ່ວຍເຫຼື່ອ ຮ່ວມມື ລະຫວ່າງ ສປປ ລາວ- ສປຈີນ .

ສໍາລັບກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ບໍລິສັດຟຣອນທີອີ ແຫ່ງ ສປ ຈີນ ຜ່ານມາເຄີຍໄດ້ພົວພັນຮ່ວມມືນໍາກັນມາແລ້ວ ແລະ ໄດ້ລົງນາມເຊັນບົດບັນທຶກສັນຍາຮ່ວມກັນໃນໂຄງການກໍ່ສ້າງ,ສໍານັກງານ ກອງບັນຊາການທະຫານອາກາດ, ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ໄວ້ເນື້ອເຊື່ອໃຈກັນ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ. ສະນັ້ນ, ພິທີວາງສີລາລຶກ ໂຄງການກໍ່ສ້າງອາຄານ,ສໍານັກງານ ກອງບັນຊາການທະຫານອາກາດແມ່ນປະຕິບັດຕາມສັນຍາໄວ້ໃນ ວັນທີ 22 ທັນວາ 2020 ໃຫ້ປະກົດຜົນເປັນຈິງ.


ທ່ານ ນາງ ສຸ້ຍ ຈີ້ໝີງ ໄດ້ກ່າວວ່າ: ສປປ ລາວ ແລະ ສປ ຈີນ ເປັນຄູ່ຮ່ວມມືທາງດ້ານຍຸດທະສາດ, ເປັນເພື່ອນທີ່ສະໜິດສະໜົມໃນເສັ້ນທາງການສ້າງສັງຄົມນິຍົມ ນັບແຕ່ບໍລິສັດ ຟຣອນທີອີ ໄດ້ເຂົ້າມາດໍາເນີນທຸລະກິດຢູ່ ສປປ ລາວໃນ ປີ 2017 ບໍລິສັດ ຟຣອນທີເອີ ໄດ້ເອົາໃຈໃສ່ພົວພັນກັບບັນດາອົງການລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ, ໂດຍສະເພາະແມ່ນກະຊວງປ້ອງກັນປະເທດບົນພື້ນຖານການປົກປັກຮັກສາ ແລະ ເສີມຂະຫຍາຍມິດຕະພາບລາວ-ຈີນອັນເປັນມູນເຊື້ອ, ປະສານກັບກະຊວງປ້ອງກັນປະເທດກໍຄືກອງບັນຊາການທະຫານອາກາດເພື່ອປະກອບສ່ວນເຂົ້າໃນວຽກງານການພັດທະນາ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລະ ສ້າງສາພັດທະນາສາຍພົວພັນຄູ່ຮ່ວມມືຮອບດ້ານບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈກັນ, ຊ່ວຍເຫຼືອກັນ ແລະ ມີຜົນປະໂຫຍດຮ່ວມກັນ, ສົ່ງເສີມການຈັດຕັ້ງປະຕິບັດພາລະໜ້າທີ່ທາງດ້ານສັງຄົມຂອງບໍລິສັດ ສປຈີນຢ່າງເປັນຈິງ,ປະກອບສ່ວນໃນການພັດທະນາສາຍພົວພັນຮ່ວມມືທີດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມເຈລະຈາທີ່ດີຕໍ່ກັນ.

ໂດຍ: ບຸນຊ້ອຍ