ກອງທຶນການເງິນສາກົນ ປັບເພີ່ມຄາດການ ຈີດີພີ ຂອງອາເມຣິເປັນ 7%

315

ສຳນັກຂ່າວຕ່າງປະເທດລາຍງານວ່າ ກອງທຶນການເງິນສາກົນ (IMF) ໄດ້ປັບເພີ່ມຄາດການການຂະຫຍາຍຕົວເສດຖະກິດຂອງສະຫະລັດອາເມຣິກາຂຶ້ນສູ່ລະດັບ 7% ໃນປີ 2021 ນີ້ ຈາກກ່ອນໜ້ານີ້ທີ່ຄາດການວ່າຈະຂະຫຍາຍຕົວ 4,6% ເນື່ອງຈາກເສດຖະກິດອາເມຣິກາສາມາດຟື້ນຕົວໄດ້ຢ່າງເຂັ້ມແຂງ.ນອກຈາກນີ້ ຍັງປັບເພີ່ມຄາດການເສດຖະກິດຂອງອາເມຣິກາ ຈາກສົມໝຸດຖານທີ່ວ່າ ຈະມີການບັງຄັບໃຊ້ແຜນການໃຊ້ຈ່າຍດ້ານໂຄງສ້າງພື້ນຖານທີ່ສະເໜີໂດຍປະທານາທິບໍດີ ໂຈ ໄບເດັນ.

ທັງນີ້ ໄອເອັມເອຟຄາດການວ່າ ເສດຖະກິດສະຫະລັດອາເມຣິກາຈະຂະຫຍາຍຕົວ 7% ໃນປີນີ້ ເຊິ່ງເປັນການຂະຫຍາຍຕົວທີ່ເຂັ້ມແຂງທີ່ສຸດນັບແຕ່ປີ 1984 ເປັນຕົ້ນມາ, ນອກຈາກນີ້ ຍັງປັບເພີ່ມຄາດການ ປີ 2022 ເສດຖະກິດອາເມຣິກາຈະຂະຫຍາຍຕົວ 4,9% ຈາກເດີມຄາດວ່າຈະຢູ່ທີ່ 3,5%.


ຕົວເລກຄາການໃໝ່ນີ້ ຕັ້ງຢູ່ໃນສົມໝຸດຖານທີ່ວ່າ ສະພາຄອງເກຣສຈະຮັບຮອງເອົາຮ່າງກົດໝາຍ American Jobs Plan ໃນວົງເງິນ 2,3 ພັນຕື້ໂດລາ ເພື່ອລົງທຶນໃສ່ໂຄງສ້າງພື້ນຖານ ແລະ ຮ່າງກົດໝາຍ American Families Plan ເພື່ອຊ່ວຍເຫຼືອພາກຄົວເຮືອນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.


ທ່ານ ນາງ ຄຣິດຕາລີນາ ຈໍເຈຍວາ ຜູ້ອຳນວຍການໄອເອັມເອຟ ກ່າວວ່າ: ຮ່າງກົດໝາຍທັງສອງສະບັບ ຈະຊ່ວຍໃຫ້ຄຳແນະນຳຕ່າງໆທີ່ໄອເອັມເອຟເຄີຍສະເໜີໃຫ້ອາເມຣິກາໃນຊ່ວງຫຼາຍປີຜ່ານມານນັ້ນ ປະສົບຜົນສຳເລັດ, ໃນນັ້ນລວມທັງການລົງທຶນເພື່ອກະຕຸ້ນສັກກະຍະພາບດ້ານການຜະລິດ, ການສຶກສາ ແລະ ການເປີດໂອກາດໃຫ້ເພດຍິງມີສ່ວນຮ່ວມໃນຕະຫຼາດແຮງງານຫຼາຍຂຶ້ນ.


ຮ່າງກົດໝາຍເຫຼົ່ານີ້ ຈະຊ່ວຍກະຕຸ້ນອຸປະສົງ (ການຜະລິດ ແລະ ສະໜອງ) ເຂັ້ມແຂງຂຶ້ນ ແລະ ຈະຊ່ວຍຍູໜູນການຂະຫຍາຍຕົວຂອງ ຈີດີພີ ປະມານ 5,25% ໃນຊ່ວງປີ 2022-2024, ນອກຈາກນີ້ ຍັງຈະຊ່ວຍປັບປຸງດ້ານລາຍໄດ້ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນອີກດ້ວຍ.