ອີຢູ ເລີ່ມໃຊ້ພັດສະປອດວັກຊີນ ດີຈີຕ໋ອນ ເພື່ອເດີນທາງຜ່ານແດນເຊິ່ງກັນ ແລະ ກັນໄດ້ ໂດຍບໍ່ຕ້ອງຈຳກັດບໍລິເວນ ຫຼື ກວດຫາເຊື້ອໂຄວິດອີກຕໍ່ໄປ

342

ສຳນັກຂ່າວຕ່າງປະເທດລາຍງານວ່າ ສະຫະພາບເອີຣົບ (ອີຢູ) ໄດ້ໃຊ້ພັດສະປອດ ຫຼື ໜັງສືເດີນທາງທີ່ຢັ້ງຢືນການສັກວັກຊີນປ້ອງກັນໂຄວິດ-19 ໃນຮູບແບບດີຈີຕ໋ອນຢ່າງເປັນທາງການແລ້ວນັບແຕ່ວັນທີ 1 ກໍລະກົດ 2021 ເປັນຕົ້ນໄປ

ເພື່ອເຮັດໃຫ້ພົນລະເມືອງໃນກຸ່ມປະເທດອີຢູໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ຄົບ 2 ເຂັມແລ້ວ ໃຊ້ເອກະສານນີ້ ເພື່ອເດີນທາງຜ່ານແດນເຊິ່ງກັນ ແລະ ກັນໄດ້ ໂດຍບໍ່ຕ້ອງຈຳກັດບໍລິເວນ ຫຼື ກວດຫາເຊື້ອໂຄວິດອີກຕໍ່ໄປ.


ໜັງສືເດີນທາງທີ່ຮັບຮອງການສັກວັກຊີນປ້ອງກັນໂຄວິດ-19 ໃນຮູບແບບດີຈີຕ໋ອນນີ້ ມີທັງຮູບແບບຜ່ານແອັບພລິເຄເຊິນໃນສະມາດໂຟນ ແລະ ເອກະສານຢັ້ງຢືນແບບເຈ້ຍ ເຊິ່ງສະມາຊິກອີຢູແຕ່ລະປະເທດເປັນຜູ້ອອກເອກະສານເດີນທາງເອງ ແລະ ທຸກປະເທດຕ້ອງຍອມຮັບເອກະສານຢັ້ງຢືນການສັກວັກຊີນປ້ອງກັນໂຄວິດທີ່ອອກໂດຍສະມາຊິກປະເທດອື່ນ. ທັງນີ້ ມາຮອດປັດຈຸບັນ ອີຢູໄດ້ອອກໃບຢັ້ງຢືນດັ່ງກ່າວແລ້ວຫຼາຍກວ່າ 200 ລ້ານສະບັບ.