ລາວ ມີຄວາມສ່ຽງສູງ ລະບາດເຊື້ອສາຍພັນໃໝ່ ຫາກຍັງມີການລັກລອບເຂົ້າມາ ແບບບໍ່ຖືກຕ້ອງ

437

ໃນວັນທີ 3 ກໍລະກົດ 2021 ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ສປປ ລາວ ຍັງມີສິ່ງທ້າທາຍຫຼາຍດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່: ການປະຕິບັດມາດຕະການ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກ ໃນສັງຄົມ ຍັງບໍ່ທັນເຂັ້ມງວດ ແລະ ເຄັ່ງຄັດເທົ່າທີ່ຄວນ ( ການຊຸມແຊວ, ໄປມາຫາສູ່ ໃນກຸ່ມຍາດຕິພີ່ນ້ອງ ໂດຍບໍ່ປ້ອງກັນໂຕເອງ ຄືການຕິດເຊື້ອພະຍາດຈາກແຂວງໜຶ່ງໄປແຂວງໜຶ່ງ ແລະ ອື່ນໆ) ແຮງງານລາວທີ່ໄປເຮັດວຽກຕາງປະເທດປະສົບກັບສະພາບການວ່າງງານບໍ່ມີວຽກ ເຮັດງານທຳ ຕ້ອງກັບຄືນປະເທດ (ມີຄວາມສ່ຽງສູງຫາກລັກລອບເຂົ້າມາ ແບບບໍ່ຖືກຕ້ອງ) ການຕິດເຊື້ອໃນຊຸມຊົນ ຢູ່ປະເທດອ້ອມຂ້າງຍັງສູງ ແລະເຊື້ອສາຍເຫດ ແມ່ນພະຍາດໂຄວິດສາຍພັນ ເດວຕາ ທີ່ສາມາດແຜ່ເຊື້ອໄວ ແລະ ມີຄວາມຮຸນ ແຮງກວ່າເກົ່າ, ບາງປະເທດເພື່ອນບ້ານທີ່ມີການລາຍງານ ກໍລະນີຕິດເຊື້ໃໝ່ 5-6 ພັນຄົນຕໍ່ມື້, ມີລາຍງານຜູ້ເສຍຊີວິດໃໝ່ ໃນແຕ່ລະມື້ ແລະມີສະພາບຄົນເຈັບລໍຖ້າຕຽງນອນຈຳນວນຫຼາຍມີຜູ້ຕິດເຊື້ອ ສາຍພັນເດວຕາ ທີ່ມີການແຜ່ເຊື້ອໄວກ່ວາສາຍພັນເກົ່າຫຼາຍເທົ່າເຂົ້າມາໃນປະເທດເຮົາ (ຖ້າບໍ່ມີການເຝົ້າລະວັງ ແລະຄຸ້ມຄອງກໍລະນີຕາມມາດຕະການຢ່າງເຂັ້ມງວດ ແມ່ນມີຄວາມສ່ຽງສູງ) ດັ່ງນັ້ນເພື່ອບໍ່ໃຫ້ປະເທດ ຂອງພວກເຮົາຕົກຢູ່ໃນ ສະພາບການລະບາດຂອງ ພະຍາດສາຍພັນໃໝ່ ທີ່ບໍ່ສາມາດຄວບຄຸມໄດ້ຄືດັ່ງທີ່ ຫຼາຍປະເທດກຳລັງ ປະເຊີນໜ້າ ກັບບັນຫາດັ່ງກ່າວ ຈຶ່ງຂໍຮຽກຮ້ອງມາຍັງບັນດາທ່ານ ທຸກພາກສ່ວນ ຈົ່ງເປັນກຳລັງແຮງ ໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານ ວາງອອກ ຢ່າງ, ເຂັ້ມງວດ ແລະ ເດັດຂາດກວ່າເກົ່າ ດ້ວຍຄວາມເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງ , ເພື່ອເຮັດໃຫ້ ສະພາບການຕິດເຊື້ອພະຍາດຄ່ອຍເຊື້ອຫຼຸດລົງ ເຊິ່ງຈະເປັນເງື່ອນໄຂ ໃຫ້ລັດທະບານໄດ້ ພິຈາລະນາ ໃຫ້ມີການຜ່ອນຜັນມາດຕະການ ໃນຕໍ່ໜ້າ ໄດ້ຕື່ມອີກ ແລະ ມື້ອື່ນແມ່ນຈະສິ້ນສຸດການປະຕິບັດມາດຕະການ ສະບັບ 671/ຫສນຍ ,ໂດຍອີງໃສ່ການປະເມີນຈາກສະພາບການລະບາດຕົວຈິງຂອງພະຍາດໃນປະເທດ ລັດຖະບານກໍຄືຄະນະສະເພາະກີດກໍ່ຈະໄດ້ມີການອອກມາດຕະການສະບັບໃໝ່ ເລີ່ມແຕ່ວັນທີ 5 ກໍລະກົດ 2021 ເປັນຕົ້ນໄປ ເຊິ່ງອາດຈະມີການສືບຕໍ່ປະຕິບັດບາງມາດຕະການຢ່າງເຂັ້ມງວດ ແລະ ຜ່ອນຜັນບາງມາດຕະການ ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດແລະສັງຄົມ ໃນປະເທດ ກໍໃຫ້ທຸກພາກສ່ວນ ຈົ່ງໄດ້ ສືບຕໍ່ປະຕິບັດຕາມມາດຕະການ ທີ່ທາງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ແລະ ຄົບຖ້ວນ ເພື່ອ ເຮັດໃຫ້ພວກເຮົາ ສາມາດບັນລຸຄາດໝາຍລວມຄືໃຫ້ມີຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ທຸກຄົນ ໃນສັງຄົມກັບໄປສູ່ການດຳລົງຊີວິດປົກກະຕິໃໝ່ ແບບໃໝ່ ໄດ້ໂດຍໄວ ແລະ ທົ່ວເຖິງ.


ໃນສະພາບປະຈຸບັນ ການປະຕິບັດມາດຕະການ ການຮັດສາໄລຍະຫ່າງໃນສັງຄົມຢ່າງໜ້ອຍ 1 ແມັດ ແລະ ການປະຕິບັດ ມາດຕະການປ້ອງກັນຕົນເອງ ໂດຍການ ໃສ່ຜ້າອັດປາກ ອັດດັ່ງ ແລະ ລ້າງມີ ດ້ວຍເຈວ ແລະເຫຼົ້າ70 ເລື້ອຍໆ ຍັງແມ່ນ ເປັນ ຍຸດທະສາດ ແລະ ເປັນ ມາດຕະການຫຼັກທີ່ໄດ້ຮັບຜົນດີ ໃນການປ້ອງກັນພະຍາດໂຄວິດ19 ທຸກສາຍພັນ (ທັງສາຍພັນເກົ່າ ແລະ ໃໝ່) ຄຽງຄູ່ກັບການປະຕິບັດມາດຕະການ ຂອງຄະນະສະເພາະຖິດຢ່າງເຂັ້ມງວດນັ້ນ ລັດຖະບານໄດ້ມີນະໂຍບາຍໃຫ້ວັກຊິນ ແກ່ປະຊາຊົນ ເພື່ອສ້າງພູມຄຸ້ມກັນ ໃຫ້ແກ່ບຸກຄົນ ແລະ ສ້າງພູມຄຸ້ມກັນໃນຊຸມຊົນໃຫ້ປົກຄຸມໄດ້ຕາມຄາດໝາຍທີ່ວາງໄວ້ ເພື່ອຫຼຸດຜ່ອນການແພ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດ.


ປະຈຸບັນທົ່ວປະເທດຍັງສືບຕໍ່ສັກວັກແຊງ ເຂັ້ມທີ 2 ຮອບເກົ່າ (ຊີໂນຟາມ ແລະ ອາສຕາເຊນີກາ) ທ່ານສາມາດໄປສັກວັກແຊງເຂັ້ມ 2 ໄດ້ຢູ່ໂຮງໝໍສູນກາງ ແລະ ໂຮງໝໍເມືອງ ແລະ ສະຖານທີ່ບໍລິການທີ່ທາງຄະນະສະເພາະກິດກຳນົດໄວສຳລັບວັກແຊງເຂັມ 1 ກໍໄດ້ແຈກຢາຍ ໃຫ້ ຂັ້ນແຂວງ ໄດ້ເລີ່ມຈັດຕັ້ງ ປະຕິບັດໃຫ້ປະຊາຊົນພາຍໃນຂັ້ນແຂວງແລ້ວ ແລະ ໃນສະພາບມີການລະບາດຂອງພະຍາດໃນປະເທດນີ້ ການໄປຮັບວັກແຊງ ທັງຢູ່ນະຄອນຫຼວງ ແລະ ບັນດາແຂວງທົ່ວປະເທດນັ້ນ ຂໍໃຫ້ທຸກທ່ານຈົ່ງໄດ້ ປະຕິບັດການຮັກສາໄລຍະຫ່າງ ແລະ ມາດຕະການປ້ອງກັນໂຕເອງຢ່າງເຂັ້ມງວດ ເພື່ອ ຄວາມປອດໄພຂອງໂຕທ່ານ ແລະ ທຸກຄົນທີ່ໄປຮັບວັກຊິນ ຕາມຈຸດບໍລິການທີ່ທາງຄະນະສະເພາະກິດກຳນົດໄວ້.