ທີມຊາດອັງກິດ ຈະໄດ້ຮັບອັດສີດກ້ອນໃຫຍ່ ຫາກຄວ້າແຊັມຢູໂຣ 2020 ຄືນນີ້ພິສູດກັບ ອູແກຣນ

511

ທີມຊາດອັງກິດ ຈະໄດ້ຮັບອັດສີດຈາກຜູ້ສະໜັບສະໜູນເສື້ອຜ້າ-ເກີບ ກ້ອນໃຫຍ່ຖ້າຫາກສາມາດຄວ້າແຊັມການແຂ່ງຂັນບານເຕະ ຢູໂຣ 2020 ໄດ້ສໍາເລັດ ຕາມການລາຍງານຂອງ ເດລີເມລ ສື່ຊັ້ນນໍາຂອງໂລກ ໂດຍຈະໃຫ້ຄູຝຶກ-ນັກເຕະ ຄົນລະປະມານ 100.000-200.000 ປອນ.

ນອກນັ້ນ, ອັງກິດ ຍັງມີລຸ້ນໂບນັສຈາກສະມາຄົມບານເຕະອັງກິດ ແລະ ເງິນລາງວັນອີກ ເຊິ່ງຈຸດນີ້ຈະເຮັດໃຫ້ ທີມຊາດອັງກິດ ມີແຮງເກີນ 100 ໃນການລ່າແຊັມຢູໂຣ 2020 ໂດຍສະເພາະນັດພົບກັບ ອູແກຣນ ຄືນນີ້ວັນທີ 3 ກໍລະກົດ 2021 ( ກົງກັບເວລາ 2:00 ໂມງຂອງວັນທີ 4 ກໍລະກົດ 2021 ເວລາໃນບ້ານເຮົາ ) ໃນຮອບ 8 ທີມສຸດທ້າຍ.

ສໍາລັບ ສະຕິການພົບກັນລະຫວ່າງ ອັງກິດ ກັບ ອູແກຣນ ພົບກັນມາ 7 ຄັ້ງປາກົດວ່າ ອັງກິດ ຊະນະໄດ້ 4, ອູແກຣນ ຊະນະໄດ້ 1 ແລະ ສະເໝີກັນ 2 ຄັ້ງ.
ສ່ວນຜົນງານ 3 ນັດຫຼ້າສຸດຂອງທັງສອງທີມ

-ອູແກຣນ: ຊະນະ ມາຊິໂດເນຍ 2-1, ເສຍໃຫ້ ໂອຕຣິດ 0-1 ແລະ ຊະນະ ຊູແອັດ 2-1

-ອັງກິດ: ສະເໝີ ສະກ໊ອດແລນ 0-0, ຊະນະ ສາທາລະນະເລັດເຊັກ 1-0 ແລະ ຊະນະ ເຢຍລະມັນ 2-0.