ເປີດໂຕ ແຜນງານສົ່ງເສີມການສົ່ງອອກກາເຟລາວ ໄລຍະ ປີ 2021​-2025

1227

ວັນທີ 2 ກໍລະກົດ​ 2021,​ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ແຂວງຈໍາປາສັກ ແລະ ສູນການຄ້າສາກົນ ໄດ້ຈັດກອງປະຊຸມພິທີເປີດໂຕ ແຜນງານສົ່ງເສີມການສົ່ງອອກກາເຟລາວ ໄລຍະ ປີ 2021​-2025 ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ ປະຈໍາ ສປປ ລາວ.


ກອງປະຊຸມ​ ຈັດຂຶ້ນ​ຢູ່ໂຮງແຮມ​ຈໍາປາສັກ​ແກຣນ ນະຄອນປາກເຊ ແຂວງຈໍາປາສັກ ​ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ,​ ທ່ານ ​ວິໄລວົງ​ ບຸດດາຄໍາ​ ເຈົ້າແຂວງ​ໆ​ຈໍາປາສັກ.

ມີການນໍາກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້,​ ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,​ ປະທານສະມາຄົມກາເຟລາວ,​ ການນໍາພະແນກການກົມກອງ,​ ຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ອ້ອມຂ້າງແຂວງ ຕະຫຼອດ​ຮອດ​ນັກທຸລະກິດ,​ ສະຫະກອນ,​ ຜູ້ຜະລິດ ແລະ ຜູ້ປະກອບການດ້ານການສົ່ງອອກກາເຟ ເຂົ້າຮ່ວມ.​.


ນອກນີ້ ຍັງມີ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ,​ ເອກອັກຄະລັດຖະທູດ ຝຣັ່ງປະຈໍາ ສປປ ລາວ,​ ຜູ້ບໍລິຫານສູນການຄ້າສາກົນ ເຂົ້າຮ່ວມປະຊຸມທາງອອນລາຍ.

ຂ່າວ​-ພາບ: ທູນທອງໃຈ