ແຂວງບໍ່ແກ້ວ ໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ

278

ໂດຍປະຕິບັດຕາມການສະເໜີຂອງອົງການກາແດງແຂວງ ບໍ່ແກ້ວ ໃນການຂໍເຄື່ອງບັນເທົາທຸກ ເພື່ອມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທີ່ເມືອງຜາອຸດົມ ແຂວງບໍ່ແກ້ວ ຈໍານວນ 3 ບ້ານຄື: ບ້ານໂຮມສຸກ, ມົກໂຊ້ ແລະ ບ້ານວຽງພັດທະນາ.

ໃນວັນທີ 2 ກໍລະກົດ 2021ນີ້ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກມອບໃຫ້ແຂວງບໍ່ແກ້ວ ກ່າວຮັບໂດຍ ທ່ານ ບົວຄົງ ນາມມະວົງ  ເຈົ້າແຂວງໆບໍ່ແກ້ວ.


ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີເຄື່ອງບັນເທົາທຸກສຸກເສີນ ຈໍານວນ 30 ຊຸດ ແລະ ເຄື່ອງໃຊ້ຄົວເຮືອນ ຈໍານວນ 30 ຊຸດ ລວມມູນຄ່າທັງໝົດ 21.090.000 ກີບ.

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈທີ່ ທ່ານ ຮອງສາດສະດາຈານ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ໄດ້ເຫັນຄວາມສໍາຄັນ ແລະ ເປັນຫ່ວງເປັນໄຍຕໍ່ຊີວິດຂອງປະຊາ ຊົນຊາວແຂວງບໍ່ແກ້ວ ເຊິ່ງເປັນການປະກອບສ່ວນອັນໃຫຍ່ຫຼວງໃນການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ.

ຂໍ້ມູນ-ພາບ: ຈາກຫ້ອງວ່າການແຂວງ, ຂຽນ: ນ. ວິໄລສີ