ມາຮູ້ຈັກທ່ານຜູ້ອໍານວຍການ ທຄຕລ ຄົນໃໝ່

1964

ໃນວັນທີ 14 ມິຖຸນາຜ່ານມາ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ທຄຕລ ໄດ້ຈັດພິທີປະກາດການຈັດຕັ້ງມອບ – ຮັບໜ້າທີ່ຜູ້ອໍານວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ໂດຍ ທ່ານ ຄໍາພຸດ ສິດທິລາດ ໄດ້ຖືກແຕ່ງຕັ້ງເປັນຜູ້ອໍານວຍການ ທຄຕລ ແທນ ທ່ານ ພູຂົງ ຈັນທະຈັກ ໂດຍ ທ່ານ ພູຂົງ ຈັນທະຈັກ ແມ່ນໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງ ສປປ ລາວ.

ການຮັບຕໍາແໜ່ງໃນຄັ້ງນີ້ມີພາລະກິດທີ່ຕ້ອງສືບຕໍ່ເລັ່ງຜັກດັນ ທຄຕລ ດ້ວຍວິໄສທັດທີ່ມຸ່ງໝັ້ນໃຫ້ ທຄຕລ “ ເປັນທະນາຄານທີ່ເຂັ້ມແຂງ ທັນສະໄໝ ໄດ້ມາດຖານສາກົນ ” ລວມທັງການພັດທະນາລະບົບທະນາຄານການຄ້າໃຫ້ເປັນດິຈິຕອນເຕັມຮູບແບບ ເພື່ອເປັນສ່ວນໜຶ່ງໃນການຂັບເຄື່ອນເສດຖະກິດຂອງປະເທດໃຫ້ກ້າວຜ່ານວິກິດເສດຖະກິດ ພ້ອມກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ແລະ ຕອບໂຈດຄວາມຕ້ອງການຂອງລູກຄ້າ, ພາຍໃຕ້ການສ້າງຄວາມເພິ່ງພໍໃຈໃຫ້ກັບລູກຄ້າ ດ້ວຍການປະສົມປະສານກັນຂອງພະນັກງານທະນາຄານເຂົ້າກັບຄວາມສະຫຼຽວສະຫຼາດຂອງປັນຍາປະດິດ ຫຼື ເຕັກໂນໂລຊີທັນສະໄໝ ອັນນໍາມາເຊິ່ງແນວຄິດດ້ານນະວັດຕະກໍາທາງການເງິນໃໝ່, ເປັນຜູ້ໃຫ້ບໍລິການທີ່ຮູ້ໃຈລູກຄ້າດ້ວຍຊ່ອງທາງດິຈິຕອນທີ່ລໍ້າສະໄໝ ສ້າງຜະລິດຕະພັນ ແລະ ການບໍລິການທີ່ມອບປະສົບການທີ່ດີໃຫ້ກັບລູກຄ້າທີ່ເໜືອ ຄວາມຄາດໝາຍ ຕອບໂຈດການໃຊ້ຊີວິດປະຈໍາວັນ ແລະ ເຮັດທຸລະກິດໃນທຸກສະຖານທີ່ ທຸກເວລາທີ່ລູກຄ້າຕ້ອງການ ແລະ ສ້າງຜົນປະໂຫຍດສູງສຸດໃຫ້ແກ່ຜູ້ຖືຮຸ້ນ ທຄຕລ ແບບຍືນຍົງ ພາຍໃຕ້ຄໍາຂວັນ “ ທັນສະໄໝ ວ່ອງໄວ ໝັ້ນໃຈ ” ດ້ວຍການນໍາເຕັກໂນໂລຊີ ແລະ ນະວັດຕະກໍາມາປະຍຸກໃຊ້ໃນການບໍລິຫານຈັດການ ແລະ ໃຫ້ບໍລິການທາງການເງິນດິຈິຕອນ.

ໂດຍມີເປົ້າໝາຍ ຄື:

• ຮັບປະກັນການຂະຫຍາຍຕົວຂອງທຸລະກິດໃຫ້ມີຄວາມສະຖຽນ, ເຂັ້ມແຂງທາງດ້ານການເງິນ ແລະ ຍືນຍົງ.

• ການບໍລິການທີ່ມີຄວາມທັນສະໄໝ ແລະ ນໍາໃຊ້ນະວັດຕະກໍາໃໝ່ໃນທຸລະກິດທະນາຄານ ເພື່ອຫັນສູ່ຮູບແບບການບໍລິການທີ່ເປັນ Digital Banking ໃຫ້ຫຼາຍຂຶ້ນ.

• ພັດທະນາບຸກຄະລາກອນຮອບດ້ານໃຫ້ເປັນຊ່ຽວຊານ ແລະ ເປັນມືອາຊີບ.

• ຢຶດຖືລູກຄ້າເປັນໃຈກາງໃນການຮັກສາຖານລູກຄ້າເກົ່າ, ຂະຫຍາຍຖານລູກຄ້າໃໝ່ ແລະ ການສ້າງຄວາມເພິ່ງພໍໃຈ.

• ສ້າງຜົນປະໂຫຍດທີ່ຍືນຍົງໃຫ້ແກ່ຜູ້ຖືຮຸ້ນ ທຄຕລ ແລະ ປະກອບເປັນສ່ວນໜຶ່ງຂອງສັງຄົມ.

• ເພື່ອເຮັດໃຫ້ທະນາຄານສາມາດປະຕິບັດໄດ້ເງື່ອນໄຂລະບຽບການຂອງບັນດາມາດຕະຖານຕ່າງໆຂອງສາກົນ.

+ ພາຍໃຕ້ຄຸນຄ່າຫຼັກ ( Core Value ) ດັ່ງນີ້:

1. ຖືລູກຄ້າເປັນຈຸດສູນກາງ ( Customer Centric ); 2. ມີຄວາມຊື່ສັດ ( Integrity ); 3. ເນັ້ນປະສິດທິພາບການດໍາເນີນທຸລະກິດ ( Effective Work ), 4. ຮັບຮູ້ການເປີດ ກວ້າງ ( Embracing Change ) ແລະ ກຽມພ້ອມຕໍ່ການເຊື່ອມໂຍງທາງການເງິນຕາມຂອບຂອງອາຊຽນ ແລະ ສາກົນ; 5. ມີຄວາມຮັບຜິດຊອບຕໍ່ສັງຄົມ ( Social Responsibility ).

+ ທ່າອ່ຽງ ແລະ ທິດທາງໃນຕໍ່ໜ້າ:

ໃນການຂັບເຄື່ອນອົງກອນໄປສູ່ອະນາຄົດຂ້າງໜ້າ ໃນສະພາບແວດລ້ອມຂອງການດໍາເນີນທຸລະກິດທີ່ມີຄວາມທ້າທາຍ ແລະ ມີການປ່ຽນຕະຫຼອດເວລາ ການຄາດການຕ່າງໆເຮັດໄດ້ຍາກຂຶ້ນ ສິ່ງທີ່ຕ້ອງເຮັດຄືຕ້ອງປັບຕົວໄດ້ໄວ ເຖິງແມ່ນວ່າໃນປີ 2020 – 2021 ສະພາບເສດຖະກິດມະຫາພາກຂອງສາກົນ ແລະ ພາຍໃນປະເທດຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ເວົ້າລວມ, ເວົ້າສະເພາະກໍຄືສະພາບການດໍາເນີນທຸລະກິດຂອງ ທຄຕລ ທີ່ຈະໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມ. ສະນັ້ນ, ເພື່ອບັນລຸວິໄສທັດຂອງ ທຄຕລ ໃນຕໍ່ໜ້າເວົ້າລວມ, ເວົ້າສະເພາະປີ 2021 – 2025, ພາລະກິດທີ່ສໍາຄັນຂອງ ທຄຕລ ແມ່ນຈະໄດ້ສືບຕໍ່ເພີ່ມປະສິດທິພາບໃນການດໍາເນີນງານໃຫ້ມີຄວາມເຂັ້ມແຂງ, ລິເລີ່ມຈັດຕັ້ງປະຕິບັດແຜນ ປັບປຸງພາລະກິດທີ່ສໍາຄັນຂອງ ທຄຕລ 2021 – 2025 ຄື: ເຮັດໃຫ້ ທຄຕລ ກາຍເປັນທະນາຄານທີ່ເຂັ້ມແຂງ ທັນສະໄໝ ໄດ້ມາດຖານສາກົນ, ສຸມໃສ່ການພັດທະນາການປັບປຸງດ້ານບໍລິການໃຫ້ແທດເໝາະກັບໄລຍະການປ່ຽນໃໝ່, ສ້າງຄວາມເຂັ້ມແຂງໝັ້ນຄົງທາງດ້ານການເງິນ, ພັດທະນາລະບົບໄອທີ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນລະບົບບໍລິການພັດທະນາດ້ານລະບົບຂໍ້ມູນຂ່າວສານໃຫ້ຖືກຕ້ອງ, ຊັດເຈນ ໂປ່ງໃສ, ວ່ອງໄວ ແລະ ຮັບປະກັນຄວາມປອດໄພໄດ້ມາດຖານສາກົນ. ພ້ອມນັ້ນ, ກໍເນັ້ນໃສ່ການພັດທະນາບຸກຄະລາກອນໃນແຕ່ລະດ້ານ ເພື່ອຮອງຮັບກັບການປ່ຽນແປງຂອງການພັດທະນາ ທຄຕລ ໃຫ້ມີຄວາມຊໍານິຊໍານານເປັນມືອາຊີບດ້ານການບໍລິການທະນາຄານ, ສ້າງຄວາມເພິ່ງພໍໃຈໃຫ້ກັບລູກຄ້າທີ່ມາໃຊ້ບໍລິການ ແລະ ສ້າງຜົນປະໂຫຍດສູງສຸດໃຫ້ແກ່ຜູ້ຖືຮຸ້ນ ທຄຕລ ແບບຍືນຍົງ.

ດ້ວຍຍຸດທະສາດການພັດທະນາຂອງ ທຄຕລ ຄື:

1. ສ້າງຄວາມເຂັ້ມແຂງໃຫ້ກັບອົງກອນຢ່າງຮອບດ້ານ: ການບໍລິຫານການເງິນ ແລະ ເພີ່ມປະສິດທິພາບການດໍາເນີນທຸລະກິດໃຫ້ຍືນຍົງ, ການຄຸ້ມຄອງ ແລະ ບໍລິຫານສິນເຊື່ອ, ການພັດທະນາບໍລິຫານບຸກຄະລາກອນໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ, ສ້າງລະບົບຄຸ້ມຄອງຄວາມສ່ຽງ ແລະ ສ້າງພື້ນຖານຕ້ານການຟອກເງິນໃຫ້ເຂັ້ມແຂງ, ພັດທະນາການຄຸ້ມຄອງບໍລິຫານໃຫ້ໄດ້ມາດຖານສາກົນ ແລະ ສ້າງມາດຕະຖານໃຫ້ເປັນທະນາຄານອາຊຽນ Qualified ASEAN Bank ( QAB ).

2. ຍຸດທະສາດຫັນເປັນທັນສະໄໝ ໂດຍນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ໆໃນການດໍາເນີນທຸລະກິດກ້າວສູ່ຍຸກເສດຖະກິດດິຈິຕອນ: ການພັດທະນາ ແລະ ການຄຸ້ມຄອງລະບົບໄອທີ ຫັນລະບົບໄອທີເປັນຄວາມທັນສະໄໝ, ຄຸ້ມຄອງບໍລິຫານຂໍ້ມູນ ແລະ ການພັດທະນາວຽກງານສະຖິຕິໃຫ້ທັນສະໄໝໄດ້ມາດຖານສາກົນ ແລະ ມີຄຸນນະພາບ, ພັດທະນາຜະລິດຕະພັນ ເພື່ອຫັນສູ່ການບໍລິການໃນຮູບແບບ Digital Banking: ການພັດທະນາການບໍລິການ, ການພັດທະນາດ້ານຜະລິດຕະພັນເອເລັກໂຕຣນິກ ( ການພັດທະນາການຊໍາລະສະສາງ Bill Payment, i-Bank ແລະ BCEL One ໃຫ້ມີຄວາມທັນສະໄໝ ), ການພັດທະນາຄຸ້ມຄອງຄວາມສ່ຽງ, ບໍລິການ E – Commerce ແລະ ການຄຸ້ມຄອງລະບົບ, ການພັດທະນາການບໍລິການ EDC ແລະ QR Code.

3. ຍຸດທະສາດສ້າງການຄຸ້ມຄອງ ແລະ ບໍລິການຕາມມາດຕະຖານສາກົນ: ການປັບປຸງ, ພັດທະນາລະບົບບັນຊີ ແລະ ມາດຕະຖານການລາຍງານການເງິນ, ພັດທະນາ ແລະ ປັບປຸງລະບົບກວດກາໃຫ້ເຂັ້ມແຂງໄດ້ມາດຕະຖານ, ພັດທະນາໂຄງການ PCI Compliance ( Payment Card Industry Data Security Standard ).

ຊີວະປະຫວັດຫຍໍ້ ທ່ານ ຄໍາພຸດ ສິດທິລາດ ຜູ້ອໍານວຍການ ທຄຕລ ຄົນໃໝ່

ທ່ານ ຄໍາພຸດ ສິດທິລາດ ຜູ້ອໍານວຍການ ທຄຕລ

▶ ຊີວະປະຫວັດຫຍໍ້:

ວັນເດືອນປີເກີດ: 28/4/1965

ສັນຊາດ: ລາວ

ພາສາ: ອັງກິດ, ຣັດເຊຍ

ຕໍາແໜ່ງ: ຜູ້ອໍານວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ

▶ ປະຫວັດການສຶກສາ:

– ປີ 2009: ຊັ້ນສູງທິດສະດີການເມືອງ – ການປົກຄອງຈາກສະຖາບັນການເມືອງ – ການປົກຄອງແຫ່ງຊາດ.

– 1997 – 1998: ປະລິນຍາໂທດ້ານເສດຖະສາດ ຈາກປະເທດຍີ່ປຸ່ນ.

– 1987 – 1993: ປະລິນຍາໂທດ້ານເສດຖະສາດ, ການເງິນ ແລະ ສິນເຊື່ອ ( ໃບປະກາດແດງ ) ຈາກປະເທດຣັດເຊຍ.

▶ ປະຫວັດການເຮັດວຽກ:

– 2021 ຮອດປັດຈຸບັນ: ຖືກແຕ່ງຕັ້ງເປັນຜູ້ອໍານວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.

– 2012 – 2021: ຖືກແຕ່ງຕັ້ງເປັນຫົວໜ້າກົມນະໂຍບາຍເງິນຕາ, ທະນາຄານ ແຫ່ງ ສປປ ລາວ.

– 2010 – 2012: ຖືກແຕ່ງຕັ້ງເປັນຮັກສາການຫົວໜ້າກົມນະໂຍບາຍເງິນຕາ, ທະນາຄານ ແຫ່ງ ສປປ ລາວ.

– 2007 – 2010: ຖືກແຕ່ງຕັ້ງເປັນຮອງຫົວໜ້າກົມນະໂຍບາຍເງິນຕາ, ທະນາຄານ ແຫ່ງ ສປປ ລາວ.

– 2005 – 2007: ຖືກແຕ່ງຕັ້ງເປັນທີ່ປຶກສາຢູ່ຫ້ອງການກຸ່ມອາຊີຕາເວັນອອກສ່ຽງໃຕ້ ຂອງກອງທຶນການເງິນສາກົນ, ປະເທດສະຫະລັດອາເມຣິກາ.

– 2000 – 2005: ຖືກແຕ່ງຕັ້ງເປັນຮອງຫົວໜ້າກົມຄົ້ນ ຄວ້າເສດຖະກິດ, ທະນາຄານ ແຫ່ງ ສປປ ລາວ.

– 1999 – 2000: ຖືກແຕ່ງຕັ້ງເປັນຫົວໜ້າພະແນກຄົ້ນ ຄວ້າເສດຖະກິດຕ່າງປະເທດ ກົມຄົ້ນຄວ້າເສດຖະກິດ, ທະນາຄານ ແຫ່ງ ສປປ ລາວ.

– 1993 – 1999: ເປັນວິຊາການຢູ່ກົມຄົ້ນຄວ້າເສດຖະກິດ ( ກົມນະໂຍບາຍເງິນຕາ ) ທະນາຄານ ແຫ່ງ ສປປ ລາວ.

– 1983 – 1985: ເປັນວິຊາການບັນຊີຢູ່ທະນາຄານແຫ່ງລັດ ສາຂາຫຼວງພະບາງ.