ບໍລິຄຳໄຊ ປະກາດໂຍກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາຄຸ້ມຄອງ

588

ປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ທັງເປັນການບຳລຸງສ້າງພະນັກງານການນຳຫຼັກແຫຼ່ງໃຫ້ມີປະສົບການທີ່ຫຼາກຫຼາຍ  ແລະຮອບດ້ານ ແຂວງບໍລິຄຳໄຊໄດ້ມີການປະກາດໂຍກຍ້າຍ ແລະ ແຕ່ງແຕ່ງບາງຕຳແໜ່ງງານໃນລະດັບພະນັງການຄຸ້ມຄອງນຳພາ.


ພິທີປະກາດຍົກຍ້າຍບ່ອນປະຈຳການຮອງຄະນະຈັດຕັ້ງແຂວງໄປປະຈຳການຢູ່ເມືອງປາກກະດິງ ແລະ ຍົກຍ້າຍຮອງເລຂາພັກເມືອງປາກກະດິງມາເປັນຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງ, ມີບັນດາກຳມະການພັກແຂວງ, ຫົວໜ້າພະແນກ, ຮອງພະແນກທີ່ກ່ຽວຂ້ອງ, ພະນັກງານລັດຖະກອນ ແລະ ແຂກຖືກເຊີນເຂົ້າຮ່ວມ.


ໃນພິທີ ຕາງໜ້າຄະນະຈັດຕັ້ງແຂວງຂຶ້ນຜ່ານ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 459/ຂບຊ, ລົງວັນທີ 28 ມິຖຸນາ 2021 ວ່າດ້ວຍການຍົກຍ້າຍ ທ່ານ ບຸນຄົບ ຈັນທະວົງ ຮອງຄະນະຈັດຕັ້ງແຂວງ ໄປປະຈຳການຮັບໜ້າທີ່ໃໝ່ຢູ່ເມືອງປາກກະດິງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 462/ຂບຊ, ລົງວັນທີ 28 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ໂຄສະຈານ ແສນທະວີໄຊ ຮອງເຈົ້າເມືອງປາກກະດິງມາເປັນຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເພື່ອເຮັດໃຫ້ພິທີມີຄວາມໝາຍຄວາມສໍາຄັນຢ່າງໜັ້ກແໜ້ນ ທ່ານ ບຸນເສັງ ປະທຳມະວົງ ຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງ ການແຕ່ງຕັ້ງ, ຍົກຍ້າຍພະນັກງານຊີ້ນຳ-ນຳພາ ແມ່ນວຽກງານປົກກະຕິ.

ທັງນີ້ ກໍ່ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ປັບປຸງໃຫ້ແທດເໝາະກັບໜ້າທີ່ການເມືອງ ແລະ ວິຊາສະເພາະໃນໄລຍະໃໝ່, ແນໃສ່ເຮັດໃຫ້ວຽກງານໄດ້ມີການຂະຫຍາຍຕົວຕາມຂັ້ນເທິງວາງອອກ ພ້ອມດຽວກັນ ທ່ານຍັງໄດ້ຮຽກຮ້ອງໃຫ້ພະແນກການ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ກຳແໜ້ນແນວທາງ, ກຳໄດ້ລະບຽບກົດໝາຍ ສ້າງການຫັນປ່ຽນໃໝ່ ແລະ ມີຄວາມສະດຸ້ງໄວ, ຍົກສູງຄວາມຮູ້ຄວາມສາມາດ, ແບບແຜນວິທີເຮັດວຽກ, ມີຄວາມສາມັກຄີເປັນໝູ່ຄະນະ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ.


ຂ່າວ : ວຽງສະຫວັນ