ແຂວງວຽງຈັນ ອອກ 6ມາດຕະການ ສະກັດກັ້ນການລະບາດໂຄວິດ-19, ຫ້າມລົດກາຍທາງຂອດເຂດບ້ານແດງ

614

ຄະນະກໍາມະການປ້ອງກັນ, ສະກັດກັ້ນພະຍາດ Covid-19 ແຂວງວຽງຈັນ ແຈ້ງເຖິງອົງການຈັດຕັ້ງທຸກຂັ້ນ ແລະ ປະຊາຊົນ ໃນທົ່ວແຂວງວຽງຈັນ ໂດຍອີງຕາມ ຄໍາສັ່ງ ເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍ ການເພີ່ມທະວີການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19(Covid-19);ອີງຕາມແຈ້ງການ ສະບັບເລກທີ 016/ຄສກ.ນວ ລົງວັນທີ 1 ກໍລະກົດ 2021ໃນການສືບຕໍ່ເພີ່ມທະວີປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19


ຍ້ອນມາເຖິງທ້າຍເດືອນ ມິຖຸນາ 2021 ໄດ້ກວດພົບຜູ້ຕິດເຊື້ອໃນຫຼາຍບ້ານ ຂອງເມືອງໂພນໂຮງ ເພີ່ມຂຶ້ນຢ່າງໄວວາ ແລະ ມີຄວາມສ່ຽງທີ່ຈະລະບາດໄປຫຼາຍທ້ອງຖິ່ນ ຫຼາຍເມືອງ ສະນັ້ນ, ຈຶ່ງຈໍາເປັນຕ້ອງຍົກລະດັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດຢ່າງເລັ່ງດ່ວນ ບໍ່ໃຫ້ແຜ່ລາມໄປສູ່ສັງຄົມເປັນວົງກວ້າງ ແລະ ຍາກທີ່ຈະຄວບຄຸມໄດ້ ເພື່ອເປັນບ່ອນອີງໃຫ້ທຸກຂະແຫນງການ, ເມືອງ ແລະ ທົ່ວສັງຄົມ ໃນການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ແລະ ມີປະສິດທິພາບ ໃນທົ່ວແຂວງ ຄະນະກໍາມະການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແຂວງວຽງຈັນ ຈຶ່ງໄດ້ແຈ້ງ 6 ມາດຕະການທີ່ຕ້ອງປະຕິບັດດັ່ງນີ້:


– ໃຫ້ຄະນະສະເພາະກິດເມືອງໂພນໂຮງ ເຊິ່ງເປັນເມືອງທີ່ກໍາລັງມີການລະບາດຂອງພະຍາດໂດວິດ-19 ໃນຊຸມຊົນ, ເມືອງວັງວຽງ ທີ່ເປັນເມືອງທ່ອງທ່ຽວຂອງແຂວງ ແລະ ເມືອງອື່ນໆທີ່ເຫັນວ່າມີຄວາມສ່ຽງ ຈັດຕັ້ງຈຸດກວດກາວິເຄາະຫາຜູ້ຕິດເຊື້ອພະຍາດ Covid-19, ຄົ້ນຫາຜູ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອ ເພື່ອນໍາຕົວມາປິ່ນປົວໃຫ້ຫາຍດີໂດຍໄວ, ພ້ອມທັງ ໃຫ້ບັນດາເມືອງສືບຕໍ່ເພີ່ມທະວີການໂຄສະນາ, ສຸຂະສຶກສາ, ຈັດຕັ້ງຂະບວນການສັກວັກຊິນ Covid-19 ໃຫ້ກຸ່ມເປົ້າຫມາຍບູລິມາສິດ ໃນທົ່ວແຂວງວຽງຈັນ.


– ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອາຫານບຸບເຟ້ທຸກປະເພດ, ຮ້ານອິນເຕີເນັດດາເຟ, ຮ້ານເກມ, ຮ້ານນວດ-ສະປາ, ຮ້ານຮົມຢາພື້ນເມືອງ, ຮ້ານສະນຸກເກີ, ສັງວຽນ ຕິໄກ່,ສະຫນາມບານເຕະຟຸດຊໍ ແລະ ສູນກິລາໃນຮົ່ມ ທຸກປະເພດ ພ້ອມທັງຫ້າມບໍ່ໃຫ້ຫຼິ້ນກິລາທີ່ຮ່າງກາຍມີການສໍາພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ… ໂດຍມອບໃຫ້ເຈົ້າຫນ້າ ທີ່ທີ່ກ່ຽວຂ້ອງ ເປັນເຈົ້າການຕິດຕາມ ຫາກມີການລະເມີດ ແມ່ນໃຫ້ມີການເຮັດບົດບັນທຶກ, ປັບໄຫມຕາມລະບຽບການ, ຖ້າຍັງສືບຕໍ່ລະເມີດ ແມ່ນໃຫ້ຖອນໃບອະນຸຍາດ ດໍາເນີນທຸລະກິດ ພ້ອມທັງດໍາເນີນມາດຕະການທາງກົດຫມາຍ.


– ຫ້າມປະຊາຊົນ ຫຼື ບຸກຄົນ ເດີນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດບ້ານແດງ) ຄື: ບ້ານໃຫມ່, ບ້ານນາເລົາ ແລະ ບ້ານໂພນທັນ ຫຼື ເຂດທີ່ມີຄວາມສ່ຽງ(ບ້ານເຫຼືອງ) ເຊັ່ນ: ບ້ານຫຼັກ 52, ບ້ານໂພນເງິນ ເມືອງໂພນໂຮງ ແລະ ບ້ານທີ່ຕິດກັບບ້ານແດງ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງແຕ່ລະຂັ້ນ ດ້ວຍເງື່ອນໄຂ ແລະ ເຫດຜົນຈໍາເປັນທີ່ສຸດ.


– ຫ້າມລົດບັນທຸກ, ລົດຂົນສົ່ງສິນຄ້າ ຫຼື ລົດທີ່ຈະເດີນທາງຜ່ານເສັ້ນທາງ 13 ເຫນືອ ໄປນະຄອນຫຼວງວຽງ ຈັນ, ໄປຍັງແຂວງພາກໃຕ້ ແລະ ແຂວງພາກເຫນືອ ຢຸດຈອດຢູ່ເຂດບ້ານແດງ ຫຼື ໃຫ້ນໍາໃຊ້ເສັ້ນທາງເມືອງ ທຸລະຄົມ ອອກໄປທາງນານົກຄຸ້ມ-ປາກງື່ມ ແລະ ເສັ້ນທາງດ່ວນ ໂດຍບໍ່ຜ່ານເຂົ້າມາໃນເມືອງໂພນໂຮງ ຖ້າບໍ່ຈໍາເປັນ ເພື່ອບໍ່ໃຫ້ມີຄວາມສ່ຽງຕິດເຊື້ອພະຍາດ.


– ຫ້າມຈັດງານລ້ຽງສັງສັນ, ຊຸມແຊວ, ມົ້ວສຸມດື່ມແອວກໍຮໍ (ເຫຼົ້າ, ເບຍ) ທຸກຮູບແບບ ໃນທຸກສະຖານທີ່ ໂດຍສະເພາະສະຖານທີ່ທ່ອງທ່ຽວ, ສວນອາຫານທີ່ໄດ້ເປີດບໍລິການແລ້ວ ຫ້າມບໍ່ໃຫ້ບໍລິການເຄື່ອງດື່ມທີ່ ມີທາດເຫຼົ້າ ເປັນຕົ້ນແມ່ນ ຢູ່ເມືອງວັງວຽງ ທີ່ມີຮ້ານອາຫານໃຫ້ບໍລິການຢູ່ຕາມແຄມນ້ໍາຊອງ, ເມືອງທຸລະຄົມ, ເມືອງແກ້ວອຸດົມ ແລະ ເມືອງອື່ນໆ… ທີ່ມີສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ມີນັກທ່ອງທ່ຽວຈາກ ນະຄອນຫຼວງວຽງຈັນ ເຊິ່ງເປັນແຂວງທີ່ຍັງມີການລະບາດໃນຊຸມຊົນ.


– ມອບໃຫ້ຄະນະສະເພາະກິດຂັ້ນເມືອງ, ບ້ານ ແລະ ເຈົ້າຫນ້າທີ່ທີ່ກ່ຽວຂ້ອງ ຜັນຂະຫຍາຍຈັດຕັ້ງປະຕິບັດຫນ້າທີ່ຂອງຕົນ ດ້ວຍຄວາມເອົາໃຈໃສ່ ນອກຈາກເນື້ອໃນຂອງແຈ້ງການສະບັບນີ້ ແມ່ນໃຫ້ແຕ່ລະເມືອງ, ບ້ານ ແລະ ທຸກພາກສ່ວນ ຈັດຕັ້ງປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ເລກທີ 014/ຄສກ.ວຈ ລົງວັນທີ 19 ມິຖຸນາ 2021 ດ້ວຍ.