ເມືອງໄຊຍະບູລີ ຈັດພິທີມອບຮັບໜ້າທີ່ວຽກງານລະຫວ່າງ ຮອງເຈົ້າເມືອງຜູ້ເກົ່າ-ຜູ້ໃຫມ່

484

ຕອນບ່າຍ ວັນທີ 30 ມິຖຸນາ 2021 ເມືອງໄຊຍະບູລີ ຈັດພິທີມອບຮັບໜ້າທີ່ຮອງເຈົ້າເມືອງ ລະຫວ່າງທ່ານ ສອນສະຫວັນ ຈັນທະວົງຮອງເຈົ້າເມືອງຜູ້ເກົ່າກັບທ່ານ ຄໍາພຸດ ອີນທະວົງ ຮອງເຈົ້າເມືອງຜູ້ໃຫມ່ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ , ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ ທ່ານ ສອນສະຫວັນ ຈັນທະວົງ ຮອງເຈົ້າເມືອງໄຊຍະບູລີ ຜູ້ເກົ່າ ໄດ້ຂຶ້ນຜ່ານບົດບັນທືກການມອບຮັບໜ້າທີ່ວຽກງານໃນຂົງເຂດເສດຖະກິດ ໃຫ້ ທ່ານ ຄໍາພຸດ ອີນທະວົງ ຮອງເຈົ້າເມືອງໄຊຍະບູລີ ຜູ້ໃຫມ່ ທ່ານໄດ້ໃຫ້ຮູ້ວ່າ: ຈົ່ງສືບຕໍ່ສູ້ຊົນສ້າງເມືອງໄຊຍະບູລີ ກາຍເປັນເມືອງຜະລິດສະບຽງອາຫານ, ປູກພຶດເປັນສີນຄ້າຕິດພັນກັບການປຸງແຕ່ງ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ, ສົ່ງເສີມການຜະລິດຫັດຖະກຳທີ່ມີມູນເຊື້ອຕິດພັນກັບການບໍລິການ ແລະ ທ່ອງທ່ຽວ, ສືບຕໍ່ອອກແຮງຈັດຕັ້ງຜັນຂະຫຍາຍເປັນອັນລະອຽດໃຫ້ບັນລຸຕາມ 6 ເປົ້າໝາຍ, 16 ແຜນງານ, 81 ໂຄງການທີ່ແຜນພັດທະນາເສດຖະກິດ-ສັງຄົມຂອງ ເມືອງໄຊຍະບູລີ ໄດ້ກຳນົດໄວ້ຮອດປີ 2024.

ໃນປີ 2021 ເປັນປີທີ 2 ຂອງການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕ້ອງໄດ້ສູ້ຊົນໃຫ້ອັດຕາການຂະຫຍາຍຕົວຢູ່ໃນລະດັບ 6% ແລະ ສ້າງມູນຄ່າເພີ່ມພາຍໃນປີໃຫ້ໄດ້ 1.622 ຕື້ ກີບ ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 2.600 ໂດລາສະຫະລັດ ໃນນັ້ນຂະ ແໜງກະສິກຳກວມເອົາ 30% , ຂະແໜງອຸດສາກະກຳ ແລະ ການຄ້າກວມເອົາ 31%, ການບໍລິການກວມເອົາ 39% ຂອງລວມຍອດຜະລິດຕະພັນພາຍໃນ.

ຕ້ອງສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ລື່ນຄາດໝາຍ, ຈໍາກັດການຮົ່ວໄຫຼ, ຄຸ້ມຄອງລາຍຈ່າຍຢ່າງເຂັ້ມງວດ, ຊຸກຍູ້ສົ່ງເສີມໂຄງການລົງທືນຂອງລັດທັງພາຍໃນ ແລະ ຕ່າງປະເທດ ທຶນຊ່ວຍເຫຼືອລ້າໃຫ້ປະຕິບັດຢ່າງແຂງແຮງຕາມທິດລວມສູນການຊີ້ນໍາ-ນໍາພາ.


ຈາກນັ້ນໃນພິທີ ກໍໄດ້ມີການມອບຮັບໜ້າທີ່ວຽກງານລະຫວ່າງ ຮອງເຈົ້າເມືອງຜູ່ເກົ່າ ແລະ ຜູ້ໃຫມ່ ພ້ອມກັນເຊັນບົດບັນທືກ ໂດຍການເປັນສັກຂີພິຍານ ຂອງ ທ່ານເຈົ້າເມືອງໄຊຍະບູລີ ແລະ ຜູ້ເຂົ້າຮ່ວມ ໃນຕອນທ້າຍຂອງພິທີ ທ່ານເຈົ້າເມືອງໄຊຍະບູລີ ຍັງໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີດັ່ງກ່າວຕື່ມອີກ.

ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ