ປະດັບຫຼຽນກາມິດຕະພາບ ໃຫ້ນາຍທະຫານກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ

556

ວັນທີ 30 ມີຖຸນາ 2021 ນີ້, ຢູ່ທີ່ຫ້ອງຮັັບແຂກ ກອງບັນຊາການທະຫານອາກາດໄດ້ຈັດພິທີປະດັບຫຼຽນການມິດຕະພາບໃຫ້ແກ່ນາຍທະຫານກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ພັນເອກ ຢາບາລົບ ອັນເດຼ່ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດແຫ່ງ ສ ຮັດເຊຍ ປະຈໍາ ສປປ ລາວ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

ໂດຍປະຕິບັດຕາມສັນຍາການຊ່ວຍເຫຼືອລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຮັດເຊຍ ແລະ ເພື່ອເປັນການຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ມີຜົນງານປະກອບສ່ວນການພົວພັນຮ່ວມມືດ້ານການທະຫານ ດັ່ງນັ້ນ ກະຊວງປ້ອງກັນປະເທດ ສ ຮັດເຊຍ ຕົກລົງປະດັບຫຼຽນກາມິດຕະພາບຂອງກະຊວງປ້ອງກັນປະເທດ ສ ຮັດເຊຍໃຫ້ແກ່ນາຍທະຫານກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ຕາງໜ້າປະດັບໂດຍ ສະຫາຍ ພັນເອກ ຢາບາລົບ ອັນເດຼ່ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດແຫ່ງ ສ ຮັດເຊຍ ປະຈໍາ ລາວ ໃນນີ້, ໄດ້ປະດັັບຫຼຽນກາມິດຕະພາບໃຫ້ສະຫາຍ ພົນຈັດຕະວາ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ, ສະຫາຍພົນຈັດຕະວາ ບຸນມາ ຈັນທະວົງສາ ຮອງ ກອງບັນຊາການທະຫານອາກາດ ແລະ ສະຫາຍ ພັນເອກ ບຸນລອນ ພົນສີລາ ຫົວໜ້າພະແນກອົບຮົມການບິນ ກອງພັນໃຫຍ່ 702.

ນອກນີ້ໃນຕອນແລງຂອງວັນດຽວກັນ, ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມສູນຝຶກ ກອງບັນຊາການທະຫານອາກາດ ພາຍຫຼັງທີ່ຊ່ຽວຊານ ສ ຮັດເຊຍໄດ້ສໍາເລັດການຕິດຕັ້ງອຸປະກອນໃນການຮຽນ-ການສອນດ້ວຍລະບົບຄອມພິວເຕີເຊີ່ງປະກອບມີຫ້ອງຮຽນທິດສະດີ ແລະ ພາກປະຕິບັດຕົງຈິງຂອງເຮືອບິນ(AN)ອານ-26 , ຫ້ອງຮຽນວິຊາພາຫະນະເຕັກນິກພາກພື້ນຮັບໃຊ້ການບິນ, ຫ້ອງຮຽນວິທະຍຸສື່ສານພາກພື້ນດີນ ແລະ ວິທະຍຸລາດາ, ຫ້ອງຫໍສະໝຸດປື້ມການຮຽນ-ການສອນຂອງທຸກໆວິຊາຮຽນເພື່ອເປັນພື້ນຖານໃນການຮໍ່າຮຽນ ແລະ ປະຕິບັດວຽກຕົວຈິງໄດ້ຮັບຜົນສໍາເລັດ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ເຮືອບິນ.