ມອບ-ຮັບ ວຽກງານການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ລະຫວ່າງ ຄະນະສະເພາະກິດຂັ້ນສູນກາງ ກັບ ບັນດາກະຊວງທີ່ກ່ຽວຂ້ອງ

498

ພິທີມອບ-ຮັບວຽກງານການຈັດຕັ້ງປະຕິບັດຄຳສັ່ງ 15/ນຍ ລະຫວ່າງ ຄະນະສະເພາະກິດຂັ້ນສູນກາງ ກັບ 3 ກະຊວງກ່ຽວຂ້ອງຄື: ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການເງິນ ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ 2021 ທີ່ສະໂມສອນໃຫຍ່ ຄະນະກວດກາສູນກາງພັກ ໂດຍການໃຫ້ກຽດເປັນປະທານຂອງທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າາກົມກວດກາປ່າໄມ້ ຂອງກະຊວງກະສິກໍາ ແລະ ປ່າໄມ້ ທັງເປັນຫົວໜ້າກອງເລຂາ ປະຕິບັດຄຳສັ່ງ 15/ນຍ ຂັ້ນສູນກາງ ໄດ້ຜ່ານບົດສະຫຼຸບການປະຕິບັດຄຳສັ່ງທີ 15/ນຍ ແຕ່ປີ 2016-2020 ທີ່ຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນແຂວງ ຈຳນວນ 29 ຄະນະໄດ້ເອົາຈັດຕັ້ງປະຕິບັດຜ່ານມາດ້ວຍຄວາມເອົາໃຈໃສ່ ແລະ ມີຜົນສໍາເລັດເຊັ່ນ: ໄດ້ເຜີຍແຜ່ຄຳສັ່ງ ເລກທີ 15/ນຍ ແລະ ນິຕິກໍາກ່ຽວກັບການຄຸ້ມຄອງປ່າໄມ້, ທຸລະກິດໄມ້, ການປຸງແຕ່ງໄມ້ ແລະ ນິຕິກໍາອື່ນທີ່ກ່ຽວຂ້ອງ ໃຫ້ 18 ແຂວງ ແລະ 33 ເມືອງໃນຂອບເຂດທົ່ວປະເທດ; ໄດ້ດໍາເນີນການກວດກາການສົ່ງໄມ້ທັງໝົດ 12 ຄັ້ງ ຄື: ກວດກາລົດບັນທຸກໄມ້ສົ່ງອອກໄປຕ່າງປະເທດຢູ່ແຂວງອັດຕະປື 27 ຄັນລົດ, ແຂວງຊຽງຂວາງ 27 ຄັນລົດ, ແຂວງເຊກອງ 4 ຄັນລົດ, ແຂວງ ບໍລິຄຳໄຊ 11 ຄັນລົດ, ແຂວງໄຊສົມບູນ 10 ຄັນລົດ, ແຂວງຊຽງຂວາງ 7 ຄັນລົດ, ນະຄອນຫຼວງວຽງຈັນ 5 ຄັນລົດ ແລະ ແຂວງ ບໍ່ແກ້ວ 1 ລໍາເຮືອ, ກວດກາການເຄື່ອນຍ້າຍໄມ້ພາຍໃນປະເທດຄື: ການເຄື່ອນຍ້າຍໄມ້ຈາກນະຄອນຫຼວງວຽງຈັນໄປແຂວງຊຽງຂວາງ 1 ຄັນລົດ, ຈາກແຂວງໄຊຍະບູລີ ໄປແຂວງຊຽງຂວາງ 1 ຄັນລົດ ແລະ ກວດກາການນໍາໃຊ້ເອກະສານໄມ້ປອມ 12 ສະບັບ ຢູ່ແຂວງອັດຕະປື ທັງໝົດນັ້ນພົບເຫັນຜົນເສຍຫາຍ ແລະ ເກັບກູ້ຄືນໄດ້ ຈຳນວນ 6.037,001 ແມັດກ້ອນ ມີມູນຄ່າປະມານ 45 ຕື້ກວ່າກີບ; ກວດກາຕາມການສະເໜີຂອງພົນລະເມືອງດີທັງໝົດ 8 ຄັ້ງຄື: ຢູ່ເມືອງໝອກ ແຂວງຊຽງຂວາງ, ບ້ານອາມືນ ເມືອງກະລຶມ ແຂວງເຊກອງ, ນໍ້າອູ 7 ແຂວງຜົ້ງສາລີ, ເມືອງອາດສະພອນ ແຂວງສະຫວັນນະເຂດ, ນໍ້າຊວງ ນະຄອນຫຼວງວຽງຈັນ, ເຂດປ່າສະຫງວນພູເຂົາຄວາຍ ເມືອງທຸລະຄົມ ແຂວງວຽງຈັນ 6 ຄັ້ງ, ເຂດພູພະນັງ ນະຄອນຫຼວງວຽງຈັນ 3 ຄັ້ງ ແລະ ໄມ້ຟູນໍ້າຢູ່ເຂື່ອນໄຟຟ້ານໍ້າງຽບ 1 ມີຜົນເສຍຫາຍ ແລະ ເກັບກູ້ຄືນໄດ້ ຈຳນວນ 2.580 ກວ່າແມັດກ້ອນ ມີມູນຄ່າປະມານ 17 ຕື້ກວ່າກີບ; ສົມທົບຂະແໜງການກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ດຳເນີນການກວດກາໂຮງງານປຸງແຕ່ງໄມ້, ຮ້ານຂາຍໄມ້ ແລະ ສະກັດກັ້ນການລັກລອບເຄື່ອນຍ້າຍໄມ້, ຊື້-ຂາຍໄມ້ຜິດກົດໝາຍ ແລະ ສາງເກັບມ້ຽນໄມ້ ມີ 4 ໂຮງງານ ທັງໝົດ 17 ຄັ້ງ ພົບເຫັນໄມ້ບໍ່ຖືກຕ້ອງ 621,433 ແມັດກ້ອນ, ມີຜູ້ກະທຳຜິດ 19 ຄົນ, ຢຶດພາຫະນະ 11 ຄັນ; ຊຸກຍູ້ຄະນະສະເພາະກິດຂັ້ນແຂວງ ກວດກາວັດແທກຂຶ້ນບັນຊີໄມ້ທີ່ຖືກຕ້ອງ ມີທັງໝົດ 262.329 ກວ່າແມັດກ້ອນ ແລະ 2.515 ກວ່າໂຕນ, ໄດ້ເຮັດສັນຍາຊື້-ຂາຍແລ້ວ 237.789 ກວ່າແມັດກ້ອນ ແລະ 325 ກວ່າໂຕນ ມູນຄ່າ 79 ຕື້ກວ່າກີບ ແລະ 10 ລ້ານກວ່າໂດລາ, ມອບ-ຮັບແລ້ວ 176.123,929 ແມັດກ້ອນ ແລະ 325ກວ່າໂຕນ, ມູນຄ່າ 45 ຕື້ກວ່າກີບ ແລະ 5,8 ລ້ານກວ່າໂດລາ, ຍັງຄ້າງມອບ 61.665 ກວ່າແມັດກ້ອນ ມູນຄ່າ 34 ຕື້ກວ່າກີບ ແລະ 4,8 ລ້ານກວ່າໂດລາ, ຍັງບໍ່ທັນປະມູນ 24.539 ກວ່າແມັດກ້ອນ ແລະ 2.189 ກວ່າໂຕນ; ຄະນະສະເພາະກິດຂັ້ນແຂວງ ໄດ້ກວດກາພົບເຫັນໄມ້ຜິດກົດໝາຍ ມີທັງໝົດ 102.458 ກວ່າແມັດກ້ອນ ແລະ 848,66 ໂຕນ, ໄດ້ດໍາເນີນຄະດີຕໍ່ຜູ້ກະທໍາຜິດ ພ້ອມທັງຮິບໄມ້ເປັນຂອງລັດ ແລະ ເຮັດສັນຍາຊື້-ຂາຍແລ້ວ 85.692,400 ແມັດກ້ອນ ແລະ 487,89 ໂຕນ ມູນຄ່າ 196.922.641.928 ກີບ ແລະ 1.794.715 ໂດລາ, ມອບ-ຮັບແລ້ວ 66.357,261 ແມັດກ້ອນ ແລະ 487,89 ໂຕນ, ມູນຄ່າ 154ຕື້ກວ່າກີບ ແລະ 1,7 ລ້ານກວ່າໂດລາ, ຍັງຄ້າງມອບ 19.335,139 ແມັດກ້ອນ, ມູນຄ່າ 42 ຕື້ກວ່າກີບ ແລະ 52.762,92 ໂດລາ, ຍັງບໍ່ທັນປະມູນ 16.765,921 ແມັດກ້ອນ ແລະ 360,77 ໂຕນ.

ຄະນະສະເພາະກິດຂັ້ນແຂວງໄດ້ເອົາໃຈໃສ່ກວດກາດັດສົມອຸດສາຫະກໍາປຸງແຕ່ງໄມ້ ແລະ ທຸລະກິດໄມ້ແບບຄອບຄົວ ຊຶ່ງເຫັນໄດ້ວ່າກ່ອນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ, ມີທັງໝົດ 3.454 ແຫ່ງ, ຜ່ານການກວດກາໄດ້ອອກຂໍ້ຕົກລົງຍຸບເລີກ 2.364 ແຫ່ງ, ປັດຈຸບັນຍັງເຫຼືອທັງໝົດ 1.090 ແຫ່ງ; ໄດ້ດຳເນີນການຕິດຕາມການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບນັບແຕ່ປີ 2016-2020 ລວມທັງໝົດ 297.708,49 ແມັດກ້ອນ ມູນຄ່າ 127.523.722 ໂດລາ ນອກນັ້ນຍັງໄດ້ກວດກາພົບເຫັນໄມ້ຂ້າງໂຮງງານທັງໝົດ 224.627,10 ແມັດກ້ອນ ແລະ 1.227,42 ໂຕນ. ຜ່ານການດໍາເນີນການກວດກາພົບເຫັນການລະເມີດກົດໝາຍ ແລະ ລະບຽບການປ່າໄມ້ ມີທັງໝົດ 570 ກໍລະນີ ໃນນັ້ນ, ເປັນພະນັກງານ 462 ຄົນ, ຜູ້ປະກອບການ 136 ຄົນ, ປະຊາຊົນ 527 ຄົນ ໃນນຈໍານວນດັ່ງກ່າວໄດ້ດໍາເນີນຄະດີ ແລະ ສັ່ງຟ້ອງຂຶ້ນສານ 42 ກໍລະນີ, ສານຕັດສິນແລ້ວ 3 ກໍລະນີ ສ່ວນທີ່ເຫຼືອໄດ້ສຶກສາອົບຮົມ ແລະ ປັບໃໝຕາມລະບຽບການ ນອກນັ້ນຍັງພົບອຸປະກອນ ແລະ ພາຫະນະກະທຳຜິດ ເປັນຈັກຕັດໄມ້ 15.549 ເຄື່ອງ, ໂຕະຊອຍໄມ້ 72 ເຄື່ອງ, ອາໄຫຼ່ຈັກຕັດໄມ້ 1.744 ເຄື່ອງ, ລົດສະແລວ, ລົດໄຖນາ 75 ຄັນ, ລົດຊິ້ງ 3 ຄັນ, ລົດຈັກ 93 ຄັນ. 150 ຄັນ, ລົດບັນທຸກ 138 ຄັນ, ລົດກະບະ/ຈິບ 151 ຄັນ, ລົດເມ 16 ຄັນ, ລົດຕູ້ 5 ຄັນ, ລົດດາມ/ດຸດ 12 ຄັນ, ລົດໄຖນາ 75 ຄັນ,ລົດຊີ້ງ 3 ຄັນ ແລະ ລົດຈັກ 93 ຄັນ.


ຜ່ານການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ເປັນເລວາ 5 ປີ ເຫັນໄດ້ດ້ານດີທີ່ພົ້ນເດັ່ນຄື: 1. ກໍາໄດ້ສະພາບພົ້ນເດັ່ນທີ່ເກີດຂຶ້ນກ່ຽວກັບການຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້ຢູ່ແຕ່ລະທ້ອງຖິ່ນ ແລະ ສາມາດຈໍາກັດໄດ້; 2. ເຫັນໄດ້ການອອກນິຕິກໍາຂອງຂັ້ນເທິງ ແລະ ທ້ອງຖິ່ນຈໍານວນໜຶ່ງບໍ່ທັນຮັດກຸມ ເຮັດໃຫ້ເກີດມີຊ່ອງຫວ່າງ ແລະ ຄວາມຮັບຜິດຊອບຂອງພະນັກງານ ທີ່ຖືກແຕ່ງຕັ້ງໃຫ້ໄປຕິດຕາມເອົາໄມ້ຂຶ້ນລົດບໍ່ສູງ; 3. ບັນຫາການອອກອະນຸຍາດຂຸດຄົ້ນໄມ້ ຊຶ່ງເມື່ອກ່ອນເປັນບັນຫາຫຍຸ້ງຍາກ ແລະ ສັບສົນ ແມ່ນໄດ້ຮັບການແກ້ໄຂ, ການອອກອະນຸຍາດຂຸດຄົ້ນໄມ້ຊະຊາຍຢູ່ທ້ອງຖິ່ນໄດ້ຢຸດເຊົາ ແລະ ປະຊາຊົນທີ່ເຄີຍລັກລອບຕັດໄມ້ເປັນອາຊີບ ຈໍານວນຫຼາຍກໍຫັນມາປະກອບອາຊີບທີ່ໝັ້ນຄົງ; 4. ສະພາບການສົ່ງໄມ້ເກີນນໍ້າໜັກ ທີ່ເຮັດໃຫ້ເສັ້ນທາງເປ່ເພກໍໄດ້ຮັບການແກ້ໄຂຢ່າງຈະແຈ້ງ; 5. ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຮັບຮູ້ກົດໝາຍ, ລະບຽບການກ່ຽວກັບປ່າໄມ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງດີຂຶ້ນ.