ຄວາມໄດ້ປຽບຕົກໄປຢູ່ທີ່ ອິຕາລີ,ແບນຊິກ 2 ຕົວຫຼັກເຈັບອາດບໍ່ໄດ້ລົງສະໜາມຄືນນີ້ ເຖິງລົງກໍບໍ່ເຕັມ 100

539

ເປັນຂ່າວຮ້າຍສໍາລັບແຟນບານຂອງທີມຊາດແບນຊິກ ເມື່ອມີການລາຍງານຫຼ້າສຸດວ່າ ເຄວິນ ເດິ ບຣອຍ ກອງກາງ ແລະ ເອເດັນ ອາຊາ ປີກຕົວເກັ່ງ ເຊິ່ງເປັນ 2 ນັກເຕະຕົວສໍາຄັນທີ່ສຸດຂອງທີມ ຍັງມີອາການເຈັບ ແລະ ອາດບໍ່ໄດ້ລົງສະໜາມໃນການແຂ່ງຂັນບານເຕະ ຢູໂຣ 2020 ຮອບ 8 ທີມສຸດທ້າຍທີ່ຈະຮັບມືກັບ ທີມຊາດອິຕາລີ ຄືນນີ້ວັນທີ 2 ກໍລະກົດ 2021 (ກົງກັບ 2:00 ໂມງຂອງວັນທີ 3 ກໍລະກົດ ເວລາໃນບ້ານເຮົາ)

ຫຼ້າສຸດ ໂຣແບໂຕ ມາຕິເນຊ ຫົວໜ້າຄູຝຶກຂອງທີມຊາດແບນຊິກ ອອກມາເປີດເຜີຍວ່າ: ເດິ ບຣອຍ ແລະ ອາຊາ ຍັງມີອາການບາເຈັບຕິດຕົວ ເຊິ່ງອາດມີໂອກາດສູງທີ່ຈະບໍ່ສາມາດລົງແຂ່ງຂັນຊ່ວຍທີມໃນຄືນນີ້ໄດ້. ຢ່າງໃດກໍຕາມ ຕ້ອງເບິ່ງອາການຂອງທັງສອງຄົນຈົນເຖິງວິນາທີສຸດທ້າຍ.

ທັງນີ້ ເດິ ບຣອຍ ກັບ ອາຊານ ບໍ່ໄດ້ລົງຊ້ອມກັບເພື່ອນຮ່ວມທີມເລີຍຕັ້ງແຕ່ຮອບ 16 ທີມສຸດທ້າຍ, ແຕ່ທັງສອງກໍເດີນທາງໄປເມືອງມິວນິກ ປະເທດເຢຍລະມັນ ກັບເພື່ອນຮ່ວມທີມເພື່ອລຸ້ນລົງສະໜາມ 50/50. ຢ່າງໃດກໍຕາມຄວາມໄດ້ປຽບຕົກໄປຢູ່ທີ່ ອິຕາລີ ເພາະວ່າ ເດິ ບຣອຍ ກັບ ອາຊາ ເປັນນັກເຕະຕົວສໍາຄັນທີ່ສຸດຂອງ ແບນຊິກ ຖ້າຮ່າງກາຍບໍ່ເຕັມຮ້ອຍ ຫຼື ບໍ່ໄດ້ລົງສະໜາມນັດນີ້ກໍເປັນບັນຫາໃຫຍ່ແນ່ນອນ.

ຢ່າງໃດກໍຕາມ, ນັກເຕະທີ່ເປັນຄວາມຫວັງຂອງ ແບນຊິກ ກໍມີ ທໍການ ອາຊາ ຜູ້ຍິງປະຕູໄຊໃນຮອບ 16 ທີມ, ຄຣິສ ເມີເທັນ໌ ແລະ ໂຣເມຣູ ລູກາກູ ຕົວຄວາມຫວັງໃນແດນໜ້າ.

ສ່ວນທີມຊາດອິຕາລີ ບໍ່ມີບັນຫາຫຍັງພ້ອມສົ່ງຊຸດໃຫຍ່ນໍາໂດຍ ລໍເຣນໂຊ ອິນຊິເຢ ແລະ ຊິໂຣ ອິມໂມບິເລ ເປັນຕົວເດັດໃນກອງໜ້າ ລວມເຖິງ ເຟເດຣິໂກ ເຄຍຊາ ທີ່ຮອບ 16 ທີສຸຸດທ້າຍຍິງປະຕູສໍາຄັນໃຫ້ກັບທີມເຂົ້າຮອບ.
ສໍາລັບ ສະຖິຕິການພົບກັນ 4 ນັດຫຼັງສຸດປາກົດວ່າ: ນັດທໍາອິດ ອິຕາລີ ຊະນະ 2-0 ໃນຢູໂຣ 2000,  ອິຕາລີ ຊະນະ 3-1 ໃນນັດອຸ່ນເຄື່ອງປີ 2008,  ເບລຢຽມ ຊະນະ 3-1 ໃນນັດອຸ່ນເຄື່ອງປີ 2015 ແລະ ນັດຫຼ້າສຸດ ອິຕາລີ ຊະນະ 2-0 ໃນຢູໂຣ 2016.

ສໍາລັບຕາຕະລາງແຂ່ງຂັນໃນຮອບ 8 ທີມສຸດທ້າຍຄືນນີ້ ( ເບິ່ງໃນຮູບລຸ່ມນີ້ )