ແຂວງວຽງຈັນ ຍັງໜ້າຫ່ວງຕິດເຊື້ອໃໝ່ອີກ 5ຄົນ ທັງໝົດຢູ່ເມືອງໂພນໂຮງ

795

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວມື້ນີ້ 2 ກໍລະກົດກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ ເຊິ່ງໃຫ້ຮູ້ວ່າ ມື້ວັນທີ 1 ກໍລະກົດຜ່ານມາກວດພົບຜູ້ຕິດເຊື້ອໃໝ່ອີກ 32 ກໍລະນີ; ໃນນີ້ຈາກນະຄອນຫຼວງວຽງຈັນ 3 ຄົນ, ສະຫວັນນະເຂດ 5 ຄົນ, ຈຳປາສັກ 15 ຄົນ, ສາລະວັນ 1 ຄົນ, ຄຳມ່ວນ 3 ຄົນ ແລະ ແຂວງວຽງຈັນ 5 ຄົນ.

ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ ແລະ ຄຳມ່ວນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ. ສຳລັບ ແຂວງວຽງຈັນ 5 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.

ຜູ້ທີ 1
-ເພດຍິງ ອາຍຸ 18 ປີ, ສັນຊາດລາວ
– ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ
-ມີປະຫວັດສຳຜັດໃກ້ຊິດນໍາຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ)
– ຜູ້ກ່ຽວມີອາການຕັນດັງ, ນໍ້າມູກໄຫຼ ແລະ ໄຂ້


ຜູ້ທີ 2
-ເພດຍິງ ອາຍຸ 23 ປີ, ສັນຊາດລາວ
– ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ
– ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ)
-ຜູ້ກ່ຽວບໍ່ມີອາການຫຍັງ


ຜູ້ທີ 3
-ເພດຍິງ ອາຍຸ 1 ປີ 2 ເດືອນ, ສັນຊາດລາວ
– ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ
-ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ)
-ຜູ້ກ່ຽວບໍ່ມີອາການຫຍັງ


ຜູ້ທີ 4
-ເພດຊາຍ ອາຍຸ 3 ປີ, ສັນຊາດລາວ
– ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ
– ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ)
– ຜູ້ກ່ຽວບໍ່ມີອາການຫຍັງ


ຜູ້ທີ 5
-ເພດຍິງ ອາຍຸ 15 ປີ, ສັນຊາດລາວ
-ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ
-ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ)
-ຜູ້ກ່ຽວບໍ່ມີອາການຫຍັງ