ຮູ້ຈັກການໂຄສະນາວຽກງານກິລາ-ກາຍຍະກໍາ ໃນກົດໝາຍກິລາ-ກາຍຍະກໍາ

337

ກົດໝາຍວ່າດ້ວຍກິລາ-ກາຍຍະກໍາ ສະບັບປັບປຸງ ມີ 112 ມາດຕາ ເຊິ່ງມື້ນີ້ຈະມາແນະນໍກ່ຽວກັບການໂຄສະນາວຽກງານກິລາ-ກາຍຍະກໍາ ດັ່ງນີ້:
ຫມວດທີ 6 ການໂຄສະນາວຽກງານກິລາ-ກາຍຍະກໍາ
+ມາດຕາ 63 (ປັບປຸງ) ການໂຄສະນາວຽກງານກິລາ-ກາຍຍະກໍາ
ໂຄສະນາວຽກງານກິລາ-ກາຍຍະກໍາ ແມ່ນ ການສຶກສາອົບຮົມ, ເຜີຍແຜ່, ແນະນໍາ, ການປະຊາສໍາພັນ ໃຫ້ສັງຄົມຮູ້ໄດ້ຄຸນປະໂຫຍດ, ຈຸດປະສົງ, ຂະບວນການ, ວິທີການເຄື່ອນໄຫວ, ເຕັກນິກ ຂອງກີລາ-ກາຍຍະກໍາ ແລະ ອື່ນໆ ແນໃສສ້າງຄ່ານິຍົມ, ສ້າງສະຕິຊາດ, ຄວາມສາມັກຄີ, ລະບຽບວິໄນ, ຈັນຍາ ບັນ, ຈັນຍາທໍາ ແລະ ເຮັດໃຫ້ສັງຄົມໄດ້ເຂົ້າຮ່ວມການເຄື່ອນໄຫວຢ່າງກວ້າງຂວາງ ເພື່ອພັດທະນາວຽກງານ ກີລາ-ກາຍຍະກໍາ ໃຫ້ນັບມື້ນັບດີຂຶ້ນ.

+ມາດຕາ 64 ເນື້ອໃນໂຄສະນາ
ເນື້ອໃນໂຄສະນາ ປະກອບດ້ວຍ:
1. ການສະຫນອງຄວາມຮູ້ທົ່ວໄປ ກ່ຽວກັບກົດລະບຽບ, ກະຕິກາ, ຫຼັກການການເຄື່ອນໄຫວ, ການ ຝຶກແອບ, ການຝຶກຊ້ອມ, ການສະແດງ, ການແຂ່ງຂັນກີລາ-ກາຍຍະກໍາ;
2. ການເຜີຍແຜ່ຄຸນປະໂຫຍດ, ເຕັກນິກ, ຍຸດທະວິທີ, ວິທະຍາສາດ, ຄູ່ມືການສິດສອນ ກ່ຽວກັບ ກິລາ-ກາຍຍະກໍາຕ່າງໆ;
3. ການປຸກລະດົມ, ຂົນຂວາຍ ໃຫ້ສັງຄົມ, ລູກຫຼານເຂົ້າຮ່ວມການເຄື່ອນໄຫວຢ່າງກວ້າງຂວາງ, ການພັດທະນາວຽກງານກີລາ-ກາຍຍະກໍາ ດ້ວຍການປະກອບທຶນ, ຈິດໃຈ, ສະຫນອງພາຫະນະ ແລະ ວັດຖຸປະ ກອນໃຫ້ແກ່ວຽກງານດັ່ງກ່າວ;

4. ການເຜີຍແຜ່ຜົນສໍາເລັດ, ຜົນງານ, ການເຂົ້າຮ່ວມການແຂ່ງຂັນຂອງນັກກິລາ-ກາຍຍະກໍາແຕ່ລະ ລຸ່ນ ແລະ ແຕ່ລະຄັ້ງ;
5. ການພົວພັນ, ຮ່ວມມື, ແລກປ່ຽນບົດຮຽນ ດ້ານກິລາ-ກາຍຍະກໍາກັບຕ່າງປະເທດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
ມາດຕາ 65 (ປັບປຸງ) ຮູບການ ແລະ ວິທີການໂຄສະນາວຽກງານກີລາ-ກາຍຍະກໍາ
ການໂຄສະນາວຽກງານກີລາ-ກາຍຍະກໍາ ໃຊ້ຮູບການ ແລະ ວິທີການ ດັ່ງນີ້:
1. ຜ່ານລະບົບສື່ມວນຊົນຂອງພາກລັດ ແລະ ເອກະຊົນ ເຊັ່ນ ສິ່ງພິມ, ວິທະຍຸ, ໂທລະພາບ, ອິນເຕີເນັດ, ອີເມວ ແລະ ເວັບໄຊ;
2. ຜ່ານການປະຊາສໍາພັນໃນງານແຂ່ງຂັນກິລາ-ກາຍຍະກໍາ ເປັນຕົ້ນ ກິລານັກຮຽນສາມັນ ສຶກສາທົ່ວປະເທດ, ກິລາມະຫາວິທະຍາໄລທົ່ວປະເທດ, ມະຫາກໍາກິລາແຫ່ງຊາດ ແລະ ກິລາຄົນພິການທົ່ວປະເທດ;

3. ຜ່ານຮູບການ ແລະ ວິທີການໂຄສະນາອື່ນ ທີ່ສອດຄ່ອງກັບກົດຫມາຍ.
+ມາດຕາ 66(ໃຫມ່) ການຂໍອະນຸຍາດໂຄສະນາ
– ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງໂຄສະນາວຽກງານກິລາ-ກາຍຍະກໍາທຸກ ຮູບແບບ ຕ້ອງໄດ້ຂໍອະນຸຍາດ ຜ່ານເນື້ອໃນຂະແຫນງການສຶກສາທິການ ແລະ ກິລາ ແລະ ຂະແຫນງການອື່ນທີ່ ກ່ຽວຂ້ອງ.

ຂ່າວ: ຄໍາສອນ ( ຫຼ້າ ) ຄັດຈາກ ກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ