ອົງການອະນາໄມໂລກ ເລັ່ງຊ່ວຍເຫຼືອ 5 ປະເທດທີ່ຍັງບໍ່ທັນໄດ້ສັກວັກແຊັງແມ່ນແຕ່ເຂັມດຽວ

573

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການອະນາໄມໂລກ (WHO) ຈະເລັ່ງໃຫ້ການຊ່ວຍເຫຼືອ 5 ປະເທດທີ່ຍັງບໍ່ທັນໄດ້ສັກວັກແຊັງປ້ອງກັນໂຄວິດ-19 ແມ່ນແຕ່ເຂັມດຽວ, ຂະນະທີ່ທົ່ວໂລກໄດ້ສັກວັກແຊັງປ້ອງກັນໂຄວິດ-19 ໄປແລ້ວຫຼາຍກວ່າ 3 ພັນລ້ານໂດສ.

ໂດຍ 5 ປະເທດທີ່ຍັງບໍ່ທັນໄດ້ສັກວັກແຊັງໄດ້ແກ່ ບູຣຸນດີ, ເອຣີເທຣຍ, ເຮຕິ, ແທນຊາເນຍ ແລະ ສປປ ເກົາຫຼີ ໂດຍອົງການອະນາໄມໂລກຈະເຂົ້າໄປຊ່ວຍເຫຼືອປະເທດເຫຼົ່ານີ້ ເພື່ອເລີ່ມໂຄງການສັກວັກແຊັງປ້ອງກັນໂຄວິດ ເພື່ອສ້າງພູມຄູ້ມກັນໝູ່.
ທັງນີ້ ທ່ານ ດຣ. ທີໂດຣສ ອັດຮານອມ ກິບຣີເຍຊູສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກຕ້ອງການໃຫ້ທຸກປະເທດທົ່ວໂລກເລີ່ມຕົ້ນໂຄງການສັກວັກແຊັງປ້ອງກັນໂຄວິດ-19 ໃຫ້ແກ່ບຸກຄະລາກອນທາງການແພດ ແລະ ກຸ່ມທີ່ມີຄວາມສ່ຽງພາຍໃນ 100 ວັນຂອງປີ 2021 ແຕ່ເປົ້າໝາຍດັ່ງກ່າວໄດ້ຜ່ານພົ້ນໄປແລ້ວ ແຕ່ເດືອນເມສາຜ່ານມາ.


ແນວໃດກໍຕາມ ຄວາມເປັນຈິງທີ່ເກີດຂຶ້ນຄື ປະເທດຮັ່ງມີໄດ້ກັກຕຸນວັກແຊັງໄວ້ ເພື່ອສັກໃຫ້ແກ່ປະຊາຊົນພາຍໃນປະເທດຂອງຕົນ ເຮັດໃຫ້ບາງປະເທດຕ້ອງໄດ້ລໍຖ້າ ເພື່ອໃຫ້ໄດ້ຮັບວັກແຊັງໄປສັກໃຫ້ປະຊາຊົນ. ໃນຂະນະທີ່ໂຄງການໂຄແວັກ ເຊິ່ງເປັນໂຄງການແບ່ງປັນວັກແຊັງຢ່າງເທົ່າທຽມ ພາຍໃຕ້ການບໍລິຫານຈັດການຂອງອົງການອະນາໄມໂລກທີ່ມີເປົ້າໝາຍ ເພື່ອຊ່ວຍເຫຼືອປະເທດທີ່ທຸກຍາກໃຫ້ເຂົ້າເຖິງວັກແຊັງໄດ້ ຈົນເຖິງຂະນະນີ້ ໄດ້ສົ່ງມອບວັກແຊັງປ້ອງກັນໂຄວິດ-19 ໃຫ້ແກ່ 133 ປະເທດ/ເຂດແຄວ້ນທີ່ເຂົ້າຮ່ວມໂຄງການພຽງແຕ່ 89 ລ້ານໂດສເທົ່ານັ້ນ ແລະ ໃນທ້າຍເດືອນມິຖຸນາ ວັກແຊັງຂອງໂຄງການດັ່ງກ່າວໄດ້ໝົດລົງ ເຮັດໃຫ້ບາງປະເທດຕ້ອງຢຸດຕິໂຄງການສັກວັກແຊັງປ້ອງກັນໂຄວິດໃຫ້ປະຊາຊົນໄວ້ຊົ່ວຄາວ ເຊິ່ງຜູ້ອຳນວຍການອົງການອະນາໄມໂລກເຕືອນວ່າ ໂລກກຳລັງປະສົບກັບຄວາມຫຼົ້ມຈົມ.