ຈີນ ເປີດນຳໃຊ້ທາງດ່ວນຂ້າມທະເລຊາຍຍາວທີ່ສຸດໃນໂລກ

437

ສຳນັກຂ່າວຊິນຮວາລາຍງານເມື່ອວັນທີ 30 ມິຖຸນາຜ່ານມາວ່າ: ທ່າງດ່ວນແຕ່ນະຄອນຫຼວງປັກກິ່ງ ຫາ ອຸຣຸມຊີ (Beijing-Urumqi Expressway) ເຊິ່ງເປັນທາງດ່ວນຂ້າມທະເລຊາຍທີ່ຍາວທີ່ສຸດໃນໂລກໄດ້ເປີດໃຫ້ສັນຈອນຢ່າງເປັນທາງການແລ້ວໃນວັນທີ 30 ມິຖຸນາຜ່ານມາ, ຫຼັງຈາກທີ່ເປີດນຳໃຊ້ທາງດ່ວນໄລຍະສຸດທ້າຍໃນເຂດປົກຄອງຕົນເອງຊິນຈຽງອຸຍກູ ທາງທິດຕາເວັກຕົກສຽງເໜືອຂອງຈີນ.


ທາງດ່ວນເຊື່ອຕໍ່ລະຫວ່າງນະຄອນຫຼວງປັກກິ່ງ ຫາ ນະຄອນອູຣຸມຊີ ເມືອງເອກຂອງແຂວງຊິນຈຽງ ມີຄວາມຍາວທັງໝົດ 2.800 ກິໂລແມັດ ເຊິ່ງເສັ້ນທາງສ່ວນໜຶ່ງປະມານ 500 ກິໂລແມັດຕັດຜ່ານທະເລຊາຍ ເຊິ່ງເປັນພື້ນທີ່ທີ່ບໍ່ມີຄົນອາໄສຢູ່.


ນອກຈາກປັກກິ່ງ-ຊິນຈຽງແລ້ວ ເສັ້ນທາງສາຍນີ້ ຍັງຕັດຜ່ານພູມີພາກລະດັບມົນທົນ ຫຼື ແຂວງອີກ 4 ແຫ່ງ ໄດ້ແກ່: ເຫີເປີ້ຍ, ຊານຊີ, ມົງໂກລີໃນ ແລະ ການຊູ່ ເຊິ່ງຕັ້ງຢູ່ທາງພາກເໜືອ ແລະ ທິດຕາເວັນຕົກສ່ຽງເໜືອຂອງ ສປ ຈີນ ໂດຍຈະຊ່ວຍຫຼຸດໄລຍະທາງແຕ່ປັກກິ່ງ-ອູຣຸມຊີລົງເຖິງ 1.300 ກິໂລແມັດ ເຮັດໃຫ້ກາຍເປັນເສັ້ນທາງໄປທາງພາກເໜືອຂອງປະເທດໄວທີ່ສຸດ.


ທັງນີ້ ເສັ້ນທາງສາຍອື່ນໆຂອງທາງດ່ວນສາຍນີ້ ໄດ້ເປີດໃຫ້ບໍລິການແລ້ວກ່ອນໜ້ານີ້ ແຕ່ເນື່ອງຈາກສະພາບແວດລ້ອມທາງທຳມະຊາດບໍ່ເອື້ອອຳນວຍ ແລະ ສະພາບທາງທໍລະນີວິທະຍາມີຄວາມສະຫຼັບສັບຊ້ອນ ເຮັດໃຫ້ທາງດ່ວນຊ່ວງທີ່ຂ້າມທະເລຊາຍໃນຊິນຈຽງສຳເລັດເປັນຊ່ວງສຸດທ້າຍ.