ອັງກິດ ສ່ຽງຂາດແຄນອາຫານ ຫຼັງຂາດພະນັກງານຂັບລົດຂົນສົ່ງສິນຄ້າ

240

ສະຫະຣາຊະອານາຈັກ ອາດຈະປະເຊີນກັບການຂາດແຄນອາຫານຕາມຮ້ານຊຸບເປີມາເກັດຕ່າງໆ ຫຼັງການລະບາດຂອງພະຍາດໂຄວິດ – 19 ແລະ ການທີ່ອັງກິດອອກຈາກສະມາຊິກສະຫະພາບເອີຣົບ ( ແບຣັກຊິດ ) ເຮັດໃຫ້ເກີດພາວະຂາດແຄນພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າຫຼາຍເຖິງ 1 ແສນຕຳແໜ່ງ.

ເມື່ອບໍ່ດົນມານີ້ ສະມາຄົມອຸດສາຫະກຳຊຸບເປີມາເກັດ ໄດ້ຮຽກຮ້ອງໃຫ້ລັດຖະບານອະນຸຍາດໃຫ້ແຮງງານທີ່ເປັນພະນັກງານຂັບລົດຈາກເອີຣົບ ສາມາດເຂົ້າມາເຮັດວຽກໃນອັງກິດງ່າຍຂຶ້ນ ໂດຍອອກວີຊ່າເຮັດວຽກຊົ່ວຄາວໃຫ້, ແນວໃດກໍຕາມໂຄສົກລັດຖະບານລະບຸວ່າ ເພື່ອແກ້ໄຂບັນຫາດັ່ງກ່າວຄວນຈ້າງແຮງງານທ້ອງຖິ່ນແທນ.

ປະທານສະມາຄົມຂົນສົ່ງສິນຄ້າທາງບົກຂອງອັງກິດ ກ່າວວ່າ: ຕາມການລາຍງານຂອງຮ້ານຊຸບເປີມາເກັດລະບຸວ່າ ສະຕ໊ອກອາຫານບໍ່ມາສົ່ງຕາມກຳນົດເວລາ ໂດຍຮ້ານຊຸບເປີມາເກັດຍັກໃຫຍ່ຂອງສະຫະຣາຊະອານາຈັກ ເຊັ່ນ: ເທັສໂກ, Sainsbury’s, Asda ແລະ Morrisons ຕ້ອງເພິ່ງພາພະນັກງານຂັບລົດເປັນຈຳນວນຫຼວງຫຼາຍ ເພື່ອນຳສິນຄ້າຈາກເອີຣົບມາສົ່ງ.