ມູນນິທິ ຊື່ຈີ ມອບຕຽງສະໜາມ ຈຳນວນ 300 ໜ່ວຍ ມູນຄ່າ 12.000 ໂດລາ ໃຫ້ແຂວງຈໍາປາສັກ

370
ມູນນິທິ ຊື່ຈີ ສປ ຈີນ ມອບຕຽງສະໜາມ (ຕຽງຜ້າໂຄງເຫລັກ) ຈຳນວນ 300 ໜ່ວຍ, ມູນຄ່າ 12.000 ໂດລາສະຫະລັດ. ໃຫ້ແຂວງຈໍາປາສັກ ເພື່ອປະກອບສ່ວນ ຮັບໃຊ້ ເຂົ້າໃນການເຄື່ອນໄຫວວຽກງານ ຕ່າງໆ ຂອງອົງການປົກຄອງ ແຂວງຈຳປາສັກ.
ພິທີມອບ-ຮັບ ໄດ້ມີຂຶ້ນໃນວັນທີ 30 ມີຖຸນາ 2021, ທີ່ຫ້ອງວ່າການແຂວງຈຳປາສັກ. ທ່ານ ບຸນເຮັງ ບຸດດາວົງ ແຊຫລໍ ຮອງປະທານສະມາຄົມຈີນ, ພ້ອມດ້ວຍ ຄະນະບໍລິຫານງານ ສະມາຄົມຈີນ ໄດ້ຕາງໜ້າໃຫ້ແກ່ ມູນນິທິ ຊື່ຈີ ກ່າວມອບການຊ່ວຍເຫລືອ ໃນເທື່ອນີ້, ເປັນກຽດກ່າວຮັບ ຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ໂດຍມີ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳເຈົ້າແຂວງຈຳປາສັກ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍໄປຍັງ ມູນນິທິ ຊື່ຈີ ສປ.ຈີນ ພ້ອມດ້ວຍ ຄະນະ ສະມາຄົມຈີນ ແຂວງຈຳປາສັກ ທີ່ຍາມໄດ ກໍໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອ ແກ່ ແຂວງຈຳປາສັກ ໃນໄລຍະທີ່ມີຄວາມຫຍຸ້ງຍາກ ແລະ ອົງການປົກຄອງ ແຂວງຈຳປາສັກ ຈະຄຸ້ມຄອງນຳໃຊ້ອຸປະກອນ, ເຄື່ອງມືດັ່ງກ່າວ ເຂົ້າໃນການເຄື່ອນໄຫວວຽກງານ ໃຫ້ຖືກຕາມຈຸດປະສົງເປົ້າໝາຍ ແລະໃຫ້ເກີດປະສິດທິຜົນສູງສຸດ.