6 ເດືອນຕົ້ນປີ 2021 ເສດຖະກິດຫວຽດນາມ ຂະຫຍາຍຕົວ 5,64%

242

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງການເປີດເຜີຍຂອງສູນສະຖິຕິແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2021 ເສດຖະກິດຫວຽດນາມ ຂະຫຍາຍຕົວ 5,64%, ໃນຂະນະທີ່ໄຕມາດ 2 ຂອງປີນີ້ຂະຫຍາຍຕົວ 6,6% ໂດຍໄດ້ແຮງຍູ້ຈາກການສົ່ງອອກທີ່ເພີ່ມຂຶ້ນ.

ລາຍງານລະບຸວ່າ: ຍອດການສົ່ງອອກໄປສະຫະລັດອາເມຣິກາ ໃນ 6 ເດືອນຕົ້ນປີນີ້ ເພີ່ມຂຶ້ນ 42,6% ມູນຄ່າ 44,9 ພັນລ້ານໂດລາສະຫະລັດ, ຂະນະທີ່ການສົ່ງອອກໂດຍລວມຂະຫຍາຍຕົວ 28,4% ມູນຄ່າ 157.630 ລ້ານໂດລາສະຫະລັດ ໂດຍມີຊຳຊຸງ ເອເລັກໂຕຣ ນິກ ບໍລິສັດຍັກໃຫຍ່ຈາກ ສ.ເກົາຫຼີ ທີ່ໄປຕັ້ງຖານການຜະລິດໃນຫວຽດນາມ ຄອງສ່ວນແບ່ງປະມານ 20% ຂອງການສົ່ງອອກທັງໝົດຂອງຫວຽດນາມ ໂດຍຜະລິດສະມາດໂຟນອອກຈຳໜ່າຍໃນຕະຫຼາດໂລກຫຼາຍທີ່ສຸດ. ຂະນະທີ່ການສົ່ງອອກເກີບ, ເຄື່ອງນຸ່ງຫົ່ມ ແລະ ສິນຄ້າປະເພດອື່ນໆໄປເອີຣົບກໍເພີ່ມຂຶ້ນເຊັ່ນກັນ ໂດຍໄດ້ສິດຈາກການເຮັດຂໍ້ຕົກລົງການຄ້າເສລີ ( FTA ) ກັບອີຢູ ໂດຍມີຜົນບັງຄັບໃຊ້ໃນປີ 2020.

ເນື່ອງຈາກການສົ່ງອອກຂະຫຍາຍຕົວຢ່າງຕໍ່ເນື່ອງ ຫວຽດນາມ ຈຶ່ງຊຸກຍູ້ໂຄງການພັດທະນາໂຄງສ້າງພື້ນຖານຫຼາຍໂຄງການ ເພື່ອສະໜັບສະໜູນການສົ່ງອອກ ໂດຍສະເພາະໂຄງການກໍ່ສ້າງສະຖານີໃໝ່ 2 ແຫ່ງ ທີ່ທ່າເຮືອນ້ຳເລິກ Lach Huyen ນະຄອນຮ້າຍຟອງ ທາງພາກເໜືອຂອງປະເທດ ໂດຍໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາຜ່ານມາ ຄາດວ່າຈະໃຊ້ງົບປະມານເຖິງ 304 ລ້ານໂດລາສະຫະລັດ.

ນອກຈາກນີ້, ໃນໄລຍະເດືອນມັງກອນ – ເດືອນມີນາຜ່ານມາ ທ່າເຮືອນ້ຳເລິກ Lach Huyen ຮອງຮັບເຮືອຂົນສົ່ງສິນຄ້າເພີ່ມຂຶ້ນ 14% ເປັນ 7,12 ລ້ານໂຕນ, ລັດຖະບານຫວຽດນາມ ຄາດການວ່າ: ປະລິມານເຮືອບັນທຸກສິນຄ້າຈະເຂົ້າທຽບທ່າໃນທ່າເຮືອແຫ່ງນີ້ເພີ່ມຂຶ້ນ ຈຶ່ງຕັດສິນໃຈຂະຫຍາຍອອກຕື່ມອີກ, ນອກຈາກນີ້ຫວຽດນາມ ຍັງເປັນປະເທດທີ່ມີຄ່າແຮງງານຖືກ ຈຶ່ງເຮັດໃຫ້ປະເທດແຫ່ງນີ້ກາຍເປັນຈຸດໝາຍປາຍທາງທີ່ບໍລິສັດຕ່າງປະເທດຍ້າຍຖານການຜະລິດເຂົ້າມາ, ນອກຈາກນີ້ ນະໂຍບາຍການລົງທຶນຂອງຫວຽດນາມ ສາມາດດຶງດູດການລົງທຶນຂອງຕ່າງປະເທດໄດ້ເປັນຢ່າງດີ ເຮັດໃຫ້ການລົງທຶນຂອງຕ່າງປະເທດນັບມື້ເພີ່ມຂຶ້ນ.