ໜ້າສົນໃຈ ປະຫວັດສາດໜ້າໃໝ່ຂອງພັກກອມມູນິດຈີນດ້ານສິດທິມະນຸດໃນ 100 ປີຜ່ານມາ

318
Balloons float over attendees waving Chinese flags during a ceremony at Tiananmen Square to mark the 100th anniversary of the founding of the ruling Chinese Communist Party in Beijing Thursday, July 1, 2021. (AP Photo/Ng Han Guan)

ວັນທີ 24 ມິຖຸນານີ້, ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນໄດ້ເຜີຍແຜ່ປື້ມປົກຂາວ “ພຶດຕິກຳອັນຍິ່ງໃຫຍ່ໃນການເຄົາລົບ ແລະຮັບປະກັນສິດທິມະນຸດຂອງພັກກອມມູນິດຈີນ”,ໃນເວລາທີ່ທົບທວນຄືນປະຫວັດສາດການພັດທະນາສິດທິມະນຸດຂອງຈີນໃນ 100 ປີຜ່ານມາພາຍໃຕ້ການນຳພາຂອງພັກກອມມູນິດຈີນ ກໍໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈທີ່ເຂັ້ມແຂງແລະຄວາມໝັ້ນໃຈທີ່ເດັດດ່ຽວໜຽວແໜ້ນຂອງພັກກອມມູນິດຈີນໃນການຮັບປະກັນສິດທິມະນຸດແລະການພັດທະນາສິດທິມະນຸດຢ່າງອຸດົມສົມບູນດ້ວຍຄວາມເປັນຈິງທີ່ລະອຽດ.

ເລີ່ມແຕ່ປີ 1840 ເປັນຕົ້ນມາ, ປະເທດຈັກກະພັດນິຍົມໄດ້ເຊັນສັນຍາບໍ່ສະເໝີພາບນັບເປັນຮ້ອຍສະບັບກັບລັດຖະບານຈີນດ້ວຍການກໍ່ສົງຄາມຮຸກຮານຈີນຫຼາຍຄັ້ງແລະດ້ວຍຫຼາຍວິທີ, ພາຍໃຕ້ການກົດຂີ່ຂູດຮີດຈາກຈັກກະພັດນິຍົມ,ລັດທິສັກດີນາ,ລັດທິນາຍທຶນອາຍາສິດທີ່ເອີ້ນວ່າ “ພູໃຫຍ່ສາມໜ່ວຍ”,ຕາມການປະເມີນ, ໃນເວລານັ້ນ, ຢູ່ທົ່ວປະເທດຈີນໄດ້ມີປະຊາຊົນ 80% ຕົກຢູ່ໃນສະພາບຄວາມອຶດຫີວແລະເຄິ່ງອຶດຫີວເປັນເວລາດົນນານ, ແຕ່ລະປີລ້ວນແຕ່ຈະມີຄົນຫຼາຍໝື່ນຫຼາຍແສນຄົນເສຍຊີວິດຍ້ອນຄວາມອຶດຫີວ, ສິດດຳລົງຄົງຕົວຂັ້ນພື້ນຖານທີ່ສຸດຂອງປະຊາຊົນຈີນລ້ວນແຕ່ບໍ່ສາມາດຮັບປະກັນໄດ້. ພາຍຫຼັງສ້າງຕັ້ງພັກກອມມູນິດຈີນແລ້ວ, ພັກກອມມູນິດຈີນໄດ້ສາມັກຄີແລະນຳພາປະຊາຊົນຈີນໂຄ່ນລົ້ມ “ພູໃຫຍ່ 3 ໜ່ວຍ”ດັ່ງກ່າວ, ແລະໄດ້ວາງຂໍ້ກຳນົດດ້ານການຮັບປະກັນສິດທິມະນຸດຕ່າງໆ. ປະຊາຊົນຈີນໄດ້ກາຍເປັນເຈົ້າຂອງປະເທດຊາດໃນທາງການເມືອງ,ໃນດ້ານເສດຖະກິດໄດ້ຮັບການຈັດສັນທີ່ດິນ,ໄດ້ມີສິດດຳລົງຄົງຕົວຢ່າງແທ້ຈິງ.

ໃນໄລຍະການປະຕິຮູບແລະເປີດປະຕູສູ່ພາຍນອກແລະການສ້າງສາສັງຄົມນິຍົມທີ່ທັນສະໄໝ, ຈີນໄດ້ສືບຕໍ່ປົກປ້ອງສິດດຳລົງຄົງຕົວ,ສິດພັດທະນາແລະຖືເປັນສິດຂັ້ນພື້ນຖານທີ່ສຳຄັນຢ່າງສະເໝີຕົ້ນສະເໝີປາຍ,ສືບຕໍ່ຍຶດໝັ້ນການຖືເອົາຊີວິດການເປັນຢູ່ທີ່ມີຄວາມຜາສຸກຂອງປະຊາຊົນເປັນສິດທິມະນຸດທີ່ສຳຄັນທີ່ສຸດ.ນັບແຕ່ການປະຕິຮູບແລະເປີດປະຕູສູ່ພາຍນອກເປັນເວລາຫຼາຍສິບປີມານີ້, ເສດຖະກິດຈີນໄດ້ຮັບການພັດທະນາແບບກ້າວກະໂດດຂັ້ນ, ລະດັບຊີວິດການເປັນຢູ່ຂອງປະຊາຊົນຈີນກໍໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.


ນອກຈາກນີ້, ຈີນຍັງສາມາດລົບລ້າງຄວາມທຸກຍາກເດັດຖານທີ່ມີລັກສະນະປະຫວັດສາດ,ປະຊາຊົນມີຄວາມຮູ້ສຶກວ່າປອດໄພ,ມີຄວາມຮູ້ສຶກວ່າມີຄວາມຜາສຸກ,ແລະມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ສິດດຳລົງຄົງຕົວແລະສິດພັດທະນາຂອງປະຊາຊົນຈີນໄດ້ມີຄວາມກ້າວໜ້າຢ່າງໃຫຍ່ຫຼວງ. ຈີນໄດ້ປະສານສົມທົບຫຼັກການທົ່ວໄປໃນດ້ານສິດທິມະນຸດກັບສະພາບຕົວຈິງຂອງຈີນ, ເດີນຕາມເສັ້ນທາງແຫ່ງການພັດທະນາສິດທິມະນຸດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງສຳເລັດຜົນ.


ໃນເວລາທີ່ຍຶດໝັ້ນການສະແຫວງຫາເສລີພາບແລະຄວາມຜາສຸກໃຫ້ກັບປະຊາຊົນຈີນ, ພັກກອມມູນິດຈີນຍັງໄດ້ສຸມໃສ່ພາລະກິດຄວາມກ້າວໜ້າແລະສັນຕິພາບໂລກອີກດ້ວຍ,ເພື່ອສະແຫວງຫາສັນຕິພາບແລະຄວາມກ້າວໜ້າໃຫ້ແກ່ສັງຄົມມະນຸດ.

ພາຍຫຼັງທີ່ຈີນສາມາດຟື້ນຟູທີ່ນັ່ງຢ່າງຖືກຕ້ອງຕາມກົດໝາຍຢູ່ອົງການສະຫະປະຊາຊາດໃນປີ 1971 ແລ້ວ, ຈີນໄດ້ຕັ້ງໜ້າເຂົ້າຮ່ວມກົນໄກສິດທິມະນຸດສາກົນ,ໄດ້ອະນຸມັດຫຼືເຂົ້າຮ່ວມສັນຍາວ່າດ້ວຍສິດທິມະນຸດສາກົນ 26 ສະບັບຕາມລຳດັບ,ໃນນັ້ນລວມທັງສົນທິສັນຍາຕົ້ນຕໍວ່າດ້ວຍສິດທິມະນຸດຂອງອົງການສະຫະປະຊາຊາດ 6 ສະບັບ; ພ້ອມທັງໄດ້ເຂົ້າຮ່ວມການສ້າງ “ສົນທິສັນຍາວ່າດ້ວຍສິດທິເດັກນ້ອຍ” “ຖະແຫຼງການວ່າດ້ວຍສິດແຫ່ງການພັດທະນາ”ແລະບັນທັດຖານສິດທິມະນຸດອື່ນໆ ເຊິ່ງໄດ້ຊຸກຍູ້ສິດທິມະນຸດໃນສາກົນໃຫ້ພັດທະນາໄປຕາມທິດທາງທີ່ເປັນທຳ,ສົມເຫດສົມຜົນແລະກວມລວມຫຼາຍກວ່າເກົ່າດ້ວຍການກະທຳຕົວຈິງ.

ວຽກງານສິດທິມະນຸດຂອງຈີນໄດ້ພັດທະນາແລະມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງແລະໄດ້ຮັບການຍອມຮັບຈາກຫຼາຍປະເທດໃນໂລກ. ໃນກອງປະຊຸມສະພາສິດທິມະນຸດຂອງອົງການສະຫະປະຊາຊາດຄັ້ງທີ 47 ທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້, ໃນເວລາທີ່ບາງປະເທດຕາເວັນຕົກມີຄວາມລະແວງສົງໄສຈີນດ້ວຍທັດສະນະສິດທິມະນຸດແບບລັດທິເສລີນິຍົມທີ່ຄັບແຄບຂອງຕົນ, ກໍມີ 66 ປະເທດໄດ້ລົງນາມຮ່ວມເພື່ອສະໜັບສະໜູນວຽກງານສິດທິມະນຸດຂອງຈີນ,ຄັດຄ້ານເຈດຕະນາໃດໆທີ່ຢາກຫັນວຽກງານຂອງສະພາສິດທິມະນຸດເປັນບັນຫາການເມືອງ,ພ້ອມທັງໄດ້ເຕືອນໃຫ້ປະເທດແລະອົງການຫຼາຍຝ່າຍທີ່ກ່ຽວຂ້ອງສະແດງທ່າທີທີ່ເປັນທຳໃນເວລາປະເມີນສະພາບສິດທິມະນຸດຂອງປະເທດຕ່າງໆ.

ຖ້າບໍ່ມີພັກກອມມູນິດຈີນ,ປະເທດຈີນກໍ່ບໍ່ມີຜົນງານດ້ານວຽກງານສິດທິມະນຸດຄືໃນປັດຈຸບັນນີ້, ເມື່ອຈ້ອງເບິ່ງອະນາຄົດ, ການພັດທະນາວຽກງານສິດທິມະນຸດຂອງຈີນພຽງແຕ່ເປັນການພັດທະນາໃນໄລຍະໃດໜຶ່ງເທົ່ານັ້ນ. ເຊື່ອວ່າພາຍໃຕ້ການນຳພາທີ່ເຂັ້ມແຂງຂອງພັກກອມມູນິດຈີນ, ການຮັບປະກັນສິດທິມະນຸດຂອງຈີນຈະສາມາດຍົກລະດັບຂຶ້ນສູ່ລະດັບໃໝ່ໄດ້ຢ່າງແນ່ນອນ,ແລະຈະມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ.