u – money ສະເຫຼີມສະຫຼອງຄົບຮອບ 3 ປີ ແລະ ມີ 1 ລ້ານບັນຊີ ແຈກໂຊກແກ່ລູກຄ້າຫຼາຍກວ່າ 100 ລ້ານກີບ

411

ການປ່ຽນແປງຊີວິດແບບໃໝ່ຂອງສັງຄົມໃນປັດຈຸບັນ ເຮັດໃຫ້ u – money ທາງເລືອກທີ່ດີກວ່າ ໄດ້ກາຍເປັນສ່ວນໜຶ່ງໃນການເຮັດທຸລະກໍາການເງິນຮູບແບບດິຈິຕອນແບບໃໝ່ທີ່ງ່າຍທີ່ສຸດ, ສະດວກ, ໄວ ແລະ ປອດໄພຈາກເຊື້ອພະຍາດທີ່ກໍາລັງລະບາດໃນປັດຈຸບັນ ການຊໍາລະຄ່າໃຊ້ຈ່າຍຕ່າງໆ u – money ບໍລິການໂອນເງິນທີ່ດີທີ່ສຸດ ບໍ່ວ່າຈະເປັນການໂອນໂດຍໃຊ້ QR Code, ການໂອນໂດຍນໍາໃຊ້ມືຖື ກາຍເປັນສິ່ງທີ່ນິຍົມນໍາໃຊ້ຫຼາຍຂຶ້ນ ຫຼຸດຜ່ອນການຖືເງິນສົດເປັນຈໍານວນຫຼາຍ.

ໄດ້ມີການພັດທະນາຮູບແບບບໍລິການທີ່ຫຼາກຫຼາຍ ເພື່ອໃຫ້ ຄວາມສະດວກແກ່ຜູ້ນໍາໃຊ້ ການເອົາເງິນເຂົ້າກະເປົາ u – money ຫຼື ການໂອນຕ່າງໆ ຈະເປັນເລື່ອງທີ່ງ່າຍດາຍ ບໍ່ຕ້ອງເສຍເວລາ ເຖິງປັດຈຸບັນໄດ້ມີການເຊື່ອມໂຍງກັບຫຼາຍທະນາຄານໃຫຍ່ໆ ເຊັ່ນ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ, ທະນາຄານ ຮ່ວມພັດທະນາ ແລະ ທະນາຄານ ມາຣູຮານ ເຈແປນ ລາວ ເຊິ່ງສາມາດໂອນຫາກັນໄດ້ໂດຍບໍ່ເສຍຄ່າທໍານຽມ ຫຼື ດ້ວຍຄ່າທໍານຽມທີ່ຖືກ, ນອກຈາກນີ້ການຊໍາລະຄ່າບໍລິການດ້ານໂທລະຄົມມະນາຄົມ ເຊັ່ນ: ໂທລະສັບ ຫຼື ອິນເຕີເນັດກໍສາມາດເຮັດໄດ້ເລີຍ, ຊໍາລະກ່ຽວກັບສິນເຊື່ອກໍມີ ແວວຄຳ ເຊົ່າສິນເຊື່ອ ລາວ, ຊື້ປະກັນໄພ ລາວ – ຫວຽດ.

อาจเป็นรูปภาพของ 8 คน และสถานที่ในร่ม

ໃນໄລຍະຜ່ານມາຫຼາຍໆພາກສ່ວນຂອງພາກລັດ ແລະ ປະຊາຊົນທີ່ດໍາລົງຊີວິດຢູ່ຕ່າງແຂວງຫ່າງໄກສອກຫຼີກຈາກທະນາຄານ ຫຍຸ້ງຍາກໃນການເດີນທາງ ແລະ ໃຊ້ເວລາດົນ ກໍໄດ້ຫັນປ່ຽນນໍາໃຊ້ u – money ທີ່ສາມາດນໍາໃຊ້ໄດ້ທຸກທີ່ທຸກເວລາ ເພື່ອເບີກຈ່າຍເງິນເດືອນ ເຊັ່ນ: ຄັງເງິນແຫ່ງຊາດ, ກະຊວງການເງິນ ໃນການເບີກຈ່າຍເງິນເດືອນ – ເງິນອຸດໝູນ ໃນ 9 ແຂວງ 11 ເມືອງ ເຊິ່ງໄດ້ເລີ່ມເບີກຈ່າຍໃນໄລຍະທໍາອິດ 5/11 ເມືອງ ຈໍານວນ 2.710 ຄົນ ຕົກເປັນມູນຄ່າທັງໝົດ 5.583.476.996 ກີບ, ເຊັນສັນຍາກັບບັນດາເມືອງ ເພື່ອເບີກຈ່າຍເງິນອຸດໜູນໃຫ້ກັບນາຍບ້ານ ລວມ 17/18 ແຂວງ, 61/148 ເມືອງ 2.388 ໝູ່ບ້ານ. ນອກນີ້ກໍມີ ບໍລິສັດ ວິສາຫະກິດ ແລະ ບັນດາໂຮງຮຽນຕ່າງໆກໍນໍາໃຊ້ຊ່ອງທາງ u – money ເບີກຈ່າຍເງິນ ເພື່ອຈຸດປະສົງຕ່າງໆ ເຊິ່ງມີ: ກະຊວງກະສິກຳ ແລະ ປ່າໄມ້, ກົມພັດທະນາຊົນນະບົດ ແລະ ສະຫະກອນ ໃຊ້ u – money ເພື່ອຈ່າຍເງິນອຸດໜູນໃນໂຄງການຈ່າຍເງິນອຸດໜູນແບບມີເງື່ອນໄຂໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ ເຊິ່ງເປັນຄອບຄົວທີ່ທຸກຍາກ ແລະ ຫາກໍພົ້ນທຸກ ຈຳນວນ 42.000 ຄົນ ຕົກເປັນມູນຄ່າທັງໝົດຫຼາຍກວ່າ 14 ລ້ານໂດລາ ພາຍໃນ 4 ປີ. ໂຄງການດັ່ງກ່າວຈະປະຕິບັດຢູ່ໃນ 4 ແຂວງພາກເໜືອ ເຊັ່ນ: ແຂວງຜົ້ງສາລີ, ອຸດົມໄຊ, ຫົວ ພັນ, ຊຽງຂວາງ. ນອກນັ້ນ, ຍັງມີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນໂຄງການນໍາໃຊ້ u – money ເພື່ອເບີກຈ່າຍເງິນອຸດໜູນໃຫ້ແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ( ອາຍຸຕໍ່າກວ່າ 6 ເດືອນ ) ຈຳນວນ 1.400 ຄົນ ໃນໄລຍະ 18 ເດືອນ ລວມມູນຄ່າປະມານ 378.000 ໂດລາສະຫະລັດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງນອງ ແຂວງສະຫວັນນະເຂດ.

อาจเป็นรูปภาพของ 3 คน และผู้คนกำลังยืน

ໃນປີ 2018 u – money ໄດ້ຮັບໃບອະນຸຍາດທົດລອງເປີດນໍາໃຊ້ບໍລິການ ໃນ 5 ແຂວງທໍາອິດ, ໃນປີ 2019 ໄດ້ຮັບໃບອະນຸຍາດທົດລອງໃຫ້ບໍລິການທົ່ວ 18 ແຂວງ, ໃນປີ 2020 ໄດ້ຮັບໃບອະນຸຍາດດຳເນີນບໍລິການກະເປົາເງິນເອເລັກໂຕຣນິກຄັ້ງທໍາອິດຂອງ ສປປ ລາວ ຫຼັງຈາກເປີດໃຫ້ບໍລິການກໍມີຜູ້ຊົມໃຊ້ ຫຼາຍກວ່າ 500.000 ລູກຄ້າ ເຖິງປັດຈຸບັນເຮັດໃຫ້ ໃນປີ 2021 ນີ້ ຫຼັງຈາກຄົບຮອບ 3 ປີ ໄດ້ມີຜູ້ໃຊ້ 1.000.000 ລູກຄ້າ 500.000 ດາວໂຫຼດໃນ Google Play ແລະ Apple Store, ພ້ອມກັນນັ້ນຄຽງຄູ່ກັບຜູ້ນໍາໃຊ້ການຂະຫຍາຍຮ້ານຕົວແທນໃຫ້ບໍລິການ u – money ກໍມີຮ້ານຕົວແທນໃຫ້ບໍລິການແກ່ປະຊາຊົນໃນຂອບເຂດທົ່ວປະເທດຫຼາຍກວ່າ 10.000 ຮ້ານທົ່ວປະເທດ.

u – money ໄດ້ສືບຕໍ່ພັດທະນາ ບໍລິການແຕ່ລະໄລຍະແບບບໍ່ຢຸດນິ້ງ ເພື່ອສ້າງສິ່ງທີ່ດີທີ່ສຸດແກ່ລູກຄ້າ ເຮັດໃຫ້ປະຊາຊົນໄດ້ຊົມໃຊ້ບໍລິການແບບກຸ້ມຄ່າ, ໄວ, ປອດໄພ; u – money ໄດ້ກາຍເປັນຊ່ອງທາງການໂອນເງິນທີ່ເປັນປະໂຫຍດແກ່ຫຼາຍໆພາກສ່ວນຢ່າງແນ່ນອນ.

อาจเป็นรูปภาพของ 2 คน, ผู้คนกำลังยืน และกลางแจ้ง

ເພື່ອເປັນການຄືນກຳໄລແກ່ລູກຄ້າ u – money ແລະ ສະຫຼອງທີ່ u – money ໄດ້ລົງທະບຽນນໍາໃຊ້ຫຼາຍກວ່າ 1 ລ້ານບັນຊີ u – money ໄດ້ແຈກໂຊກແກ່ຜູ້ຊົມໃຊ້ໂດຍມີເງື່ອນໄຂໃນການເຂົ້າຮ່ວມແບບງ່າຍໆ:

– ເລກໝາຍທີ່ເຂົ້າຮ່ວມລຸ້ນລາງວັນໃຫຍ່ ເບີທີ່ໄດ້ລົງທະບຽນນໍາໃຊ້ບໍລິການ u – money ນໍາໃຊ້ຢ່າງຕໍ່າ 6 ເດືອນ ແລະ ມີການເຄື່ອນໄຫວນໍາໃຊ້ປົກກະຕິເຮັດທຸລະກໍາ ເຊັ່ນ: ການໂອນເງິນ, ຕື່ມມູນຄ່າໂທ, ຊໍາລະອິນເຕີເນັດໂທລະສັບຢູ່ເຮືອນ, ຊື້ຫວຍ, ຊື້ປະກັນໄພ, ຊໍາລະຄ່າສິນເຊື່ອ ແລະ ອື່ນໆ ເຊິ່ງຂອງລາງວັນ ມີດັ່ງນີ້:

– ລາງວັນທີ 01: ຮັບເງິນ u – money 100.000.000 ກີບ ຈໍານວນ 01 ລາງວັນ

– ລາງວັນທີ 02: ຮັບເງິນ u – money 10.000.000 ກີບ ຈໍານວນ 01 ລາງວັນ

– ລາງວັນທີ 03: ຮັບເງິນ u – money 5.000.000 ກີບ ຈໍານວນ 02 ລາງວັນ

ຈັບສະຫຼາກຜູ້ໂຊກດີໃນເດືອນກໍລະກົດ ໂດຍການແລນດອມເທິງເພຈ໌ເຟສບຸ໊ກ u – money

ລາງວັນບໍ່ພຽງແຕ່ການມອບໂຊກໃຫຍ່ ເມື່ອສືບຕໍ່ນໍາໃຊ້ u – money ບໍ່ວ່າຈະເປັນການຕື່ມເງິນ ຫຼື ການເຮັດທຸລະກໍາຕ່າງໆ ຢູມັນນີ ຈະມີຂອງຂວັນໂບນັດເປັນດາຕ້າ ຫຼື ມອບຂອງລາງວັນເນື່ອງໃນໂອກາດພິເສດຕ່າງໆ.

ທ່ານເດ ໄດ້ປ່ຽນມາເປັນຄອບຄົວດຽວກັນແລ້ວບໍ? ຢ່າລໍຊ້າ ປ່ຽນຊີວິດແບບໃໝ່ໃຫ້ສະດວກສະບາຍງ່າຍ ແລະ ກຸ້ມຄ່າ ພຽງນໍາໃຊ້ u – money.