ເຈົ້າແຂວງເຊກອງ ເນັ້ນໜັກພະແນກການເງິນເກັບລາຍຮັບໃຫ້ໄດ້ຄົບຖ້ວນ

294

ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ ໄດ້ມີຄໍາເຫັນໂອ້ລົມໃນກອງປະຊຸມເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະ ຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດ 5 ປີຄັ້ງທີ IX (2021-2025) ຂອງພະແນກການເງິນແຂວງ ໃນວັນທີ 30 ມິຖຸນາຜ່ານມາ ໂດຍທ່ານເນັ້ນໜັກໃຫ້ພະແນກການເງິນແຂວງ ເອົາໃຈໃສ່ປະຕິບັດ 4 ໜ້າທີ່ຄື: ຄຸ້ມຄອງເກັບລາຍຮັບງົບປະມານ, ຄຸ້ມຄອງລາຍຈ່າຍງົບປະ ມານ, ຄຸ້ມຄອງຊັບສິນຂອງລັດ ແລະຄຸ້ມຄອງການເງິນລັດວິສາຫະກິດ, ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານຕາມຖານທີ່ມີແລ້ວໃຫ້ໄດ້ຢ່າງຄົບຖ້ວນ, ຈັດຕັ້ງກົນໄກວິທີການທີ່ເຂັ້ມງວດ ແລະສັກສິດໃນການເລັ່ງທວງໜີ້ສິນ, ພັນທະງົບປະ ມານບ້ວງຕ່າງໆໃຫ້ມີຜົນສໍາເລັດເປັນຮູບປະທໍາ.


ພ້ອມນີ້ ກໍເອົາໃຈໃສ່ເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ, ເພີ່ມທະວີຄວາມເຂັ້ມແຂງ ແລະເຂັ້ມງວດໃນການຄຸ້ມຄອງພັກດ້ານລະບຽບວິໄນຢູ່ພາຍໃນພັກ, ສ້າງໃຫ້ໄດ້ການຫັນປ່ຽນໃໝ່ຢ່າງແຂງແຮງ ແລະເປັນລະບົບ ໂດຍເລີ່ມຈາກການຫັນປ່ຽນດ້ານແນວຄິດຈິນຕະນາການສູ່ກງານກະທໍາຕົວຈິງ ເພື່ອແກ້ໄຂຈຸດອ່ອນ ແລະບັນຫາຄົງຄ້າງໃຫ້ມີການປ່ຽນແປງໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະຮອບດ້ານ ນັບທັງແບບແຜນການນໍາພາ-ຊີ້ນໍາ, ແບບແຜນວິທີເຮັດວຽກ ແລະຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ແນ ໃສ່ສ້າງການຈັດຕັ້ງພັກ ແລະສ້າງການຈັດຕັ້ງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງຄວາມເຊື່ອໝັ້ນຂອງພະນັກງານ, ສະມາຊິກພັກ ຕໍ່ການນໍາພາ-ຊີ້ນໍາ, ການບໍລິຫານຄຸ້ມຄອງລັດ ຂອງຄະນະພັກ-ຄະນະພະແນກ ເພື່ອສືບຕໍ່ນໍາພາ-ຊີ້ນໍາປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກໍຄືຂະແໜງການເງິນໃຫ້ນັບມື້ດີຂຶ້ນເປັນກ້າວໆ.