ພະແນກ ຖວທ ແຂວງຫຼວງນໍ້າທາ ທາບທາມບຸກຄະລາກອນ ເປັນຮອງຫົວໜ້າພະແນກ ຖວທ ແຂວງ

304

ວັນທີ 30 ມີຖຸນາ 2021 ຢູ່ທີ່ຫໍວັດທະນະທໍາແຂວງ ພະແນກ ຖວທ ແຂວງຫຼວງນໍ້າທາ ໄດ້ທາບທາມບຸກຄະລາກອນເປັນຮອງຫົວໜ້າພະແນກ ຖວທ ແຂວງ ໂດຍການເປັນປະທານ ຂອງທ່ານ ໂຫຼຍ ໄຊເມືອງນາມ ຫົວໜ້າພະແນກ ຖວທ ແຂວງຫຼວງນໍ້າທາ ເຂົ້າຮ່ວມຂອງ ທ່ານ ບຸນພວມ ສໍສຸພາບ ຮອງປະທານກວດກາພັກ, ອົງການກວດກາລັດ ມີທ່ານ ຈັນຖະໜອມ ຂັນທະລາດ ຮອງຫົວໜ້າຄະນະຈັດຕັ້ງແຂວງ,ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ – ຮອງຂະແໜງ, ຫົວໜ້າກອງ-ຮອງກອງ,ຫົວໜ້າສູນ-ຮອງສູນ ແລະ ພະນັກງານວິຊາການເຂົ້າຮ່ວມ.


ທ່ານ ຈັນຖະໜອມ ຂັນທະລາດ ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຜ່ານດໍາລັດ 461 ວ່າດ້ວຍມາດຖານຕໍາແໜ່ງງານບໍລິຫານຂອງລັດຖະກອນແຫ່ງ ສປປ ລາວ , ຕໍາແໜ່ງບໍລິຫານປະເພດ 4 ຜູ້ສະມັກຕ້ອງມີຄວາມໜັກແໜ້ນທາງດ້ານການເມືອງ, ດ້ານຄວາມຮູ້ຄວາມສາມາດ, ແບບແຜນວິທີເຮັດວຽກ, ຍືດໝັ້ນອຸດົມການຂອງພັກຢ່າງໜັກແໜ້ນ ແລະ ໄດ້ຕາມມາດຖານທີ່ໄດ້ກໍານົດໄວ.


ໂອກາດນີ້ ທ່ານ ໂຫຼຍ ໄຊເມືອງນາມ ຫົວໜ້າພະແນກ ຖວທ ແຂວງໄດ້ໃຫ້ກຽດໂອລົມ ແລະ ເນັ້ນໜັ້ກໃຫ້ຜູ້ທີ່ຈະເລືອກເອົາບຸກຄະລາກອນມາບໍລິຫານວຽກງານຕ້ອງໃຫ້ຄົບຕາມມາດຖານທີ່ໄດ້ກໍານົດໄວ້, ສາມາດບໍລິຫານວຽກງານ ຖວທ ເປັນຢ່າງດີ ເພື່ອເຮັດໃຫ້ວຽກງານມີຄວາມກ້າວໜ້າ ໂອກາດດັ່ງກ່າວພະນັກງານລັດຖະກອນພາຍໃນພະແນກ ຖວທ ແຂວງຫຼວງນໍ້າທາກໍ່ໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກເອົາຮອງຫົວໜ້າພະແນກ ຖວທ ແຂວງຜູ້ໃໝ່ຈໍານວນ 1 ຄົນຕື່ມອີກ.