ເຈົ້າແຂວງ ໄຊຍະບູລີ ພົບປະ ແລະ ໂອ້ລົມປະຊາຊົນ 3 ບ້ານ ເມືອງ ປາກລາຍ

0
622

ໃນລະຫວ່າງວັນທີ 30 ມິຖຸນາ ຫາ 1 ກໍລະກົດ ປີ 2021 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະ ປະຊາຊົນ 3 ບ້ານຂອງເມືອງ ປາກລາຍ ຄື: ບ້ານ ປາກຄານ, ບ້ານ ນາຕຸງ ແລະ ບ້ານ ໃຫຍ່ພັດທະນາ ເມືອງປາ. ໃຫ້ການຕ້ອນຮັບໂດຍ ທ່ານ ກອງສີ ວົງສີ ເຈົ້າເມືອງ ປາກລາຍ, ອໍານາດການປົກຄອງ ແລະ ປະຊາຊົນແຕ່ລະບ້ານ.


ການຢ້ຽມຢາມ ແລະ ພົບປະ ປະຊາຊົນແຕ່ລະບ້ານນັ້ນ ທີມງານຂອງທ່ານເຈົ້າແຂວງແມ່ນໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການພັດທະນາເສດຖະກິດຂອງບ້ານຄື: ບ້ານ ປາກຄານ ມີ 64 ຄອບຄົວ ມີ 5 ໜ່ວຍຄຸ້ມຄອງ, ມີພົນລະເມືອງ 303 ຄົນ, ຍິງ 148 ຄົນ. ທົ່ວບ້ານມີ ເນື້ອທີ່ຜະລິດລະດູຝົນທັງໝົດ 200 ກວ່າເຮັກຕາ; ໃນນີ້ ນາປີ 32 ກວ່າເຮັກຕາ, ໄຮ່ເນີນສູງ 10 ເຮັກຕາ, ເນື້ອທີ່ປູກພືດອຸດສາຫະກໍາ 190 ເຮັກຕາ, ເກັບລາຍຮັບເຂົ້າງົບປະມານໄດ້ 14,24 ລ້ານກວ່າກີບ ເທົ່າກັບ 102,7%.


ບ້ານ ນາຕຸງ ມີ148 ຄອບຄົວ ມີ 13 ໜ່ວຍຄຸ້ມຄອງ, ມີ 734 ຄົນ, ຍິງ 357 ຄົນ, ມີເນື້ອທີ່ຜະລິດລະດູຝົນທັງໝົດ 1.577 ເຮັກຕາ; ໃນນີ້ເນື້ອທີ່ນາ 158 ກວ່າເຮັກຕາ ປັກດໍາແລ້ວ 80%, ເຂົ້າໄຮ່ 12,38 ເຮັກຕາ, ເນື້ອທີ່ປູກພືດອຸດສາຫະກໍາເປັນສິນຄ້າ 1.821 ກວ່າເຮັກຕາ, ເກັບລາຍຮັບໄດ້ 21 ລ້ານກວ່າກີບ.
ບ້ານໃຫຍ່ພັດທະນາ ເມືອງປາ ມີ 595 ຄອບຄົວ ມີ 57 ໜ່ວຍຄຸ້ມຄອງ ມີ 3.292 ຄົນ, ຍິງ 1.617 ຄົນ. ມີເນື້ອທີ່ທໍາການຜະລິດທັງໝົດ 1.524 ກວ່າເຮັກຕາ; ໃນນີ້ເນື້ອທີ່ນາ 429 ກວ່າເຮັກຕາ ປັກດໍາສໍາເລັດແລ້ວ 95%, ເນື້ອທີ່ປູກພືດເປັນສິນຄ້າ 1.094 ກວ່າເຮັກຕາ, ສາມາດເກັບລາຍຮັບໄດ້ 41 ລ້ານກວ່າກີບ ເທົ່າກັບ 35,5%. ພືດອຸດສາຫະກໍາເປັນສິນຄ້າທີ່ປະຊາຊົນປູກເປັນສ່ວນໃຫຍ່ແມ່ນ: ມັນຕົ້ນ, ສາລີ, ໝາກເດືອຍ, ໝາກງາ ແລະ ອື່ນໆ.


ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍໄດ້ໂອ້ລົມຕໍ່ອໍານາດການປົກຄອງ ແລະ ປະຊາຊົນແຕ່ລະບ້ານ, ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ອົງການປົກຄອງບ້ານຍາດມາໄດ້ໃນໄລຍະຜ່ານມາ, ພ້ອມນັ້ນກໍໄດ້ເນັ້ນໜັກໃຫ້ອົງການປົກຄອງແຕ່ລະບ້ານຈົ່ງສືບຕໍ່ຮັກສາຄວາມສາມັກຄີໄວ້ໃຫ້ໝັ້ນຄົງທະນົງແກ່ນ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ກັບປະຊາຊົນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນຕໍ່ບັນຫາປະກົດການຫຍໍ້ທໍ້ພາຍໃນບ້ານເຊັ່ນ: ບັນຫາຄ້າ-ຂາຍຢາເສບຕິດ, ເສບຢາບ້າ, ອາລະວາດຕີກັນ, ການຜິດຖອງຕ້ອງຖຽງຂອງຄອບຄົວ ແລະ ອື່ນໆ, ເພີ່ມຄວາມເປັນແບບຢ່າງທີ່ດີໃຫ້ກັບປະຊາຊົນ, ສືບຕໍ່ຊຸກຍູ້ ແລະ ສົ່ງເສີມປະຊາຊົນໃນການຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນ.


ໂອກາດດັ່ງກ່າວກໍ່ໄດ້ມອບເຄື່ອງ ອຸປະກອນການຮຽນ-ການສອນ, ເຄື່ອງນຸ່ງເດັກນ້ອຍ ແລະ ເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງມອບໃຫ້ແຕ່ລະບ້ານ, ພ້ອມທັງໄດ້ລົງເບິ່ງຈຸດທີ່ຈະສ້າງຂົວຂ້າມນໍ້າຄານ, ຂົວຂາມນໍ້າພູນ ແລະ ເບິ່ງຕົວແບບ ການປູກໝາກກ້ຽງຢູ່ບ້ານ ໃຫຍ່ພັດທະນາເມືອງປາ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

LEAVE A REPLY

Please enter your comment!
Please enter your name here