ເມນູຫວານເຢັນ “ ບິງຊູໝາກມ່ວງ ” ກິນແລ້ວສົດຊື່ນ

742

ມື້ນີ້ເຮົາມາຫາຂອງຫວານເຮັດກິນນຳກັນ ເພາະຜູ້ຂຽນໄດ້ເອົາວິທີເຮັດບິງຊູມາຝາກທຸກທ່ານ ແນ່ນອນແລ້ວວ່າໃນໄລຍະນີ້ຄົນມັກເລາະຊອກຫາກິນຂອງຫວານ ເຊັ່ນ: ບິງຊູທີ່ເປັນເມນູຂອງຫວານຍອດນິຍົມໃນເກົາຫຼີ ແລະ ເອີ້ນໄດ້ວ່າເປັນເມນູຍອດນິຍົມຂອງໄວໜຸ່ມຫຼາຍໆຄົນໃນບ້ານເຮົາ ເພາະດ້ວຍລົດຊາດທີ່ຫວານເຢັນບວກກັບໝາກໄມ້ເຮັດໃຫ້ເວລາກິນຈະເຮັດໃຫ້ຮູ້ສຶກສົດຊື່ນ ຈຶ່ງເຮັດໃຫ້ເປັນເມນູທີ່ໄວໜຸ່ມນິຍົມກິນ.

May be an image of fruit, dessert and indoor

ແຕ່ໃນໄລຍະສະພາບການແນວນີ້ ເຮົາມາເຮັດບິງຊູກິນຢູ່ເຮືອນຈະເປັນການດີ ວິທີເຮັດກໍງ່າຍໆບໍ່ເວົ້າຫຼາຍເຮົາໄປເຮັດກິນພ້ອມກັນດີກວ່າ.

ສ່ວນປະສົມຂອງບິງຊູໝາກມ່ວງ: ນົມສົດຈືດ 450 ມິນລີລິດ ( 1 ຕຸກ ), ນົມຂຸ້ນຫວານ 1/4 ຖ້ວຍ, ໝາກມ່ວງນ້ຳດອກໄມ້ 1 – 2 ໜ່ວຍ ແລະ ນົມຂຸ້ນສຳລັບລາດໜ້າບິງຊູ.

May be an image of dessert and indoor

ວິທີເຮັດ

1 ປະສົມນົມສົດກັບນົມຂຸ້ນຫວານໃຫ້ເຂົ້າກັນ ເທໃສ່ຖົງຊິບລັອກ ນຳເອົາໄປແຊ່ແຂງໃນຊ່ອງຟິດ 3 ຊົ່ວໂມງ ຫຼື ຈົນແຂງ.

2 ນຳສ່ວນປະສົມນົມອອກຈາກຊ່ອງຟິດ ໂດຍຄົນໃຫ້ກາຍເປັນເກັດ ແຕ່ຖ້າຫາກແຂງເກີນໄປກໍໃຊ້ຂອງແຂງທຸບເອົາ ແລ້ວກໍນຳມາເທໃສ່ຖ້ວຍ.

3 ຕົກແຕ່ງດ້ວຍໝາກມ່ວງຊອຍ ໂປະດ້ວຍກະແລັມ ແລະ ລາດນົມຂຸ້ນຫວານແລ້ວໆ ພ້ອມເສີບໄດ້ເລີຍ.

ບິງຊູທ່ານສາມາດໃສ່ໝາກໄມ້ຕາມລະດູການໄດ້ ຫຼື ໃສ່ໝາກໄມ້ທີ່ມັກກໍໄດ້ຕາມຄວາມມັກເລີຍ.

May be an image of dessert and indoor

ທີ່ມາ: https://laapzaab.com/5-recipes-of-korean-snacks-delivered-directly