ພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ເຊື່ອມຊຶມມະຕິ XI ຂອງພັກ

530
ໃນລະຫວ່າງວັນທີ 29-30 ມິຖຸນາ 2021 ໜ່ວຍພັກຮາກຖານພະແນກແຜນການ ແລະການລົງທຶນ (ພຜທ) ແຂວງເຊກອງ, ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະຜັນຂະຫຍາຍເອກະສານທີ່ສໍາຄັນຂອງພັກ, ໂດຍການເປັນປະທານຂອງສະຫາຍ ຂັນຕີ ສີລະວົງສາ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ-ແຂວງເຊກອງ, ມີເລຂາ-ຮອງເລຂາໜ່ວຍພັກ ແລະສະມາຊິກພັກ, ພະນັກງານລັດ-ຖະກອນ ພາຍໃນໜ່ວຍພັກຮາກຖານພະແນກ ແຜນການ ແລະການລົງທຶນ (ພຜທ) ແຂວງ ເຂົ້າຮ່ວມ.
ສະຫາຍ ສາກົນ ພອນປະເສີດ ກໍາມະການພັກແຂວງ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກ ແຜນການ ແລະການລົງທຶນ (ພຜທ) ແຂວງ ກໍໄດ້ຂື້ນຜ່ານເນື້ອໃນເອກະສານທີ່ສໍາຄັນເປັນຕົ້ນ: ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ແລະຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ (2021-2025), ເພື່ອແນໃສ່ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງ, ສາມາດກໍາແໜ້ນໄດ້ໃນແນວທາງແຜນນະໂຍບາຍປ່ຽນແປງໃໝ່ຂອງພັກ, ໃນການຊີ້ນໍາ-ນໍາພາໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ເພື່ອປົກປັກຮັກສາ ແລະພັດທະນາປະເທດຊາດໃຫ້ກ້າວຂື້ນຕາມທິດສັງຄົມນິຍົມ.
ນອກຈາກນັ້ນ; ກອງປະຊຸມຄັ້ງນີ້ຍັງໃຫ້ຮູ້ຕຶ່ມວ່າ: ມະຕິກອງປະຊຸມໜ່ວຍພັກຄັ້ງທີ III ຂອງໜ່ວຍພັກຮາກຖານພະແນກແຜນການ ແລະການລົງທຶນ (ພຜທ) ແຂວງແມ່ນໄດ້ກຳນົດຢ່າງຈະແຈ້ງກ່ຽວກັບຈຸດພິເສດ ແລະບັນດາທັດສະນະພື້ນຖານຂອງໜ່ວຍພັກທີ່ໄດ້ວ່າງທິດທາງໜ້າທີ່, ບັນດາຈຸດໝາຍໃຫຍ່ໃນ 5 ປີ (2021-2025) ເພື່ອຈະສູ້ຊົນຈັດຕັ້ງປະຕິບັດໃນ 9 ແຜນງານເປັນຕົ້ນ: ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຖັນແຖວສາມະຊິກພັກ-ພະນັກງານ-ລັດຖະກອນໃຫ້ມີຄວາມຮູ້ຄວາມສາມາດ ມີມານະຈິດອັນສູງສົ່ງ ໃນອຸດົມການຂອງພັກ ມີຄວາມບໍລິສຸດສັດຊື່ ເປັນເຈົ້າຕົນເອງ ໂດຍໄດ້ຕິດພັນ ແລະມີຄວາມສອດຄອງກັບ 8 ແຜນງານໃຫຍ່ທີ່ເປັນບູລິມະສິດໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງອົງຄະນະພັກແຂວງທີ່ໄດ້ວາງໄວ້ໃຫ້ປະກົດຜົນເປັນຈິ່ງເທື່ອລະກ້າວ.
ໂອກາດນີ້; ສະຫາຍ ຂັນຕີ ສີລະວົງສາ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະໜ່ວຍພັກກໍຄືສະມາຊິກພັກທຸກສະຫາຍທີ່ສາມາດຍາດແຫຍ່ງຜົນງານໄດ້ຫຼາຍດ້ານໃນໄລຍະຜ່ານມາ ແລະທ່ານຍັງຮຽກຮ້ອງມາຍັງບັນດາສະຫາຍສາມະຊິກພັກ ພະນັກງານ-ລັດຖະກອນທຸກສະຫາຍຈົ່ງພ້ອມກັນເສີມຂະຫຍາຍຄວາມເປັນເຈົ້າການຂອງສະມາຊິກພັກໃຫ້ສູງຂື້ນໃນຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງພັກ-ລັດມອບໝາຍໃຫ້ ແລະຈັດຕັ້ງປະຕິບັດວຽກງານໃຫ້ບັນລຸຕາມລະດັບຄາດໝາຍທີ່ກໍານົດໄວ້.