ກະຊວງ ປກສ ປະກາດນາຍຕຳຫຼວດຮັບອຸດໜູນບຳນານ-ແຕ່ງຕັ້ງ ແລະ ເລື່ອນຊັ້ນພັນເອກໃຫ້ນາຍຕຳຫຼວດ 32 ສະຫາຍ

3242
ໃນວັນທີ 30 ມິຖຸນາ ນີ້, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດນາຍຕຳຫຼວດຮັບອຸດ ໜູນບຳນານ, ແຕ່ງຕັ້ງ ແລະ ເລື່ອນຊັ້ນພັນເອກໃຫ້ນາຍຕຳຫຼວດ ຈຳນວນ 32 ສະຫາຍ, ໂດຍມີ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ພ້ອມດ້ວຍບັນດາຄະນະພັກ,ຄະ ນະນຳກະຊວງ, ຫົວໜ້າກົມໃຫຍ່, ຫ້ອງວ່າການ ແລະ ຫົວໜ້າກົມກອງ ອ້ອມຂ້າງກະຊວງ ເຂົ້າ ຮ່ວມ.
ໃນພິທີ, ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີກະຊວງ ປກສ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການຮັບອຸດໜູນບຳນານ ຂອງນາຍຕຳ ຫຼວດ.ໃນນັ້ນ,ໄດ້ຕົກລົງໃຫ້ ພົຈວ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ພົຈວ ຄຳພົນ ສີຫາປັນຍາ ຮອງຫົວໜ້າກົມໃຫ່ຍຕຳຫຼວດ ແລະ ພັອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫ່ຍຕຳຫຼວດ.ພ້ອມກັນນີ້, ຍັງໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະກາດແຕ່ງຕັ້ງນາຍຕຳຫຼວດຮັບໜ້າທີ່ໃໝ່.ໃນນັ້ນ, ໄດ້ຕົກລົງແຕ່ງຕັ້ງ ພົຈວ ຈັນສະແຫວງ ທິບຄູນທອງ ເປັນຮອງຫົວໜ້າຫ້ອງວ່າການ, ພົຈວ ສະແຫວງ ພົມມະລີ ເປັນຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ພັອ ຄອນສະຫວັນ ສົມພາໄຊເປັນຮອງຫົວໜ້າກົມໃຫ່ຍການເມືອງ, ພັອ ກອງສະຫວັດ ບຸນລ້ຽງ ເປັນຮອງຫົວໜ້າກົມໃຫ່ຍສັນ ຕິບານ, ພັອ ສາຍສະໝອນ ພະລະມີໄຊ ເປັນຮອງຫົວໜ້າກົມໃຫຍ່ສັນຕິບານ, ພັອ ແກ່ນຈັນພົມມະຈັກ ເປັນຮອງຫົວໜ້າກົມໃຫ່ຍຕຳຫຼວດ, ພັອ ບົວພັນ ຟອງມະນີ ເປັນຮອງຫົວໜ້າກົມໃຫ່ຍຕຳ ຫຼວດ,ພັອ ພູນສະຫວັນ ພັນທະເສນາ ເປັນຫົວໜ້າ ກອງບັນຊາການປ້ອງກັນເຄື່ອນທີ່.
ນອກຈາກນີ້, ພົຈວ ສຸວັນນີ ສີສຸພາບມີໄຊ ຮອງກົມໃຫຍ່ການເມືອງ ໄດ້ຜ່ານດໍາລັດຂອງນາຍົກລັດ ຖະມົນຕີ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳ ຫຼວດ.ໃນນັ້ນ,ເລື່ອນຊັ້ນ ພັນໂທ ຂຶ້ນ ພັນເອກ ໃຫ້ແກ່ນາຍຕຳຫຼວດ ທົ່ວກຳລັງປ້ອງກັນຄວາມສະ ຫງົບ ຈຳນວນ 32 ສະຫາຍ, ໃຫ້ກຽດປະດັບຊັ້ນໂດຍ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປກສ.
 ໃນໂອກາດນີ້, ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນ ຕີກະຊວງ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນງານຂອງນາຍຕຳຫຼວດ ທັງສາມ ສະຫາຍ ທີ່ໄດ້ຮັບອຸດໜູນບຳນານ. ເຊິ່ງການປະກາດດັ່ງກ່າວ ແມ່ນກົດເກນ ແລະ ນະໂຍບາຍລວມຂອງພັກ ແລະ ລັດ ຖະບານເຮົາ ເມື່ອເຖິງອາຍຸກະສຽນກໍຕ້ອງໄດ້ອອກ ພັກຜ່ອນ-ຮັບອຸດໜູນບໍານານ ຕາມລະບຽບການ, ພ້ອມທັງຮຽກຮ້ອງໃຫ້ທັງສາມທ່ານ ສືບຕໍ່ໃຫ້ຄໍາແນະນໍາທາງດ້ານບົດຮຽນ ແລະປະສົບການຕ່າງໆ ຕາມຄວາມອາດສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານ ປກສ ໃຫ້ມີຜົນສໍາເລັດກວ່າເກົ່າ.
ສ່ວນນາຍຕຳຫຼວດທີ່ໄດ້ຮັບການແຕ່ງຕັ້ງ, ເລື່ອນ ຊັ້ນໃໝ່ໃນຄັ້ງນີ້, ທ່ານລັດຖະມົນຕີ ໄດ້ເນັ້ນໜັກໃຫ້ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ເລິກເຊິ່ງເຖິ່ງຖອງ, ເພີ່ມທະວີຄວາມຮັບຜິດຊອບໃນການຕໍ່ການນຳພາບັນ ຊາ, ກໍ່ສ້າງພັກ, ກໍ່ສ້າງກຳລັງໃຫ້ໜັກແໜ້ນເຂັ້ມແຂງ, ເສີມຂະຫຍາຍຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສືບຕໍ່ຊີ້ນຳ-ນຳພາກຳລ້ງ ປກສ ໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງຂຶ້ນເລື້ອຍໆ.