ນຳສະເໜີ ອີກໜຶ່ງສາວງາມ ປາວີນາ ສໍລະຈໍາປາ ໜຶ່ງໃນ 25 ຄົນ Miss Teen Lao 2021

965

ຜ່ານເຂົ້າຮອບ 25ຄົນເປັນທີ່ຮຽບຮ້ອຍແລ້ວ ສໍາລັບສາວນ້ອຍຄົນນີ້ ນ້ອງມີຈຸດເດັ່ນເປັນຄົນທີ່ກ້າສະແດງອອກບໍ່ອາຍ, ມີຄວາມຕັ້ງໃຈ, ທະເຍີທະຍານ, ເຕັມທີ່ກັບທຸກໆຮອບໃນການແຂ່ງຂັນ ແລະ ທຸກຢ່າງທີ່ລົງມືເຮັດ ພ້ອມທັງເຊື່ອໝັ້ນໃນໂຕເອງ ເຊິ່ງຄິດວ່າສິ່ງເຫຼົ່ານີ້ຈະສາມາດມັດໃຈຄະນະກໍາມະການ ແລະ ທຸກຄົນໄດ້.

ພຽບພ້ອມທັງຮູບຮ່າງຫນ້າຕາ ແລະ ຄວາມຮູ້, ຄວາມສາມາດ ສາວນ້ອຍຕາຫວານຄົນນີ້ ປາວີນາ ສໍລະຈໍາປາ ຫລື ອິ່ມມີ້ ໝາຍເລກ MTL13 ປັດຈຸບັນອາຍຸ 18ປີ ນະຄອນຫຼວງວຽງຈັນ, ກໍາລັງຮຽນຢູ່ຊັ້ນ ມ.7 ໂຮງຮຽນປາດຖະໜາ ເປັນອີກຫນຶ່ງສາວທີ່ຫນ້າຈັບຕາເບິ່ງ ເພາະຄວາມສາມາດຫລາຍອີຫລີ ເປັນທັງນັກຮຽນເກັ່ງ, ນັກໂຕ້ວາທີ ແລະ ດ້ານກິລາສິລະປະກໍເຮັດໄດ້ດີ ຖືໄດ້ວ່າຄົບເຄື່ອງເລີຍສໍາລັບສາວນ້ອຍຄົນນີ້.

ຜ່ານມາ ອິ່ມມີ້ ແມ່ນບໍ່ເຄີຍປະກວດນາງງາມມາກ່ອນເລີຍ, ສໍາລັບເປົ້າໝາຍໃນການລົງປະກວດເວທີນີ້ ບໍຫວັງຫຍັງຫລາຍຂໍໃຫ້ຕິດ Top3 ຂອງ Miss Teen Lao2021 ນັ້ນເອງ ແລະ ຢາກຢູ່ໃນວົງການບັນເທີງ ເພື່ອຈະເປັນສື່ກາງໃນການເຜີຍແຜ່ເລື່ອງລາວດີໆສູ່ສັງຄົມ, ຢາກເປັນແບບຢ່າງທີ່ເຮັດໃຫ້ຫຼາຍໆຄົນກ້າສະແດງອອກ ແລະ ເຊື່ອໝັ້ນໃນຕົນເອງ ແລະ ມີຄະຕິປະຈໍາໃຈຢູ່ວ່າ: Be proud of who you are ຄືການພາກພູມໃຈ ແລະ ເຊື່ອຫມັ້ນໃນຕົນເອງ.

ສໍາລັບ ຄວາມສາມາດຂອງອິ່ມມີ້ ທີ່ຢາກສະແດງອອກສູ່ສາຍຕາທຸກຄົນ ແມ່ນການສະແດງເທິງເວທີ ແລະ ທັກສະໃນການຕອບຄໍາຖາມຂອງນ້ອງ  ສ່ວນໃນການກຽມຕົວກ່ອນເຂົ້າປະກວດແມ່ນໄດ້ຮວບຮວມທຸກຄວາມສາມາດຂອງຕົນເອງທີ່ມີ, ເຝິກທັກສະການເວົ້າ-ການຕອບຄໍາຖາມ, ເຝິກການຍ່າງ ຫຼື performance ເທິງເວທີ ໂດຍໃຫ້ເປັນໂຕເອງທີ່ຫລາຍທີ່ສຸດ ເພື່ອຈະສະແດງໃຫ້ທຸກຄົນໄດ້ເຫັນເຖິງຄວາມເປັນໂຕຂອງເຮົາ.

ກິດຈະກໍາຍາມວ່າງຂອງ ອິ່ມມີ້ ແມ່ນຫຼິ້ນກິລາບານສົ່ງ-ຕີດອກປີກໄກ່, ເບິ່ງໜັງອັງກິດ-ເກົາຫຼີ ເພື່ອເຝິກພາສາໄປນໍາ  ສ່ວນຮູບແບບຂອງການແຕ່ງຕົວທີ່ມັກໂດຍສ່ວນຫຼາຍແຕ່ງໂຕແມ່ນຈະແບບສະບາຍໆ Casual look ສຸດທ້າຍແລ້ວ ນ້ອງຂໍຝາກໃຫ້ທຸກຄົນຊ່ວຍເຊຍ ແລະ ເປັນກໍາລັງໃຈໃຫ້ອິ່ມມີ້ໃນການປະກວດຄັ້ງນີ້ນໍາເດີ້  ຕິດຕາມຜົນງານຂອງອິ່ມມີ້ໄດ້ Aimmy Sorlachampa.