ອັດຕາການເກີດໃນອາເມຣິກາ ຫຼຸດລົງຕໍ່າສຸດໃນຮອບ 50 ປີ

258

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງໃນບົດລາຍງານສະບັບຫຼ້າສຸດຂອງສູນສະຖິຕິສາທາລະນະສຸກແຫ່ງຊາດ ໂດຍຂຶ້ນກັບສູນກວດກາ ແລະ ປ້ອງກັນພະຍາດສະຫະລັດອາເມຣິກາ ( CDC ) ໄດ້ສະແດງໃຫ້ເຫັນວ່າ: ປີ 2020 ໃນສະຫະລັດອາເມຣິກາ ມີເດັກນ້ອຍເກີດໃໝ່ພຽງ 3,6 ລ້ານຄົນ, ຫຼຸດລົງຢ່າງຫຼວງຫຼາຍ ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19.

ໂດຍສະເພາະເດັກນ້ອຍເກີດໃໝ່ ໃນປີ 2020 ຫຼຸດລົງ 4% ເມື່ອທຽບໃສ່ປີ 2019. ນີ້ຖືເປັນຕົວເລກຫຼຸດລົງຫຼາຍທີ່ສຸດ ນັບແຕ່ປີ 1973 ເປັນຕົ້ນມາ, ພະຍາດໂຄວິດ – 19 ເປັນສາເຫດທີ່ເຮັດໃຫ້ອັດຕາການເກີດໃນອາເມຣິກາ ມີທ່າອ່ຽງຫຼຸດລົງ, ນອກຈາກນີ້ຍັງມາຈາກສາເຫດອື່ນໆອີກ.