ເອັສ ແອນ ພີ ປັບຫຼຸດຄາດການເສດຖະກິດຫຼາຍປະເທດໃນອາຊີ ເຫດສັກວັກແຊັງຊັກຊ້າ

260

ບໍລິສັດ ເອັສ ແອນ ພີ ໂກລ ບອລເຣທຕິ້ງ ໄດ້ປັບຫຼຸດຄາດການເສດຖະກິດຫຼາຍປະເທດໃນພູມີພາກອາຊີລົງ ໃນປີ 2021 ໂດຍສະເພາະແມ່ນອິນເດຍ, ຟີລິບປິນ, ມາເລເຊຍ, ໃນຂະນະດຽວກັນກໍໄດ້ປັບເພີ່ມການຂະຫຍາຍຕົວເສດຖະກິດຈີນ, ອາຟຣິກກາໃຕ້ ແລະ ບັນດາປະເທດໃນອາເມຣິກາລາຕິນ.

ໂດຍເສດຖະກິດອິນເດຍ ໄດ້ປັບຫຼຸດລົງຈາກ 11% ມາເປັນ 9,5% ເນື່ອງຈາກອິນເດຍ ໄດ້ຮັບຜົນກະທົບການລະບາດຂອງພະຍາດໂຄວິດ – 19 ຮອບ 2 ຢ່າງໜັກໜ່ວງ, ໃນຂະນະທີ່ເສດຖະກິດຟີລິບປິນ ປັບຫຼຸດລົງຈາກ 7,9% ເຫຼືອ 6%, ມາເລເຊຍຈາກ 6,2% ເຫຼືອ 4,1%.

ໃນຂະນະດຽວກັນ, ກໍໄດ້ປັບເພີ່ມເສດຖະກິດຈີນ ຈາກ 8% ເພີ່ມເປັນ 8,3%, ບຣາຊິນ 3,4% ເປັນ 4,7%, ເມັກຊິກໂກ 4,9% ເປັນ 5,8%, ອາຟຣິກກາໃຕ້ 3,6% ເປັນ 4,2%, ໂປໂລຍ 3,4% ເປັນ 4,5% ແລະ ຣັດເຊຍ ຈາກ 3,3% ເປັນ 3,7%. ທັງນີ້ຕົວເລກການຂະຫຍາຍຕົວດ້ານເສດຖະກິດເຫຼົ່ານີ້ເປັນສ່ວນໜຶ່ງຂອງບົດລາຍງານ ຄວາມໜ້າເຊື່ອຖືດ້ານເສດຖະກິດຂອງ ເອັສ ແອນ ພີ.

ນັກເສດຖະສາດຂອງ S&P ລະບຸວ່າ: ປັດໄຈສ່ຽງສູງສຸດທີ່ລະບົບເສດຖະກິດໃນຕະຫຼາດເກີດໃໝ່ ( EM ) ຕ້ອງປະເຊີນກໍຄືແຜນສັກວັກແຊັງປ້ອງກັນໂຄ ວິດ – 19 ທີ່ເປັນໄປຢ່າງຫຼ້າຊ້າກວ່າທີ່ຄາດການໄວ້, ພ້ອມເຕືອນວ່າສະຖານະການການລະບາດຈະຜ່ອນຄາຍລົງກໍຕໍ່ເມື່ອການສັກວັກແຊັງປ້ອງກັນໂຄວິດໃຫ້ປະຊາຊົນຢ່າງຄວບຄຸມ ເພື່ອສ້າງພູມຄຸ້ມກັນໝູ່. ຂະນະນີ້ບັນດາປະເທດຕະຫຼາດໃໝ່ໃນອາຊີ ມີການສັກວັກແຊັງພຽງແຕ່ 0,2 ໂດສຕໍ່ 100 ຄົນຕໍ່ວັນ ເຊິ່ງ ເອັສ ແອນ ພີ ຄາດວ່າ ຫາກອັດຕາການສັກວັກແຊັງເປັນແບບນີ້ຕໍ່ໄປຈະຕ້ອງໃຊ້ເວລາອີກ 23 ເດືອນຈຶ່ງຈະກວມເອົາ 70% ຂອງປະຊາກອນໃນປະເທດເຫຼົ່ານີ້ຈະໄດ້ຮັບວັກແຊັງຄົບໂດສ ( 2 ເຂັມ ).