WHO ເຕືອນ ເຖິງວ່າສັກວັກແຊັງຄົບ 2 ເຂັມ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ

2270

ອົງການອະນາໄມໂລກ ( WHO ) ໄດ້ອອກມາເຕືອນວ່າ: ປະຊາຊົນທີ່ສັກວັກແຊັງຄົບ 2 ໂດສ ( 2 ເຂັມ ) ແລ້ວ ຍັງຄົງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ – 19 ຢ່າງເຂັ້ມງວດ ດ້ວຍການໃສ່ຜ້າອັດ ປາກ – ດັງ ແລະ ເວັ້ນໄລຍະຫ່າງ, ຂະນະທີ່ໂຄວິດສາຍພັນ ເດລຕ້າ ຫຼື ສາຍພັນທີ່ກວດພົບຄັ້ງທຳອິດໃນອິນເດຍ ໄດ້ແຜ່ລະບາດໄປທົ່ວໂລກຢ່າງໄວວາ.

ທ່ານ ດຣ. ມາຣຽນ ເຈລາ ຊີເມົາ ຜູ້ຊ່ວຍຜູ້ອຳນວຍການ ໃຫຍ່ອົງການອະນາໄມໂລກ ກ່າວວ່າ: ຜູ້ທີ່ສັກວັກແຊັງຄົບ 2 ເຂັມແລ້ວ ຍັງຈະຕ້ອງປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ – 19 ຢ່າງເຂັ້ມງວດ ດ້ວຍການໃສ່ຜ້າອັດປາກ – ດັງ, ເວັ້ນໄລຍະຫ່າງ, ໝັ່ນລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມື, ຫຼີກລ່ຽງກິດຈະກຳທີ່ມີຜູ້ຄົນຈຳນວນຫຼາຍເຂົ້າຮ່ວມ ເນື່ອງຈາກວັກແຊັງພຽງຢ່າງດຽວຈະບໍ່ສາມາດຢຸດຕິການແຜ່ລະບາດໄດ້.

ທ່ານກ່າວອີກວ່າ: ໂຄວິດ – 19 ສາຍພັນ ເດລຕ້າ ມີຄວາມອັນຕະລາຍກວ່າທີ່ຄິດ ເນື່ອງຈາກແຜ່ລະບາດຈາກຜູ້ໜຶ່ງໄປສູ່ອີກຫຼາຍໆຄົນໄດ້ງ່າຍ ແລະ ຮຸນແຮງກວ່າສາຍພັນອື່ນໆທີ່ມີການລະບາດໃນຂະນະນີ້ ໂດຍມີລາຍງານຜົນການທົດລອງໃນອັງກິດ ພົບວ່າສາຍພັນເດລຕ້າ ຮຸນແຮງກວ່າສາຍພັນ ອານຟ້າ ຫຼື ສາຍພັນທີ່ກວດພົບຄັ້ງທຳອິດໃນອັງກິດ ເຖິງ 60%.