ທົ່ວປະເທດມີກໍລະນີຕິດເຊື້ອໃໝ່ 20 ຄົນ ເປັນການລະບາດໃນຊຸມຊົນ4 ຄົນ, ສ່ວນນະຄອນຫຼວງວຽງຈັນວັນນີ້ປອດ

682

ວັນທີ30 ມິຖຸນາ 2021 ສປປລາວ ມີກໍລະນີຕິດເຊື້ອໃໝ່ ທັງໝົດ20 ຄົນ ໃນນິ້ເປັນການລະບາດໃນຊຸມຊົນ 4 ຄົນ ຈາກແຂວງວຽງຈັນ, ສ່ວນນະຄອນຫຼວງວຽງຈັນແມ່ນບໍ່ມີກໍລະນີຕິດເຊື້ອໃໝ່. ມື້ນີ້ ສປປ ລາວເຮົາ ໄດ້ກວດພົບສາຍພັນເດວຕ້າ ເທື່ອທຳອິດ ຈາກແຮງງານລາວ 3 ຄົນ ທີ່ກັບມາຈາກປະເທດເພື່ອນບ້ານ ເຊິ່ງສາຍພັນດັ່ງກ່າວ ແມ່ນກຳລັງລະບາດໃນຫຼາຍປະເທດທົ່ວໂລກ, ສາມາດຕິດເຊື້ອໄດ້ງ່າຍ ແລະ ເສຍຊີວິດໄວກວ່າເກົ່າ.

ທ່ານດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ30 ມິຖຸນາ 2021ວ່າ:ວັນທີ 29 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1.524 ຄົນ  ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 20 ຄົນ; ໃນນີ້ຈາກສະຫວັນນະເຂດ 9 ຄົນ, ຈຳປາສັກ 6 ຄົນ, ແຂວງວຽງຈັນ 4 ຄົນ ແລະ ຄຳມ່ວນ 1 ຄົນ.

ສຳລັບ ແຂວງວຽງຈັນ 4 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.ສ່ວນ ສະຫວັນນະເຂດ 9 ຄົນ, ຄຳມ່ວນ 1 ຄົນ ແລະ ຈຳປາສັກ 6 ຄົນ (ໃນນັ້ນ 3 ຄົນ ແມ່ນກວດພົບສາຍພັນເດວຕ້າ), ທັງໝົດ 16 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.121 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວທັງໝົດ 137 ຄົນ.

ການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່ນີ້ ມີສາເຫດມາຈາກສາຍພັນໃໝ່ ສົ່ງຜົນສະທ້ອນໃຫ້ຫຼາຍປະເທດ ຕ້ອງກັບມາປະຕິບັດມາດຕະການລ໋ອກດາວຄືນ ມີການປິດເມືອງ, ປິດຮ້ານຄ້າ, ປິດສຳນັກງານຕ່າງໆ, ຈຳກັດການເດີນທາງ, ບາງກິດຈະການຖືກປິດລົງຊົ່ວຄາວ ເຮັດໃຫ້ ແຮງງານຈາກຫຼາຍປະເທດ ຕ້ອງເດີນທາງກັບຄືນປະເທດຂອງຕົນ ເຊິ່ງມີຄວາມສ່ຽງສູງ ທີ່ແຮງງານດັ່ງກ່າວ ຈະນຳເອົາເຊື້ອ ເຂົ້າມາແຜ່ລະບາດໃນປະເທດຂອງຕົນ.

ມື້ນີ້ ສປປ ລາວເຮົາ ໄດ້ກວດພົບສາຍພັນເດວຕ້າ ເທື່ອທຳອິດ ຈາກແຮງງານລາວ 3 ຄົນ ທີ່ກັບມາຈາກປະເທດເພື່ອນບ້ານ ເຊິ່ງສາຍພັນດັ່ງກ່າວ ແມ່ນກຳລັງລະບາດໃນຫຼາຍປະເທດທົ່ວໂລກ, ສາມາດຕິດເຊື້ອໄດ້ງ່າຍ ແລະ ເສຍຊີວິດໄວກວ່າເກົ່າ.

ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງເຂັ້ມງວດໃນການກວດກາ, ລາດຕະເວນ ຮັບປະກັນບໍ່ໃຫ້ມີຜູ້ລັກລອບເຂົ້າມາ ສປປ ລາວ ຕາມຊ່ອງທາງທຳມະຊາດ, ຖ້າຫາກທ່ານພົບເຫັນ ໃຫ້ຮີບຮ້ອນລາຍງານແກ່ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຈະໄດ້ນຳພວກກ່ຽວເຂົ້າໄປຈຳກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ພ້ອມທັງ ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ສາຍພັນ.