ເອກອັກຄະລັດຖະທູດສະຫະພັນ ລັດເຊຍ ປະຈຳ ລາວ ພ້ອມຄະນະ ລົງຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ

1449

ໃນວັນທີ 29 ມິຖຸນາ 2021 ທ່ານ ວາລາດິມີຣ ອານາໂຕເລຍວິຈ ກາລີນິນ ເອກອັກຄະລັດຖະທູດສະຫະພັນ ລັດເຊຍ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ໂດຍໃຫ້ການຕ້ອນຮັບຂອງທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ລະບຽບການ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການທ່າບົກທ່ານາແລ້ງ, ທ່ານ ຄຳສອນ ສິດທິໄຊ ຮອງປະທານ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ມະຫາຊົນ, ທ່ານ ໂຮເຊ ອາວບູເຣສ ຜູ້ຈັດການ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ມະຫາຊົນ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງບໍລິສັດ ວຽງຈັນໂລຊິດສະຕິກພາກ ຈໍາກັດ, ທີ່ສໍານັກງານໃຫຍ່ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈໍາກັດ.

ໃນພິທີ ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທ່ານ ວາລາດິມີຣ ອານາໂຕເລຍວິຈ ກາລີນິນ ເອກອັກຄະລັດຖະທູດສະຫະພັນລັດເຊຍ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນຄັ້ງນີ້.


ໂອກາດນີ້ທ່ານ ວາລາດິມີຣ ກາລີນິນ ແລະ ຜູ້ເຂົ້າຮ່ວມ ກໍ່ໄດ້ຮັບຟັງ ການລາຍງານຫຍໍ້ ກ່ຽວກັບໂຄງການພັດທະນາ Laos Logistics Link (LLL) ເຊິ່ງລວມມີ: 1 ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ 2 ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ 3 ເສັ້ນທາງລົດໄຟ ລາວ-ຫວຽດນາມ 4 ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2000MV ທີ່ ແຂວງຄຳມ່ວນ, ໂດຍທ່ານສາຄອນ ພິລາງາມ, ຜູ້ອຳນວຍການ ທ່າບົກທ່ານາແລ້ງ ແລະ ທ່ານ ໂຮເຊ ອາວບູເຣສ ຜູ້ຈັດການ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ມະຫາຊົນ. ໂດຍທ່ານທັງສອງໄດ້ກ່າວເຖິງຄວາມສຳຄັນຂອງແຕ່ລະໂຄງການ ໂດຍສະເພາະໂຄງການພັດທະນາ ທ່າບົກທ່ານາແລ້ງ ແລະ ເຂດວຽງຈັນໂລຊິດສະຕິກນະຄອນຫຼວງວຽງຈັນ ໄດ້ແນ່ໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ໃນການຫັນປ່ຽນ ສປປ ລາວ ໃຫ້ເປັນສູນກາງແຫ່ງການ ເຊື່ອມຈອດ ແລະ ເຊື່ອມໂຍງອານຸພາກພື້ນແມ່ນໍ້າຂອງ ແລະ ສາກົນ. ເຊິ່ງຈຸດທີ່ຕັ້ງຍຸດທະສາດດັ່ງກ່າວ ຈະເຮັດໜ້າທີ່ເປັນສູນກາງ ຂອງການຂະຫຍາຍການຄ້າລະຫວ່າງອາຊຽນ – ສປ ຈີນ -ເອີຣົບ ພາຍຫຼັງການເປີດນໍາໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນຢ່າງເປັນ ທາງການໃນທ້າຍປີ 2021. ຈຸດປະສົງຫຼັກ ຂອງໂຄງການທ່າບົກທ່ານາແລ້ງແມ່ນເພື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກຜ່ານດ່ານຂົວມິດຕະພາບແຫ່ງທີ 1 ວຽງຈັນ-ໜອງຄາຍ ຈາກທີ່ມີຢູ່ປະຈຸບັນລົງ 40% ຮອດປີ 2025, ເຮັດໃຫ້ ສປປລາວ ບໍ່ພຽງແຕ່ເປັນທາງຜ່ານເທົ່ານັ້ນ ແຕ່ເປັນສູນກາງເຊື່ອມໂຍງການຄ້າລະຫວ່າງປະເທດ, ໄດ້ຮັບການຍອມຮັບຈາກເຄືອຂ່າຍຂົນສົ່ງ ລະຫວ່າງປະເທດໃຫ້ເປັນຈຸດໝາຍປາຍທາງ ແລະ ເປັນພື້ນຖານຈຸດຜ່ານທີ່ສຳຄັນ, ຕອບສະໜອງຍຸດທະສາດການເຊື່ອມໂຍງ ຂອງລັດຖະບານແຫ່ງ ສປປ ລາວ ແລະ ການເຕີບໂຕແບບຢືນຍົງ ຂອງເສດຖະກິດແຫ່ງຊາດ.


ຫຼັງຈາກນັ້ນ, ທ່ານ ນາງ ວິພາລັດ ຈິນນະລາດ ຫົວໜ້າໜ່ວຍງານສົ່ງເສີມການລົງທຶນ ບໍລິສັດ ໂລຊິດສະຕິກພາກ ຈໍາກັດ ໄດ້ລາຍງານຫຍໍ້ກ່ຽວກັບ ຄວາມໝາຍຄວາມສໍາຄັນ ຂອງໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ, ນະຄອນຫຼວງວຽງຈັນ ແລະ ຄວາມຄືບໜ້າຂອງການ ກໍ່ສ້າງໂຄງການ ບາງຕອນໄດ້ກ່າວວ່າ: “ໂຄງການ ວຽງຈັນ ໂລຊິດສະຕິກ ພາກ (VLP) ແມ່ນໜຶ່ງໃນໂຄງການ ບູລິມະສິດ ຂອງຍຸດທະສາດການພັດທະນາ ໂລຊິດສະຕິກແຫ່ງຊາດ (ແຕ່ປີ 2016-2030).

ໂຄງການທ່າບົກທ່າແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ຕັ້ງຢູ່ເຂດທໍາເລທີ່ສໍາຄັນ ແລະ ມີພື້ນທີ່ກວ້າງຂວາງຈໍານວນທັງໝົດ 382 ເຮັກຕາ ພ້ອມດ້ວຍສິດທິພິເສດສະເພາະຈາກລັດຖະບານ ສປປ ລາວ.” ໃນຖານະໂຄງການ ບູລິມະສິດໃນການຜັນຂະຫຍາຍ ຍຸດທະສາດການພັດທະນາໂລຈິສຕິກແຫ່ງຊາດ ແລະ ການຫັນປະເທດລາວຈາກປະເທດບໍ່ມີຊາຍແດນຕິດກັບທະເລ ສູ່ປະເທດແຫ່ງການເຊື່ອມຈອດອານຸພາກພື້ນ ແລະ ສາກົນ ເຂດວຽງຈັນໂລຊິດສະຕິກນະຄອນຫຼວງວຽງຈັນ ເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງ ທີ່ອຳນວຍຄວາມສະດວກ ບໍ່ວ່າທາງດ້ານໂຄງຮ່າງພື້ນຖານດ້ານ ການຄົມມະນາຄົມ ທີ່ມີການເຊື່ອມຕໍ່ກັບທ່າບົກ, ເສັ້ນທາງລົດໄຟ ລາວ-ໄທ ແລະ ລາວ-ຈີນ, ທາງຫຼວງແຫ່ງຊາດ, ສະໜາມບິນ ແລະ ສາມາດເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ, ສສ ຫວຽດນາມ ໃນອານາຄົດ. ໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ, ເປັນເຂດໂລຈິສຕິກ ຄົບວົງຈອນ ຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 5 ເຂດສຳຄັນໄວ້ໃນຈຸດດຽວກັນຄື:


1. ສາງເກັບນໍ້າມັນ ເຊິ່ງເປັນພື້ນທີ່ສຳລັບຈັດເກັບສິນຄ້ານຳເຂົ້າ ປະເພດທາດແຫຼວຈຳນວນຫຼາຍ ຫຼື ນໍ້າມັນເຊື້ອໄຟຊະນິດຕ່າງໆ ຈາກປະເທດໄທ ໂດຍຜ່ານລານຄ່ຽນຖ່າຍສິນຄ້າ ແລະ ທໍ່ສົ່ງນໍ້າມັນ. ພ້ອມທັງເປັນສູນກາງການແຈກຢາຍສິນຄ້າປະເພດ ນໍ້າມັນເຊື້ອໄຟ ຂອງປະເທດ.
2. ເຂດໂລຊິດສະຕິກ ຊຶ່ງມີບັນດາບໍລິການຫຼັກເຊັ່ນການບໍລິການສາງເກັບຮັກສາສິນຄ້າ ແລະ ສູນແຈກຢາຍສິນຄ້າ ຜ່ານສິ່ງ ອຳນວຍຄວາມສະດວກຕ່າງໆ ທີ່ກໍ່ສ້າງພາຍໃນເຂດເຊັ່ນ: ການຈັດເກັບ, ການຮວບຮວມ ແລະ ການແຈກຢາຍສິນຄ້າ, ການບໍລິຫານຈັດການສາງເກັບຮັກສາສິນຄ້າ.
3. ເຂດການຄ້າເສລີ ຊຶ່ງມີບັນດາກິດຈະການຫຼັກເຊັ່ນ: ເຂດຮາລາຮັບ (Halal Hub) & ເຂດຜະລິດຕະພັນອຸດສາຫະກຳ, ເຂດເຕັກໂນໂລຊີ, ເຂດສຳນັກງານຫ້ອງການ, ພື້ນທີ່ຕຶກອາຄານສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ, ເຂດການຄ້າ ແລະ ເຂດສຳນັກງານ ໃຫ່ຍ ຂອງບໍລິສັດ ວຽງຈັນ ໂລຊິດສະຕິກພາກ ຈຳກັດ.
4. ທ່າບົກທ່ານາແລ້ງ ແມ່ນສູນກາງຄ່ຽນຖ່າຍສິນຄ້າ, ເປັນດ່ານສາກົນສຳລັບການຂົນສົ່ງສິນຄ້າເຂົ້າ-ອອກ, ຜ່ານແດນ, ໂດຍມີບັນດາອົງປະກອບ ຂອງລະບົບສາງພາສີປະເພດຕ່າງໆຄົບວົງຈອນ. ນອກຈາກນັ້ນ, ທ່າບົກທ່ານາແລ້ງ ຍັງມີການ ຕິດຕັ້ງອຸປະກອນຄ່ຽນຖ່າຍສິນຄ້າ, ຍານພາຫະນະ ແລະ ລະບົບສາງສິນຄ້າທຸກປະເພດ ເພື່ອອຳນວຍຄວາມສະດວກ ແລະ ຮອງຮັບປະລິມານຂອງຕູ້ສິນຄ້າທີ່ເພີ່ມຂຶ້ນ ດ້ວຍລະບົບປະຕິບັດການທ່າບົກ Terminal Operation System (TOS) ເພື່ອຮັບປະກັນການບໍລິການທີ່ວ່ອງໄວ, ປອດໄພ ແລະ ເຊື່ອຖືໄດ້.
5. ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກ ເປັນເຂດທີ່ທັນສະໄໝ ແລະ ວ່ອງໄວທີ່ສຸດໃນພາກພື້ນ, ມີສະພາບແວດ ລ້ອມໃນການດຳເນີນທຸລະກິດທີ່ສາມາດແຂ່ງຂັນໄດ້ ແລະ ສາມາດກາຍເປັນສູນກາງ ການສົ່ງອອກສິນຄ້າໄປສູ່ຕະຫຼາດ ອາຊຽນ ແລະ ທົ່ວໂລກ. ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກຈະເປັນຈຸດໝາຍປາຍທາງພິເສດແກ່ບັນດາ ບໍລິສັດສົ່ງອອກໃນພາກພື້ນ ທີ່ຕ້ອງການເຄື່ອນຍ້າຍ ການຜະລິດໄປສູ່ຈຸດຍຸດທະສາດທີ່ຈະຊ່ວຍໃນການຫຼຸດຕົ້ນທຶນການ ຂົນສົ່ງ ແລະ ເວລາ, ພ້ອມທັງສາມາດດຶງດູດການລົງທຶນ ແລະ ການຄ້າທີ່ຫຼາກຫຼາຍເຊັ່ນ: ສິດທິພິເສດທາງການຄ້າ, ຫຼຸດຜ່ອນຂະບວນການ ແລະ ຂັ້ນຕອນຂອງລະບົບພາສີ, ການຍົກເວັ້ນອາກອນ ແລະ ລະບຽບກົດໝາຍ ຂອງຕະຫຼາດ ແຮງງານທີ່ມີຄວາມຢຶດຢຸ່ນ ແລະ ຄ່ອງຕົວ.
ນອກນັ້ນເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຍັງຈະໄດ້ຈັດສັນໂຄງຮ່າງພື້ນຖານ ດ້ານສາທາລະນຸປະໂພກ ທີ່ໄດ້ມາດຕະຖານ ແລະ ຄຸນນະພານສູງ ເພື່ອຕອບສະໜອງຕາມຄວາມຕ້ອງການຢ່າງພຽງພໍ ແລະ ໝັ້ນໃຈວ່າທຸກໆກິດຈະກຳ ແລະ ທຸລະກິດໃນເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນສາມາດນຳໃຊ້ ແລະ ດຳເນີນທຸລະກິດໄດ້ຢ່າງສະດວກສະບາຍ.

ຫຼັງຈາກນັ້ນ, ທ່ານ ວາລາດິມີຣ ອານາໂຕເລຍວິຈ ກາລີນິນ ເອກອັກຄະລັດຖະທູດສະຫະພັນລັດເຊຍ ພ້ອມດ້ວຍຄະນະ ກໍໄດ້ໄປເບິ່ງສະຖານທີ່ກໍ່ສ້າງໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ທີ່ກຳລັງມີການກໍ່ສ້າງອີກດ້ວຍ.