ສະເຕີລິງ ກັບ ເຄນ ຊ່ວຍກັນຍິງຄົນລະປະຕູຊ່ວຍ ອັງກິດ ເຂ່ຍ ເຢຍລະມັນ ຕົກຮອບໃນຢູໂຣ 2020

463
England's Harry Kane celebrates after scoring his side's 2nd goal during the Euro 2020 soccer championship round of 16 match between England and Germany, at Wembley stadium in London, Tuesday, June 29, 2021. (Andy Rain, Pool via AP)

ການແຂ່ງຂັນບານເຕະ ຢູໂຣ 2020 ປະຈໍາວັນທີ 29 ມິຖຸນາ 2021 ຄູ່ບິກແມັດລະຫວ່າງ ທີມຊາດອັງກິດ ພົບກັບ ເຢຍລະມັນ ແຂ່ງຂັນທີ່ສະໜາມເວມບຣີ ນະຄອນຫຼວງລອນດອນ ປະເທດອັງກິດ.

ປາກົດວ່າ: ເຄິ່ງເວລາທໍາອິດທັງສອງທີມຫຼິ້ນກັນໄດ້ຢ່າງສູສີ ແລະ ພັດປ່ຽນກັນໄດ້ໂອກາດຍິງປະຕູ, ແຕ່ຈົບເຄິ່ງເວລາທໍາອິດສະເໝີກັບ 0-0.

ສ່ວນເຄິ່ງເວລາທີ 2 ເຢຍລະມັນ ຄອງເກມໄດ້ກວ່າແຕ່ເຮັດຫຍັງບໍ່ໄດ້, ຈົນເຖິງນາທີໆ ຣາຮີມ ສະເຕີລິງ ຍິງປະຕູໃຫ້ກັບ ທີມຊາດອັງກິດ ຂຶ້ນນໍາ 1-0 ນາທີໆ 75 ກ່ອນທີ່ ແຮຣີ ເຄນ ຈະມາໂໝ່ງປະຕູທີ 2 ໃຫ້ກັບອັງກິດ ນາທີໆ 86 ກ່ອນຈົບເກມ ອັງກິດ ເອົາຊະນະໄປ 2-0.

ສໍາລັບ ອັງກິດ ຜ່ານເຂົ້າຮອບ 8 ທີມສຸດທ້າຍໄປລໍຖ້າພົບ ທີມຊະນະລະຫວ່າງ ຊູແອັດ ກັບ ອູແກຣນ