ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ຄໍລໍາທໍານາຍດວງຊາຕາໃນມື້ນີ້ ຜູ້ຂຽນຈະພາທ່ານມາກວດເບິ່ງດວງຊາຕາຕ້ອນຮັບເດືອນກໍລະກົດນໍາກັນ ໂດຍໃນເດືອນນີ້ມີຢູ່ 4 ລາສີນໍາກັນ ທີ່ວຽກງານລາບລື່ນ, ເດີນແມ່ນແລ່ນສະດວກ ແຕ່ກໍມີສິ່ງທີ່ຕ້ອງລະວັງຢູ່ເລັກໆໜ້ອຍໆ.
ລາສີມັງກອນ ( ຜູ້ທີ່ເກີດລະຫວ່າງວັນທີ 15 ມັງກອນ ຫາ 14 ກຸມພາ ) ວຽກງານເປັນໄປຢ່າງລາບລື່ນບໍ່ມີບັນຫາຫຍັງ ອາດມີວຽກເຂົ້າມາຫຼາຍແດ່ ມີໂປຣເຈັກເຂົ້າມາໃຫ້ຮັບຜິດຊອບເພີ່ມ ແຕ່ນັ້ນຄືການສະແດງຄວາມສາມາດໃຫ້ເຈົ້ານາຍໄດ້ເຫັນ. ສ່ວນເລື່ອງເງິນ ໃນເດືອນກໍລະກົດນີ້ຖືວ່າຈະມີເງິນທອງເຂົ້າມາໃຫ້ໃຊ້ບໍ່ມີຫຍັງຕ້ອງຫ່ວງ ແຕ່ຕ້ອງວາງແຜນການໃຊ້ຈ່າຍໃຫ້ດີ.
ລາສີກຸມ ( ຜູ້ທີ່ເກີດລະ ຫວ່າງວັນທີ 15 ກຸມພາ ຫາ 14 ມີນາ ) ວຽກງານກໍາລັງຈະເລີນກ້າວໜ້າ ເປັນໄປໄດ້ດ້ວຍດີ ໂດຍສະເພາະຄົນທີ່ເຮັດວຽກກ່ຽວກັບຕ່າງຊາດ ກ່ຽວກັບວຽກອອນລາຍທຸກຮູບແບບຈະຖືວ່າດີຫຼາຍ. ສ່ວນເລື່ອງເງິນ ມີເງິນໃຊ້ຈ່າຍບໍ່ຂາດມື ມີເງິນເຫຼືອຈາກການເຮັດບຸນ ເງິນເຫຼືອຈາກການແບ່ງປັນໃຫ້ຄອບຄົວ, ພີ່ນ້ອງ ແຕ່ຖ້າຄົນຈັດການເງິນເປັນ ຈະນໍາໄປຕໍ່ຍອດ ແລະ ຈະເຮັດໃຫ້ເງິນງອກງາມເພີ່ມຂຶ້ນຫຼາຍ.
ລາສີສິງ ( ຜູ້ທີ່ເກີດລະ ຫວ່າງວັນທີ 16 ສິງຫາ ຫາ 15 ກັນຍາ ) ທຸກສາຂາອາຊີບວຽກງານເປັນໄປໄດ້ດ້ວຍດີບໍ່ມີບັນຫາ ບາງຄົນຊີວິດປ່ຽນປຸບປັບ ເປັນໄປໃນທາງທີ່ດີ. ສ່ວນເລື່ອງເງິນ ມີເງິນເຂົ້າມາດີຫຼາຍ ໂດຍສະເພາະຄົນທີ່ເຮັດອາຊີບຄ້າຂາຍຈະມີລາຍໄດ້ເປັນກອບເປັນກໍາ ຕ້ອງດຸໝັ່ນຢ່າຫຼຸດລະພະຍາຍາມປະຄັບປະຄອງໃຫ້ເປັນໄປໄດ້ເລື້ອຍໆ ແລ້ວທຸກຢ່າງຍິ່ງຈະດີຂຶ້ນທະວີຄູນ.
ລາສີກັນ ( ຜູ້ທີ່ເກີດລະຫວ່າງວັນທີ 16 ກັນຍາ ຫາ 15 ຕຸລາ ) ດວງວຽກງານມາແຮງຫຼາຍ ກ້າວໜ້າທຸກສາຂາອາຊີບ ໃນລະຫວ່າງທາງອາດມີເລື່ອງບໍ່ດີເຂົ້າມາ ໂດຍມີບັນຫາກັບພໍ່ແມ່ ຄອບຄົວເລັກໜ້ອຍ ແຕ່ທຸກຢ່າງຈະດີ ເລື່ອງວຽກຕ້ອງລະວັງມີປາກສຽງກັບຫົວໜ້າ. ສ່ວນເລື່ອງເງິນ ຖືວ່າມີເງິນເຂົ້າມາເລື້ອຍໆ ແຕ່ທ່ານອາດຍັງຮູ້ສຶກບໍ່ພໍໃຈກັບເງິນທີ່ໄດ້ມາ ຫຼາຍຄົນເລືອກທີ່ຈະປະຢັດ ແລະ ເກັບເງິນເອົາໄວ້ກ່ອນ ແຕ່ຄວນຮູ້ຈັກເອື້ອເຟື້ອເພື່ອແຜ່ຊື້ເຄື່ອງໄປຝາກໄປຕ້ອນຄອບຄົວແດ່ ໃຫ້ຮູ້ຈັກແບ່ງປັນ.
ທີ່ມາ: https://www.ruay365.com/horoscope-for-july-2021/