ການແຂ່ງຂັນເມັດກາເຟສົດລາວ ປະຈຳປີ 2021 ຈະສ້າງການຍອມຮັບກາເຟລາວໃນລະດັບສາກົນ

627

ສະຖາບັນຄຸນນະພາບກາເຟ (CQI) ປະກາດກ່ຽວກັບການແຂ່ງ ຂັນເມັດກາເຟສົດ ເຊິ່ງຈັດຂຶ້ນເປັນຄັ້ງທຳອິດໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ກິດຈະກຳດັ່ງກ່າວ ແມ່ນສ່ວນໜຶ່ງຂອງໂຄງການ CLEAN ທີ່ໄດ້ຮັບທຶນສະໜັບສະໜູນຈາກ ກະຊວງກະເສດສະຫະລັດອາເມລິກາ (USDA) ເຊິ່ງເປັນໂຄງການທີ່ຈັດຕັ້ງປະຕິບັດໂດຍ ອົງການວິນຣັອກສາກົນ (Winrock International) ທີ່ກຳລັງເຮັດວຽກເພື່ອປັບປຸງຂະແໜງກະສິກຳ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້, ກົມປູກຝັງ. ການແຂ່ງຂັນແມ່ນຍັງໄດ້ຮັບການສະໜັບສະໜູນຈາກ ອົງການຝຣັ່ງເພື່ອການພັດທະນາ ແລະ ອົງການເພື່ອພັດທະນາ ແລະ ການຮ່ວມມື ປະເທດສະວິດ.


ທ່ານ ອາເລັຊ ດາຮານ ຫົວໜ້າອົງການວິນຣັອກສາກົນ ປະຈຳລາວ ໄດ້ກ່າວວ່າ: “ການຈັດງານແຂ່ງຂັນເມັດກາເຟສົດ ລາວ ຄັ້ງທຳອິດ ແມ່ນງານທີ່ຖືກອອກແບບພິເສດ ເພື່ອກຳນົດ ແລະ ສົ່ງເສີມ ກາເຟທີ່ມີຄຸນນະພາບດີທີ່ສຸດໃນລາວ. “ງານຄັ້ງນີ້ຈະດຶງດູດຄວາມສົນໃຈຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ ເພື່ອສ້າງປະໂຫຍດໃຫ້ແກ່ຜູ້ຜະລິດ, ນັກການຕະຫຼາດ ແລະ ຜູ້ບໍລິໂພກ. ມັນເປັນວິທີທີ່ໜ້າຕື່ນເຕັ້ນໃນການກະຕຸກຊຸກຍູ້ໃຫ້ຜູ້ຜະລິດຍົກລະດັບຄຸນນະພາບຂອງຕົນ, ແລະ ຄຸນນະພາບນັ້ນຈະຊ່ວຍເພີ່ມການເຂົ້າເຖິງຕະຫຼາດ ຍ້ອນກາເຟເຫຼົ່ານີ້ໄດ້ຮັບການນຳສະເໜີໃຫ້ແກ່ຜູ້ຊື້ສະເພາະ ໂດຍຜ່ານຜົນຂອງການແຂ່ງຂັນ ແລະ ການປະມູນທີ່ຈະຕາມມາ.”

ສະຖາບັນຄຸນນະພາບກາເຟ ຈັດການແຂ່ງຂັນ ເພື່ອສ້າງຄວາມຕື່ນເຕັ້ນໃຫ້ຕະຫຼາດໃໝ່ ແລະ ເຄີຍປະສົບຜົນສຳເລັດມາແລ້ວ ກັບການຈັດງານເຫຼົ່ານີ້ໃນອະດີດ. ໃນປີນີ້ໄດ້ມີການເພີ່ມສິ່ງທ້າທາຍທີ່ແຕກຕ່າງອອກໄປ, ເນື່ອງຈາກການແຂ່ງຂັນນີ້ ຈະດຳເນີນແບບສົມຈິງ .
ທ່ານ ນາງ ລິຊາ ຄອນເວ, ຜູ້ອຳນວຍການອາວຸໂສຝ່າຍປະຕິບັດງານຂອງ ສະຖາບັນຄຸນນະພາບກາເຟ ໄດ້ກ່າວວ່າ: “ມັນເປັນສິ່ງທີ່ດີຫຼາຍ ທີ່ຈະໄດ້ເຫັນຊາວກະສິກອນໄດ້ຮັບຄວາມເອົາໃຈໃສ່ ແລະ ມີຍອດຂາຍພາຍຫຼັງການຈັດງານຄັ້ງນີ້”.
ທ່ານ ນາງ ລິຊາ ຄອນເວ ໄດ້ຊ່ວຍພັດທະນາ ແລະ ຈັດການແຂ່ງຂັນທີ່ຄ້າຍຄືກັນນີ້ໃນປະເທດມຽນມາ ແລະ ຟີລິບປິນ. “ໃນຂະນະທີ່ພວກເຮົາຈັດການແຂ່ງຂັນນີ້ໃນຮູບແບບສົມຈິງ – ແທນການແຂ່ງຂັນແບບສົດ, ຄະນະກຳມະການຕັດສິນຂອງພວກເຮົາໄດ້ຮັບການຈັດອັນດັບໃນລະດັບຕົ້ນໆ, ແລະ ງານດັ່ງກ່າວນີ້ ຈະສ້າງຄວາມໝັ້ນໃຈທີ່ຄ້າຍຄືກັນກັບຜົນໄດ້ຮັບທີ່ພວກເຮົາຄາດຫວັງຈາກງານທີ່ຈັດຂື້ນໃນເວລາຈິງ.”


ທ່ານ ຈັນທາ ທິບພະວົງສາ ຫົວໜ້າກົມປູກຝັງ ກະຊວງກະສິກຳແລະປ່າໄມ້ ກ່າວວ່າ: ກົມປູກຝັງ “ດີໃຈຫຼາຍທີ່ໄດ້ໃຫ້ການສະໜັບສະໜູນການຈັດ ການແຂ່ງຂັນກາເຟລາວ ປະຈຳປີ 2021 ນີ້. ໂດຍສອດຄ່ອງກັບແຜນງານຍຸດທະສາດການສົ່ງອອກກາເຟຂອງຂະແໜງ ການກາເຟ ຂອງ ສປປ ລາວ (2021-2025), ການແຂ່ງຂັນຄັ້ງນີ້ ໄດ້ດຳເນີນໄປຢ່າງກົມກຽວກັບບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ໃຫ້ທຶນ, ເຊິ່ງກຳລັງປະກອບສ່ວນໃຫ້ແກ່ການພັດທະນາຂະແໜງກາເຟລາວ ໃຫ້ເປັນແຫຼ່ງກາເຟພິເສດ ແລະ ຈະຊ່ວຍຮັບປະກັນວ່າ ກິດຈະກຳຕ່າງໆຈະຮັກສາຄວາມຍືນຍົງດ້ານຄຸນນະພາບ, ມາດຕະຖານ ແລະ ມາດຕະການດ້ານສຸຂະອະນາໄມພືດ ໃຫ້ແກ່ການສົ່ງອອກໄປສູ່ຕະຫຼາດອາເມລິກາ, ເອີຣົບ ແລະ ອາຊີ ແລະ ສ້າງລາຍຮັບທີ່ດີຂື້ນໃຫ້ແກ່ຊາວກະສິກອນ”.

ທ່ານ ປອ ສຸລະພອນ ອິນທະວົງ ຮອງຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຫົວໜ້າໂຄງການແຫ່ງຊາດເພື່ອການປັບປຸງ ແລະ ຂະຫຍາຍຂະແໜງການກາເຟລາວ ໃນປະເທດລາວ (RECoSeL) ເຊິ່ງເປັນໂຄງການທີ່ໄດ້ຮັບທຶນຈາກ AFD ໄດ້ເນັ້ນໜັກວ່າ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮ່ວມມືກັບ AFD ເພື່ອການພັດທະນາຂະ ແໜງການກາເຟລາວ ຕັ້ງແຕ່ປີ 1998, ໂດຍຜ່ານຫຼາຍໂຄງການທີ່ກ່ຽວຂ້ອງກັບການຄົ້ນຄວ້າ, ການພັດທະນາອົງກອນຂອງຊາວກະສິກອນ ແລະ ການກຳນົດນະໂຍບາຍຂອງຂະແໜງການ. ໃນຂອບເຂດຂອງການແຂ່ງຂັນນີ້, ກະຊວງກະສິກຳ ແລະ ປ່າໄມ້ ມີຄວາມມຸ່ງຫວັງທີ່ຈະເຫັນການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການກາເຟພິເສດໃນ ສປປ ລາວ ເພື່ອສ້າງຜົນປະໂຫຍດ ໃຫ້ແກ່ຊາວກະສິກອນຂະໜາດນ້ອຍ”.
ທ່ານ ແອນດຣິວ ບາທ໌ແລັທ໌, ຫົວໜ້າທີມງານ ໂຄງການບໍລິການໃຫ້ຄຳປຶກສາໃນຊົນນະບົດເຂດພູດອຍລາວ (LURAS) ທີ່ໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານສະວິດ ໄດ້ກ່າວວ່າ: “ການແຂ່ງຂັນນີ້ແມ່ນວິທີທີ່ດີໃນການສ່ອງແສງສະຫວ່າງໄປຍັງກາເຟທີ່ຜະລິດໂດຍຊາວກະສິກອນຊົນເຜົ່າ ທີ່ອາໄສຢູ່ເຂດພູດອຍທີ່ຫ່າງໄກຂອງອາຊີຕາເວັນ ອອກສ່ຽງໃຕ້. ຊາວກະສິກອນເຫຼົ່ານີ້ຜະລິດກາເຟທີ່ດີ, ແຕ່ເກືອບບໍ່ເປັນທີ່ຮັບຮູ້ຂອງບັນດາປະເທດອື່ນໆ, ມັນເຖິງເວລາແລ້ວທີ່ຈະຕ້ອງປ່ຽນແປງສິ່ງນີ້!”

ທ່ານ ສະຕີບ ພາຕັນ ເຈົ້າຂອງ/ຜູ້ອຳນວຍການບໍລິສັດກາເຟຢູນິ ຈຳກັດ, ຜູ້ຕັດສິນ CQI ພາຍໃນປະເທດ ສຳລັບການແຂ່ງຂັນກາເຟລາວ 2021 ໄດ້ກ່າວວ່າ: ບໍລິສັດກາເຟຢູນິ ໄດ້ເຮັດວຽກໃນການສະໜັບສະໜູນຂະແໜງການກາເຟພິ ເສດໃນລາວ ຕັ້ງແຕ່ປີ 2015. ເຖິງແມ່ນວ່າໂດຍພື້ນຖານແມ່ນໄດ້ສຸມໃສ່ກາເຟທີ່ຢູ່ທາງທິດຕາເວັນອອກສຽງເໜືອຂອງ ແຂວງຫົວພັນ, ພວກເຮົາມີຄວາມຕື່ນເຕັ້ນຫຼາຍທີ່ຈະໄດ້ເຜີຍແຜ່ປະສົບການ, ການຮ່ວມມື ແລະ ການສະໜັບສະໜູນຂອງພວກເຮົາ ໄປສູ່ຊາວກະສິກອນໃນເຂດອື່ນໆຂອງປະເທດ ໂດຍຜ່ານການແຂ່ງຂັນນີ້ ແລະ ມີຄວາມຍິນດີທີ່ໂລກ ຈະໄດ້ມີໂອກາດຊິມຣົດຊາດ ແລະ ເຂົ້າໃຈທ່າແຮງດ້ານຄຸນນະພາບຈາກພາກພື້ນທີ່ບໍ່ຮູ້ຈັກນີ້.”


ທ່ານນາງ ບຸນເຮືອງ ຄາໂຣລ ລິດດັງ, ປະທານສະມາຄົມກາເຟລາວ (LCA) ສະໜັບສະໜູນຫຼາຍກິດຈະກຳ ແລະ ການລິເລີ່ມຕ່າງໆ ເພື່ອປັບປຸງຂະແໜງການກາເຟຂອງ ສປປ ລາວ ທີ່ມີທ່າແຮງໃນການຂະຫຍາຍຕົວ ຜ່ານການລິເລີ່ມເຊັ່ນ: “ການແຂ່ງຂັນກາເຟລາວ 2021”. ບົດບາດຕົ້ນຕໍຂອງ LCA ແມ່ນຜ່ານກິດຈະກຳ ແລະ ການລິເລີ່ມຕ່າງໆ ໃຫ້ແກ່ສະມາຊິກ, ເພື່ອສົ່ງເສີມມາດຕະຖານທີ່ມີຄຸນນະພາບສູງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດສາກົນ.

ກາເຟຕົວຢ່າງ ຄຸນນະພາບທີ່ດີທີ່ສຸດສາຍພັນ Arabica ແລະ Robusta ຫຼາຍກ່ວາ 120 Kg ໄດ້ຖືກສົ່ງມາຈາກຜູ້ເຂົ້າຮ່ວມແຂ່ງຂັນ ໂດຍອີງຕາມແບບຟອມສະຫມັກຈາກເວັບໄຊ www.coffeeinstitute.com ຂອງສະຖາບັນຄຸນນະພາບກາເຟ (The Coffee Quality Institute) ພາຍໃຕ້ທິດຊີ້ນໍາ ແລະ ກົດລະບຽບຂອງສະມາຄົມກາເຟຄຸນນະພາບພິເສດ.
ກາເຟຕົວຢ່າງຖືກຄັດເລືອກໂດຍບໍລິສັດ YUNI Coffee Co., ເພື່ອຮັບຮອງຄວາມປອດໄພ ກ່ອນຈະຖືກສົ່ງໄປປະເທດ ສະຫະລັດອາເມລິກາ ແລະ ບັນຈຸພັນໃໝ່ໃຫ້ເປັນຕົວຢ່າງຂະຫນາດນ້ອຍ ທີ່ມີຊື່ລະຫັດ ແລ້ວຈຶ່ງສົ່ງຕໍ່ໄປໃຫ້ຄະນະກຳມະການທີ່ຢູ່ໃນ ປະເທດສະຫະລັດອາເມລິກາ, ສະວິດເຊີແລນ ແລະ ອິນເດຍ ເພື່ອປະເມີນຮອບສຸດທ້າຍ. ຜົນການແຂ່ງຂັນແມ່ນຈະຖືກປະກາດ ໃນ ເດືອນສິງຫາ 2021