ກະເສມລາດ ພ້ອມໃຫ້ບໍລິການປະຊາຊົນລາວເດືອນສິງຫານີ້

802

ໂຮງໝໍກະລາດ ການລົງທຶນຮ່ວມລະຫວ່າງລາວ-ໄທ ກຳລັງຈະເປີດບໍລິການໃນໄວໆນີ້ແລ້ວ ພາຍລັງທີ່ໄດ້ດຳເນີນການກໍ່ສ້າງມາແຕ່ກາງປີ 2018 ເຊິ່ງຕອນນີ້ໄດ້ສຳເລັດການທົດສອບລະບົບເຄື່ອງມືຕ່າງໆເປັນທີ່ຮຽບຮ້ອຍລໍຖ້າລາຍລະອຽດບາງເລັກນ້ອຍແລ້ວກໍ່ສາມາດເປີດໃຊ້ບໍລິການໄດ້ແລ້ວ.

ອີງຕາມຂໍ້ມູນຈາກທ່ານນາງ ວາລີ ເວດສະພົງ ຜູ້ຮ່ວມທຶນຝ່າຍລາວໃນວັນທີ 29 ມິຖຸນານີ້ໃຫ້ຮູ້ວ່າ: ໄດ້ປະຊຸມເຂັ້ມຂຸ້ນກັບທີມວິສະວະກອນ ຫລັງຈາກທົດສອບລະບົບເຄື່ອງມືແພດ ລະບົບ IT ແລະທຸກລະບົບອື່ນໆພາຍໃນອາຄານໂຮງຫມໍ ກະເສມລາດ ແລ້ວໃຫ້ແກ້ໄຂວຽກຈຸກຈິກທີ່ເກີດຂື້ນ ຕ້ອງໃຫ້ແລ້ວ 100% ກ່ອນໂຮງຫມໍເປີດ ໃຫ້ບໍລິການຄົນໄຂ້ ໃນເດືອນ 8/2021 ທີ່ຈະມາເຖິງນີ້ ບໍ່ເລື່ອນອີກແລ້ວເ ກຽມພ້ອມ ຮັບໃຊ້ພໍແມ່ພີ່ນ້ອງພາຍໃນລາວແລະປະເທດໄກ້ຄຽງໄວໆນີ້.

ໂຮງໝໍກະ​ເສມລາດ ອິນ​ເຕີ​ເນ​ຊັ້ນ​ແນວ ວຽງຈັນ ທີ່ມີງົບປະມານການລົງທຶນເຖິງ 480 ຕື້ກີບດ້ວຍຂະໜາດ 254 ຕຽງນອນ ເຊິ່ງເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ 2018  ແຕ່ດ້ວຍການລະບາດຂອງພະຍາດໂຄວິດ-19 ມາແຕ່ປີ 2020 ເຮັດໃຫ້ໜ້າວຽກຫຼາຍຢ່າງບໍ່ເປັນໄປຕາມແຜນ ຈິ່ງສົ່ງຜົນໃຫ້ກຳນົດການເປີດນຳໃຊ້ບໍລິການຖືກເລື່ອນໄປຕາມໆກັນ.

ແນວໃດກໍ່ຕາມຕອນນີ້ແມ່ນເປັນທີ່ແນ່ນອນແລ້ວ ເດືອນສິງຫາທີ່ຈະມາເຖິງພວກເຮົາຈະໄດ້ເຫັນໂສມໜ້າໃໝ່ຂອງໂຮງໝໍກະເສມລາດ ແລະຈະໄດ້ບໍລິການໂຮງໝໍທັນສະໄໝອີກແຫ່ງໃນວຽງຈັນ, ທ່ານນາງ ວາລີ ເວດສະພົງ ໄດ້ກ່າວກ່ອນໜ້ານີ້ວ່າ ໂຮງໝໍແຫ່ງນີ້ຫວັງຈະເປັນສ່ວນໜຶ່ງຊ່ວຍບໍລິການປິ່ນປົວພີ່ນ້ອງປະຊາຊົນລາວຄວບຄູ່ກັບບັນດາໂຮງໝໍລັດທີ່ມີຜູ້ປ່ວຍຈຳນວນຫຼວງຫຼາຍໃນປະຈຸບັນ.

ເຊິ່ງໂຮງໝໍກະເສມຣາດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ ປີ 2018 ໂດຍແບ່ງອອກເປັນ 2 ໄລຍະການກໍ່ສ້າງ, ໂຮງໝໍແຫ່ງນີ້ໄດ້ນຳໃຊ້ງົບລົງທຶນ 60 ລ້ານໂດລາສະຫະລັດ ຫຼື ປະມານ 480 ຕື້ກີບ, ມີອາຄານທັງໝົດ 4 ຫຼັງ ມີ 38 ຫ້ອງກວດ, 254 ຕຽງນອນ, ເບື້ອງຕົ້ນຄາດວ່າຈະນຳໃຊ້ແພດໝໍຈາກຕ່າງປະເທດມາປິ່ນປົວຖ່າຍຖອດປະສົບການໃຫ້ແພດໝໍລາວກ່ອນ. ໂຮງໝໍແຫ່ງນີ້ຕັ້ງຢູ່ບ້ານດອນ​ນົກ​ຂຸ້ມ ເມືອງ​ສີ​ສັດ​ຕະ​ນາກ ນະ​ຄອນຫລວງວຽງ​ຈັນ.