ນະຄອນຫຼວງຂອງດານມາກ ຄອງແຊັມເມືອງທີ່ມີຄຸນນະພາບຊີວິດດີທີ່ສຸດໃນໂລກ

311

ສຳນັກຂ່າວຕ່າງປະເທດລາຍງານວ່າ: ນະຄອນຫຼວງໂຄເປັນຮາເກັນ ( Copenhagen ) ຂອງດານມາກ ຄອງແຊັມເມືອງທີ່ປະຊາຊົນຜູ້ຢູ່ອາໄສມີຄຸນນະພາບຊີວິດທີ່ດີທີ່ສຸດໃນໂລກ ປະຈຳປີ 2021 ຈາກການສຳຫຼວດ ແລະ ຈັດອັນດັບຂອງວາລະສານ ໂມໂນເຄີລ ຂອງສະຫະຣາຊະອານາຈັກ, ນັບເປັນຄັ້ງທີ 4 ທີ່ນະຄອນຫຼວງແຫ່ງນີ້ຄອງແຊັມລາຍການນີ້ ນັບແຕ່ເລີ່ມສຳຫຼວດມາແຕ່ປີ 2007 ເປັນຕົ້ນມາ.

ຂະນະທີ່ອັນດັບ 2 ເປັນເມືອງຊູຣິກ ຂອງສະວິດ ແລະ ອັນດັບ 3 ນະຄອນຫຼວງເຮລຊິງກີ ປະເທດແຟງລັງ, ອັນດັບ 4 ນະຄອນຫຼວງສະຕ໊ອກໂຮມ ຂອງຊູແອັດ ແລະ ອັນດັບ 5 ນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ.

ຫົວໜ້າບັນນາທິການວາລະສານ ໂມໂນເຄີລ ກ່າວວ່າ: ຄະນະນຳນະຄອນຫຼວງ Copenhagen ມີຄວາມຕັ້ງໃຈໃນການສ້າງຄຸນນະພາບຊີວິດທີ່ດີກວ່າ ສຳລັບປະຊາຊົນທຸກຄົນ, ການສ້າງສະພາບແວດລ້ອມທີ່ສະອາດເໜືອທຸກເມືອງ, ການຈັດອັນດັບມີຫຼາຍປັດໄຈລວມເຂົ້າກັນ ນັບຕັ້ງແຕ່ຄ່າຄອງຊີບ, ລະບົບສາທານູປະໂພກ, ສາທາລະນະສຸກ, ສຶກສາ, ຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ແລະ ປະເດັນອື່ນໆອີກ.