ສູ້ຊີວິດເຮັດມາຫຼາຍອາຊີບ ກ່ອນຈະກາຍ ເປັນເຈົ້າຂອງໂຮງງານນ້ຳສະກັດໝາກຂາມປ້ອມ

961

ທ່ານ ມີໄຊ ມູນສານ ປະຊາຊົນບ້ານສົມຫວັງໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຈົ້າຂອງຜະລິດຕະພັນ ນ້ຳສະກັດໝາກຂາມປ້ອມ ເພື່ອສຸຂະພາບ ເຊິ່ງເພິ່ນກໍ່ຕັ້ງໂຮງງານມາໄດ້ຫຼາຍປີ ຈົນສາມາດສ້າງຖານລູກຄ້າໄດ້ຫຼາຍສົມຄວນ ໂດຍສະເພາະແມ່ນຮ້ານຂາຍຢາທີ່ເປັນຕົວແທນຈຳຫຼາຍຮ້ອຍຮ້ານໃນທົ່ວປະເທດ ແລະ ມີຜູ້ຊົມໃຊ້ສິນຄ້າດີ ບອກຕໍ່ໆກັນ ເຮັດໃຫ້ເຈົ້າຂອງຜະລິດຕະພັນສາມາດມີລາຍໄດ້ທີ່ດີ ສ່ວນຕະຫຼາດກໍຂ້ອນຂ້າງໝັ້ນຄົງ.

ທ່ານ ມີໄຊ ມູນສານ ເຈົ້າຂອງຜະລິດຕະພັນນ້ຳສະກັດໝາກຂາມປ້ອມ ໄດ້ໃຫ້ສຳພາດວ່າ: ກ່ອນທີ່ເຮົາຈະປະສົບຜົນສຳເລັດໃນການຜະລິດນ້ຳສະກັດໝາກຂາມປ້ອມ ຈົນເປັນໂຮງງານໃນມື້ນີ້ ຖືວ່າໄດ້ຜ່ານປະສົບການຊີວິດມາຢ່າງໂຊກໂຊນ, ລຳບາກ ແລະ ສູ້ຊົນມາຫຼາຍ 10 ປີ ນັບແຕ່ 20 – 30 ປີຫຼັງ ຕົນເອງເຮັດມາຫຼາຍອາຊີບນັບແຕ່ເປັນຊາວນາ, ຫັນມາເປັນພໍ່ຄ້າຂຽງເຮັດຈາກໄມ້ຂາມ ຂີ່ລົດຖີບເລາະຂາຍຕາມບ້ານຕ່າງໆ, ຫຼັງຈາກນັ້ນໄດ້ຫັນມາເຮັດເຂົ້າໜົມຮູບກາຕູນຂີ່ລົດຈັກຮ້າງເລາະຂາຍຕາມສູນການຄ້າ ແລະ ໂຮງຮຽນຕ່າງໆ ເຊິ່ງລາຍໄດ້ດີຂຶ້ນ ແຕ່ຍັງບໍ່ດີເທົ່າທີ່ຄວນ.

อาจเป็นรูปภาพของ 1 คน และสถานที่ในร่ม

ຕົກມາຊຸມປີ 2008 – 2009 ຕົນເອງບໍ່ສະບາຍເປັນໄຂມັນ, ຕັງຊົ່ງ ແລະ ຄອບຄົວກໍເປັນພະຍາດຍິງເລີຍຊອກຫາຢາພື້ນເມືອງຫຼາຍແນວມາປິ່ນປົວແຕ່ຍັງບໍ່ດີຂຶ້ນ; ຕໍ່ມາຜູ້ເຖົ້າໃນບ້ານແນະນໍາໃຫ້ລອງກິນໝາກຂາມປ້ອມ ຫຼັງຈາກໄດ້ລອງເບິ່ງຮູ້ສຶກວ່າອາການດີຂຶ້ນຕາມດຳດັບ ຕົນຈຶ່ງເກີດມີແນວຄິດຢາກຜະລິດນ້ຳສະກັດຈາກໝາກຂ້າມປ້ອມອອກຈຳໜ່າຍ.

ຕົກມາປີ 2010 ຈຶ່ງໄດ້ເລີ່ມຜະລິດນ້ຳສະກັດໝາກຂ້າມປ້ອມ ໂດຍຮັບຊື້ຈາກປະຊາຊົນຕາມເຂດແຂວງຕ່າງໆໃນລາຄາ 2.000 – 3.000 ກີບຕໍ່ກິໂລກຣາມ, ຜະລິດເບື້ອງຕົ້ນພຽງ 3 – 4 ໂຕນຕໍ່ປີ ແລະ ສະກັດກັ່ນຕອງໃສ່ກວດແກ້ວ 700 ມິນລີລິດ ຂາຍໃນລາຄາ 70 – 80 ພັນກີບຕໍ່ຂວດ ເຊິ່ງການຂາຍຕອນນັ້ນຄື: ເຂົ້າຫາລູກຄ້າທີ່ເປັນໝູ່ຄູ່, ພີ່ນ້ອງເປັນພະຍາດໃກ້ຄຽງກັບຕົນ ເຊັ່ນ: ຄວາມດັງ, ຕັງຊົ່ງ, ເບົາຫວານ, ກະເພາະລຳໄສ້ ແລະ ພະຍາດອື່ນໆ. ຫຼາຍຄົນຊົມໃຊ້ແລ້ວມີສຽງຕອບຮັບດີເລີຍໄປຂໍວາງຂາຍຕາມຮ້ານຂາຍຢາ; ຢູ່ມາໄລຍະໜຶ່ງຮ້ານຂາຍຢາກໍຂາຍດີ ແລະ ບວກກັບຕົນພ້ອມຄອບຄົວອອກໂຄສະນາຂາຍຕາມງານບຸນງານເທສະການຕ່າງໆ ເຮັດໃຫ້ລູກຄ້າຮູ້ສິນຄ້າຫຼາຍຂຶ້ນ ແລະ ຊົມໃຊ້ຜະລິດຕະພັນຈາກພວກເຮົາ. ເມື່ອເຫັນໄດ້ຄືແນວນັ້ນຈຶ່ງຄ່ອຍພັດທະນາປັບປຸງຜະລິດຕະພັນ ແລະ ເພີ່ມການຜະລິດຫຼາຍຂຶ້ນຈົນມາດຽວນີ້ຈາກທີ່ຜະລິດນ້ຳໝາກຂາມ 3 – 4 ໂຕນຕໍ່ປີ ເພີ່ມຂຶ້ນເປັນ 10 ໂຕນຕໍ່ປີ ແລະ ຊື້ເຄື່ອງຜະລິດໃຫຍ່ຂຶ້ນ, ຊື້ລົດບັນທຸກຂົນສົ່ງ ແລະ ມີສວນໝາກຂາມປ້ອມກວ້າງ 10 ເຮັກຕາ ຢູ່ບ້ານສົມສະຫວາດ ເມືອງພຽງ ແຂວງໄຊຍະບູລີ ເຊິ່ງໄດ້ຈ້າງປະຊາຊົນປູກ ແລະ ເກັບໝາກສະໜອງໂຮງງານ.

อาจเป็นรูปภาพของ อาหาร และธรรมชาติ

ທ່ານ ມີໄຊ ມູນສານ ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນນີ້ກໍໄດ້ປັບປຸງລະບົບການຜະລິດຈັດສັນຫ້ອງຜະລິດ, ຫ້ອງບັນຈຸພັນ, ຫ້ອງຕິດສະຫຼາກ, ບ່ອນເກັບມ້ຽນ ແລະ ປັບບັນຈຸພັນຈາກກວດແກ້ວ 800 ມິນລີລິດ ມາເປັນ 600 ມິນລີລິດ. ນອກນັ້ນ, ຍັງໄດ້ນໍາເອົາແກ່ນໝາກຂາມປ້ອມມາຜະລິດເປັນຊາບັນຈຸກວດ ແລະ ຊາຈຸ່ມຖົງເພີ່ມນຳອີກ. ສ່ວນລູກຄ້າຈາກທີ່ໄດ້ໄປເລາະຂາຍເກືອບທົ່ວທຸກແຂວງແຕ່ເໜືອຮອດໃຕ້ ມາປັດຈຸບັນລູກຄ້າກໍມາຫາເຮົາເອງ ໂດຍສະເພາະຮ້ານຂາຍຢາຮັບຊື້ຈາກໂຮງງານໄປຂາຍຕໍ່.

อาจเป็นรูปภาพของ คนใช้ ในบ้าน

ຜະລິດຕະພັນນ້ຳສະກັດໝາກຂາມປ້ອມຂອງ ທ່ານ ມີໄຊ ມູນສານ ໄດ້ຖືກຮັບຮອງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ໃນປີ 2014 ຂອງເມືອງຫາດຊາຍຟອງ ແລະ ເປັນຄອບຄົວຕົວແບບມີເສດຖະກິດດີຂຶ້ນຕາມລຳດັບ ຈາກຂີ່ລົດຈັກອີ່ຮ້າງ ກໍມີລົດເກັ໋ງ, ລົດບັນທຸກ, ມີໂຮງງານ ແລະ ສາມາດສົ່ງລູກຮຽນໄດ້ ແລະ ນອກນັ້ນຍັງໄດ້ຊ່ວຍອາຊີບການງານຊາວບ້ານຫຼາຍ 10 ຄົນ ເຊິ່ງທັງໝົດທີ່ກ່າວມາຂ້າງເທິງນີ້ ທ່ານ ມີໄຊ ມູນສານ ໄດ້ໃຫ້ບົດຮຽນວ່າ: “ ຖ້າເຮົາຂະຫຍັນ, ອົດທົນ, ເອົາໃຈສູ້ ປະສົບຜົນສຳເລັດແນ່ນອນ ”.

ທ່ານໃດສົນໃຈຢາກເບິ່ງການຜະລິດ ຫຼື ໂຮງງານນ້ຳສະກັດໝາກຂາມປ້ອມ ສາມາດໄປເບິ່ງທີ່ໂຮງງານຕັ້ງຢູ່ບ້ານສົມຫວັງໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.