ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອ ກວດກາຄວາມຄືບໜ້າການບຸກເບີກປ່າ-ຈົກໜອງປາ ຢູ່ໂຮງຮຽນວັດທະນະທຳ ຫຼັກ 62

2357
 ວັນທີ 28 ມິຖຸນາ 2021, ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພ້ອມຄະນະອຳນວຍການໂຮງຮຽນວັດທະນາທຳ ຫຼັກ 62 ແລະ ບໍລິສັດ POP ກໍ່ສ້າງຂົວທາງຄົບວົງຈອນຈຳກັດຜູ້ດຽວ ໄດ້ລົງກວດຄວາມຄືບໜ້າໃນການປັບປຸງພື້ນທີ່, ຂຸດຮື້-ຈົກພື້ນ ແລະ ເຮັດຄູອ້ອມໜອງປາຄືນໃໝ່.
ທ່ານ ພົຈວ ຄຳສາຍ ຈັນທະວົງ ໃຫ້ຮູ້ວ່າ: ໂດຍປະຕິ ບັດຕາມທິດຊີ້ນຳຂອງຄະນະພັກກົມໃຫຍ່ການເມືອງ ປກສ ກໍຄື ທິດລວມຂອງກະຊວງປ້ອງກັນຄວາມສະຫງົບ ເພື່ອສ້າງໃຫ້ກົມກອງມີຄວາມເຂັ້ມແຂງ, ເພີ່ງຕົນເອງ, ກຸ້ມຕົນເອງທາງດ້ານເສດຖະ ກິດ ກົມໃຫຍ່ການເມືອງ ຈຶ່ງໄດ້ຕົກລົງໃຫ້ບໍລິສັດ POP ກໍ່ສ້າງຂົວທາງຄົບວົງຈອນຈຳກັດຜູ້ດຽວ ເປັນຜູ້ຮັບເໝົາບຸກເບີກປ່າ ແລະ ຈົກໜອງປາໃນເນື້ອທີ່ 6,7 ເຮັກຕາ ມີ 3 ໜອງໃຫ່ຍ. ຈຸດປະສົງໃນການສ້າງໜອງປາ ແມ່ນເພື່ອສ້າງຈູດດັ່ງກ່າວເປັນບ່ອນທໍາການຜະລິດໃຫ້ກັບກົມໃຫຍ່ການເມືອງ ແລະ ສ້າງເປັນແຫຼ່ງທ່ອງທ່ຽວໃນອະນາຄົດ; ການລົງກວດກາຄັ້ງນີ້ ໂດຍອີງໃສ່ໜ້າວຽກຕົວຈິງທີ່ທາງບໍລິສັດໄດ້ຮັບເໝົາໃນການບຸກເບີກ ແມ່ນໄດ້ສໍາເລັດ 100%.
ພາຍຫຼັງສໍາເລັດໜ້າວຽກນີ້ແລ້ວ, ຄະນະຮັບຜິດ ຊອບຍັງຈະໄດ້ສືບຕໍ່ກະກຽມຂຶ້ນແຜນໃນການຈັດ ຕັ້ງປະຕິບັດແຜນການປູກ ວ່າຈະປູກຫຍັງ, ລ້ຽງຫຍັງ, ເປັນປາຊະນິດໃດແດ່ ແລະ ຈະໄດ້ກໍານົດບັນດາຈຸດທີ່ຈະສ້າງເປັນຮ້ານຄ້າ, ຮ້ານອາຫານ ເພື່ອເຮັດໃຫ້ຈຸດດັ່ງກ່າວມີການພັດທະນາ ແລະ ເຮັດໃຫ້ນັກທ່ອງທ່ຽວມີຄວາມສົນໃຈຢາກເຂົ້າມາທ່ຽວຊົມ, ພ້ອມທັງ ຈະໄດ້ບຸກເບີກເສັ້ນທາງເຊື່ອມຕໍ່ໄປຕິດຈອດກັບໂຮງຮຽນວັດທະນະທໍາ ຫຼັກ 67 ນໍາອີກ. ໃນໂອກາດນີ້, ຄະນະຍັງໄດ້ໄປກວດກາການປູກເບ້ຍໄມ້ວິກ ແລະ ປູກເຂົ້າຢູ່ໂຮງຮຽນວັດທະນະທໍາ ຫຼັກ 67 ນໍາອີກ.